pele - 2025-08-14T154119.422
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ
ຮຽບຮຽງໂດຍ:Pele
ເຜີຍແຜ່: 14 August, 2025
ໝວດ: ຂ່າວ

ໂຄງການຊ່ວຍເຫຼືອໃນຂົງເຂດສາທາລະນະສຸກຢູ່ ສປປ ລາວ ຂອງສາທາລະນະລັດເກົາຫຼີ (ສ ເກົາຫຼີ) ໄດ້ຊ່ວຍປັບປຸງສຸຂະພາບຂອງປະຊາຊົນລາວດີຂຶ້ນເປັນກ້າວໆມາ. ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດເກົາຫຼີ ຄົບຮອບ 30 ປີ, ໃນວັນທີ 14 ສິງຫານີ້, ສະຖານທູດ ສ ເກົາຫຼີ ປະຈຳລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສື່ມວນຊົນຢ້ຽມຢາມ ແລະ ຕິດຕາມວຽກງານການຊ່ວຍເຫຼືອ ເພື່ອການພັດທະນາໂຄງການຊ່ວຍເຫຼືອ ຂອງ ສ ເກົາຫຼີ ໃນຂົງເຂດສາທາລະນະສຸກ ຢູ່ ສປປ ລາວ, ໂດຍມີ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ, ມີບັນດາອົງການຈັດຕັ້ງສາກົນ ຄູ່ຮ່ວມງານ ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ.

 

 

ທ່ານ ຈອງ ຢອງຊູ ໄດ້ກ່າວວ່າ: ກິດຈະກຳຄັ້ງນີ້ ເປັນໜຶ່ງໃນຫຼາຍກິດຈະກຳ ທີ່ ສ ເກົາຫຼີ ແລະ ສປປ ລາວ ໄດ້ຮ່ວມກັນຈັດຂຶ້ນເພື່ອສະຫຼອງ ຄົບຮອບ 30 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ, ເພື່ອເປັນການລະນຶກເຖິງຜົນສໍາເລັດສາຍພົວພັນການຮ່ວມມືໃນໄລຍະຜ່ານມາ ແລະ ເປັນພື້ນຖານການຮ່ວມມືໃນອະນາຄົດເຮັດໃຫ້ທັງສອງປະເທດນັບມື້ມີສາຍພົວພັນການຮ່ວມມືທີ່ແໜ້ນແຟ້ນຍິ່ງໆຂຶ້ນ, ໃນນີ້ການຮ່ວມມືດ້ານສາທາລະນະສຸກ ສ ເກົາຫຼີ, ປະເທດທີ່ໃຫ້ການຊ່ວຍເຫຼືອຫຼາຍທີ່ສຸດໃນບັນດາປະເທດທີ່ມີການຈັດຕັ້ງປະຕິບັດໂຄງການດ້ານສາທາລະນະສຸກສອງຝ່າຍ, ໄດ້ໃຫ້ຄວາມສໍາຄັນ ແລະ ລົງທຶນໃສ່ໃນວຽກພັດທະນາເປັນການປະກອບສ່ວນສໍາຄັນໃນການປັບປຸງດ້ານສາທາລະນະສຸກ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.

 

 

ໂອກາດນີ້, ທ່ານ ນາງ ອາພອນ ວິຊາເທບ ໄດ້ຕາງໜ້າໃຫ້ລັດຖະບານລາວກໍຄືກະຊວງທາສາລະນະສຸກ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ມາຍັງ ສ ເກົາຫຼີ ແລະ ອົງການຮ່ວມມືສາກົນຕ່າງໆຂອງ ສ ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສຸມໃສ່ວຽກງານການປັບປຸງສຸຂະພາບທົ່ວປວງຊົນ ໂດຍສະເພາະວຽກງານ ແມ່ ແລະ ເດັກນ້ອຍ ໃນ ສປປ ລາວ ຊຶ່ງເຮັດໃຫ້ອັດຕາການເສຍຊີວິດຂອງແມ່ ແລະ ເດັກ ໄດ້ຫຼຸດລົງ ແລະ ຍັງໄດ້ສ້າງຂີດຄວາມອາດສາມາດໃຫ້ບຸກຄະລາກອນການແພດ, ການປັບປຸງຄຸນນະພາບການບໍລິການສຸຂະພາບໃນໂຮງໝໍ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການປັບປຸງສຸຂະພາບຊຸມຊົນ ລວມທັງການປັບປຸງລະບົບສາທາລະນະສຸກ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ໃຫ້ການສະໜັບສະໜູນ ເຂົ້າໃນວຽກງານສຸຂະພາບ ເພື່ອໃຫ້ປະຊາຊົນລາວ ມີສຸຂະພາບທີ່ດີຂຶ້ນ.

 

 

ກິດຈະກຳຄັ້ງນີ້ ຍັງໄດ້ໄປຢ້ຽມຢາມເບິ່ງຜົນສຳເລັດການຮ່ວມມືໃນໂຄງການທີ່ສໍາຄັນ ເປັນຕົ້ນ: ໂຮງໝໍເດັກ ຊຶ່ງເປັນໂຮງໝໍຂັ້ນສູນກາງແຫ່ງດຽວໃນ ສປປ ລາວ ທີ່ຮັບການສົ່ງຕໍ່ຄົນເຈັບທີ່ເປັນເດັກນ້ອຍຈາກບັນດາແຂວງ ແລະ ໃຫ້ການປິ່ນປົວດ້ວຍອຸປະກອນທີ່ທັນສະໄໝ ແລະ ມີບຸກຄະລາກອນທີ່ຊຽວຊານສະເພາະທາງໃນການປິ່ນປົວ. ຢ້ຽມຢາມມະຫາວິທະຍາໄລວິທະຍາສາດສຸຂະພາບ, ໃນນີ້ໄດ້ມີກິດຈະກຳບໍລິຈາກເລືອດ ຊຶ່ງເປັນໜຶ່ງໂຄງການທີ່ ສ ເກົາຫຼີ ໃຫ້ການຮ່ວມມື, ໂຄງການນີ້ໄດ້ສະໜອງລົດອອກຮັບການບໍລິຈາກເລືອດເຄື່ອນທີ່ ແລະ ຝຶກອົບຮົມພະນັກງານແພດຊຸດເຄື່ອນທີ່ ເພື່ອເສີມສ້າງຂີດຄວາມສາມາດໃນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ທັກສະທາງວິຊາການ ແລະ ປັບປຸງປະສິດທິພາບການປະຕິບັດວຽກງານ. ຢ້ຽມຢາມສູນວິເຄາະ ແລະ ລະບາດວິທະຍາ, ໂຄງການຍັງໄດ້ແນໃສ່ການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່, ຊ່ວຍເສີມສ້າງຂີດຄວາມສາມາດ ໃນການກວດພົບເຊື້ອແບັດທີເຣຍ, ຕິດຕາມການລະບາດຂອງພະຍາດທີ່ຊັດເຈນ, ເຂົ້າໃຈລັກສະນະທາງກຳມະພັນຂອງເຊື້ອພະຍາດ, ຊຸກຍູ້ການສ້າງຄວາມຍືນຍົງໃຫ້ການປະຕິບັດງານດ້ານການວິເຄາະ ແລະ ສົ່ງເສີມຄວາມປອດໄພດ້ານສາທາລະນະສຸກໃນທ້ອງຖິ່ນ; ຢ້ຽມຢາມສູນສະໜອງຢາ ແລະ ອຸປະກອນການແພດ ຊຶ່ງເປັນສູນທີ່ຈັດສົ່ງອຸປະກອນການແພດທີ່ຈໍາເປັນຢ່າງທັນເວລາ ແລະ ຈັດຝຶກອົບຮົມໃຫ້ຄວາມຮູ້ ເພື່ອການບໍລິຫານຈັດການອຸປະກອນການແພດທີ່ມີປະສິດທິພາບ ແລະ ມີຄວາມຍືນຍົງ, ຢ້ຽມຢາມໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລວິທະຍາສາດສຸຂະພາບ ໃນທຶນກູ້ຢືມດອກເບ້ຍຕໍ່າຈາກກອງທຶນຮ່ວມມືເພື່ອພັດທະນາເສດຖະກິດ ສ ເກົາຫຼີ (EDCF ‘ Economic Development Cooperation Fund’), ໂຄງການນີ້ມີເປົ້າໝາຍເພື່ອປັບປຸງລະບົບສາທາລະນະສຸກຂອງ ສປປ ລາວ ໃຫ້ດີຂຶ້ນ ແລະ ກໍ່ສ້າງໂຮງໝໍທີ່ມະຫາ ວິທະຍາໄລ ຂະໜາດ 400 ຕຽງ ແຫ່ງທຳອິດ ທີ່ມີອຸປະກອນການແພດ ແລະ ລະບົບຂໍ້ມູນຂ່າວສານ-ການສື່ສານທີ່ທັນສະໄໝ ຊຶ່ງຈະເປັນໂຄງການໜຶ່ງທີ່ຊ່ວຍເສີມສ້າງພື້ນຖານໂຄງລ່າງທາງສາທາລະນະສຸກ ຂອງ ສປປ ລາວ.

 

ຂ່າວ: ຍຸພິນທອງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 4 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,511
21,788
thailand (1)
THB
663.59
673.81
european-union
EUR
24,115
24,597
china
CNY
2,920
2,978
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
VP-Square (1)
ແຈ້ງຫຼີກລ່ຽງການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ (ປະຕູໄຊ-ຫໍປະຊຸມແຫ່ງຊາດ) ວັນທີ 5-7 ກັນຍາ 2025ນີ້
jane ຮູບລວງນອນ
ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້
jane
ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!
pele - 2025-09-03T091723.195
ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ
pele - 2025-09-02T101121.825
ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ
pele - 2025-09-02T093104.611
ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2
ຢ່າລື່ມກົດຕິດຕາມ