pele - 2025-08-18T094835.871
ຍ່າງເພື່ອສຸຂະພາບ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 August, 2025
ໝວດ: ຂ່າວ

ໃນວັນທີ 16 ສິງຫາ 2025 ນີ້, ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຢູ່ເດີ່ນສະໜາມຫລວງ ໜ້າສະພາແຫ່ງຊາດ ເພື່ອສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໃຫ້ກຽດເຂົ້າຮ່ວມມີ ທ່ານ ລາວ ປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍສື່ມວນຊົນ ຈາກທຸກຂະແໜງການເຂົ້າຮ່ວມ.

 

 

ການສະເຫລີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ປີນີ້, ໄດ້ຈັດຫຼາຍກິດຈະກຳ ເປັນຕົ້ນ ຍ່າງເພື່ອສຸຂະພາບ, ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ພິມຈຳໜ່າຍ, ແຂ່ງຂັນບານເຕະ, ຈັດສໍາມະນາ ແລະ ພິທີໂຮມຊຸມນຸມ. ສະເພາະກິດຈະກຳຍ່າງເພື່ອສຸຂະພາບຄັ້ງນີ້, ເປັນການສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ຂະແໜງສື່ມວນຊົນ ແລະ ພິມຈຳໜ່າຍ ຍາດມາໄດ້ ໃນໄລຍະ 75 ປີຜ່ານມາ ເຊິ່ງວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ແມ່ນວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີບົດບາດເປັນເຄື່ອງມື ທີ່ເປັນກະບອກສຽງອັນແຫຼມຄົມ ໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ແລະ ບັນດາເຜົ່າ ກໍຄື ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນໄປເລື້ອຍໆ.

 

 

ຂ່າວ: ຂປລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
jane (15)
ອົງການອະນາໄມໂລກ ປະກາດຢຸດຕິພາວະສຸກເສີນການລະບາດຂອງພະຍາດໝາກສຸກລິງ
jane (14)
ເກີດແຜ່ນດິນໄຫວຢູ່ບັນດາປະເທດໃກ້ຄຽງ
jane (13)
ເປີດໄຟນອນ ຂັດຂວາງການຫຼັ່ງເມລາໂທນິນ ກະທົບຄຸນນະພາບການນອນ ສຸຂະພາບພັງ
jane (12)
ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ລາອອກຈາກຕຳແໜ່ງ ຫວັງຫລຸດຄວາມຂັດແຍ່ງພາຍໃນພັກ ແລະ ເປີດທາງໃຫ້ເລືອກຫົວໜ້າພັກຄົນໃໝ່
jane (11)
ເບິ່ງດວງປະຈຳວັນອັງຄານ ທີ 9 ກັນຍາ 2025 ສຳລັບທ່ານທີ່ເກີດໃນແຕ່ລະວັນ
ຢ່າລື່ມກົດຕິດຕາມ