pele - 2025-08-14T162234.232
ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 14 August, 2025
ໝວດ: ຂ່າວ

ວັນທີ 12 ສິງຫາ 2025 ທີ່ຫ້ອງປະຊຸມໂຮງແຮມ ດອກຈຳປາ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມແນະນຳ ໂຄງການສ້າງຄວາມເຂັ້ມແຂງໃນການຮັບມືກັບໄພພິບັດ ຈຸດປະສົງໂຄງການເພື່ອສ້າງຄວາມທົນທານໃຫ້ແກ່ຊຸມຊົນ ແລະ ເສີມຄວາມພ້ອມໃຫ້ກັບອົງການກາແດງແຫ່ງຊາດລາວ ໃນການຮັບມືກັບໄພພິບັດ ໃນ 3 ແຂວງ 11 ບ້ານ ເປົ້າໝາຍ ຂອງແຂວງ ຫຼວງນ້ຳທາ ບໍ່ແກ້ວ ແລະ ຜົ້ງສາລີ ໃນນັ້ນປະກອບດ້ວຍບັນດາກິດຈະກຳຄື ການຈັດກອງປະຊຸມແນະນຳການຈັດຕັ້ງປະຕິບັດໂຄງການພັດທະນາ ປັບປຸງ ແລະ ແຈກຢາຍຄູ່ມືສໍາລັບວຽກງານ ການຫຼຸດຜ່ອນຄວາມສຽ່ງໄພພິບັດໃນຊຸມຊົນ (CBDRR) ແລະ ສຸຂະພາບຊຸມຊົນ ການດຳເນີນງານແຜບປະຕິຕິບັດການລ່ວງໜ້າ (Early Action Protocol) ອົບຮົມການປະເມີນຄວາມອ່ອນແອ ຄວາມສາມາດຢູ່ໃນຊຸມຊົນ (VCA) ໃຫ້ອາສາສະໝັກບ້ານ ອົບຮົມການກຽມພ້ອມໄພພິບັດໃນຊຸມຊົນ ອົບຮົມວິທີການຕອບໂຕ້ໄພພິບັດ ແລະ ການເຝິກຊ້ອມຈໍາລອງເຫດການ ເຊິ່ງບັນດາກິດຈະກຳເຫຼົ່ານີ້ ຈະຊ່ວຍໃຫ້ຊຸມຊົນທີ່ມີຄວາມສ່ຽງ ໄດ້ຫຼຸດຜ່ອນຜົນກະທົບຂອງໄພພິບັດໃນຊຸມຊົນທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ແລະ ເສີມຂະຫຍາຍຂີດຄວາມສາມາດໃຫ້ແກ່ພະນັກງານອົງການກາແດງໃນການກຽມຄວາມພ້ອມຕອບໂຕ້ໄພພິບັດ ລວມມູນຄ່າທັງໝົດຂອງກິດຈະກຳ 2.600 ກວ່າລ້ານກີບ ໄລຍະປະຕິບັດໂຄງການ 2 ປີ ເຊິ່ງໄດ້ຮັບການສະໜັບສະໜູນງົບປະມານຈາກສະພາກາແດງຮົງກົງ ໂດຍຜ່ານສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC).

 

 

ເປັນປະທານກອງປະຊຸມຄັ້ງນີ້ໂດຍທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ມີບັນດາທ່ານແຂກທີ່ກ່ຽວຂ້ອງທີ່ມາຈາກອົງການກາແດງແຫ່ງຊາດລາວ ອົງການກາແດງແຂວງ ຄະນະກຳມະການຄຸ້ມຄອງໄພພິບັດຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມທັງສາມແຂວງ ພ້ອມພະນັກງານຈາກກະຊວງການຕ່າງປະເທດ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ.

 

 

ໂອກາດນີ້ ທ່ານປະທານກອງປະຊຸມໄດ້ກ່າວເນັ້ນໜັກຄວາມສຳຄັນຂອງໂຄງການ ໃນການເສີມຂີດຄວາມສາມາດຂອງຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມພ້ອມໃນການຮັບມືກັບສະຖານະການໄພພິບັດໃນອະນາຄົດ ເພື່ອເສີມສ້າງຊຸມຊົນທີ່ມີຄວາມສ່ຽງໃຫ້ມີຄວາມພ້ອມໃນການຮັບມືກັບໄພພິບັດທັງເປັນການຫຼຸດຜ່ອນຄວາມຮຸນແຮງຂອງໄພພິບັດ.

 

 

ພາບ,ຂ່າວ: ອົງການກາແດງແຫ່ງຊາດລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
jane (91)
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)
jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
ຢ່າລື່ມກົດຕິດຕາມ