
ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ, ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ 100,000,000 ກີບ, ບໍລີສັດ skv ກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ 100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບ ລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ໂອກາດນີ້, ທ່ານຮອງເຈົ້າແຂວງ ໄດ້ສະແດງຄວາມຂອບໃຈມາຍັງບັນດາບໍລິສັດທີ່ມີນໍ້າໃຈສະໜັບສະໝູນທາງດ້ານການເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ປະສົບຜົນສຳເລັດອັນຈົບງາມ. ການຮ່ວມມືຊຸກຍູ້ນຳໃຈຂອງພວກທ່ານໃນຄັ້ງນີ້, ເປັນການໃຫ້ກຳລັງໃຈອັນສຳຄັນແກ່ພັກ- ລັດໃນການປະກອບສ່ວນອັນສຳຄັນສ້າງສາພັດທະນາປະເທດຊາດກໍຄືແຂວງຫຼວງນໍ້າທາ.
(ຂ່າວ: ມຸນຕີ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














