pele - 2025-08-18T105103.677
ມອບ-ຮັບລາງວັນ ປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດ ຂອງ ສປປ ລາວ
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 August, 2025
ໝວດ: ຂ່າວ

ກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ໄດ້ຈັດພິທີມອບ-ຮັບລາງວັນງານປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດຂອງ ສປປ ລາວ ຂຶ້ນໃນວັນທີ 15 ສິງຫາ ຜ່ານມານີ້ ທີ່ກອງສິລະປະກອນແຫ່ງຊາດ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມມອບລາງວັນ, ມອບໂລ້ລາງວັນ, ມອບປຶ້ມ 70 ປີ ຄະນະຊາວໜຸ່ມ ໃນຄັ້ງນີ້ໂດຍທ່ານ ສຸລິຍາ ແກ້ວພິລາວົງ ເລຂາທິການ ສຊປລ ຫົວໜ້າກົມອົບຮົມຊາວໜຸ່ມ ສຊປລ, ທ່ານ ນາງ ແສງແກ້ວ ໂມ້ສຽວຫຼິງ ຫົວໜ້າວິທະຍຸໂທລະພາບສູນກາງຈີນ ປະຈໍາ ລາວ, ທ່ານ ບຸນຍົງ ເພັດວິໄຊ ຮັກສາການຫົວໜ້າກົມສື່ມວນຊົນໜຸ່ມລາວ ສຊປລ, ມີແຂກຖືກເຊີນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 

ກິດຈະກຳໃນຄັ້ງນີ້ຈັັດຂຶ້ນໂດຍມີຈຸດປະສົງເພື່ອຄັດເລືອກຊາວໜຸ່ມຜູ້ທີ່ມີພອນສະຫວັນ, ຫົວຄິດປະດິດສ້າງ, ປະກອບສ່ວນຕັ້ງໜ້າໃນການພັດທະນາສັງຄົມ ແລະ ປະເທດຊາດ ແລະ ເປັນຕົວແບບທີ່ໂດດເດັ່ນທີ່ສຸດໃນຂົງເຂດອົງການຈັດຕັ້ງຂອງຕົນ ຢູ່ໃນທຸກສາຂາອາຊີບ, ເປັນຕົວແທນຂອງຊາວໜຸ່ມລາວ ສາມາດໄປຖ່າຍທອດບົດຮຽນ ແລະ ແບ່ງປັນປະສົບການໃນນາມຊາວໜຸ່ມລາວທີ່ດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ເປັນການປະກອບສ່ວນສຳຄັນໃນການເພີ່ມທະວີຄວາມສາມັກຄີຊາວໜຸ່ມໃນທຸກຂົງເຂດວຽກງານ ແລະ ບົນຈິດໃຈຂອງຊາວໜຸ່ມແຫ່ງຍຸກສະໄໝ. ນອກນັ້ນ, ຍັງເປັນພື້ນຖານໃນການຈັດຕັ້ງປະຕິບັດຕົວຈິງ ແລະ ລົງເລິກການແລກປ່ຽນລະຫວ່າງຊາວໜຸ່ມລາວ-ຈີນ, ເປັນການປະກອບສ່ວນຢ່າງຕັ້ງໜ້າ ໃນການຜັນຂະຫຍາຍເນື້ອໃນຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນັ້ນ ຍັງເປັນເວທີໃຫ້ຊາວໜຸ່ມລາວສະແດງຄວາມຮູ້-ຄວາມສາມາດ, ແລກປ່ຽນປະສົບການ ແລະ ຊຸກຍູ້ຊາວໜຸ່ມໃນທຸກຂົງເຂດວຽກງານ ທີ່ມີຜົນງານດີເດັ່ນ, ຫ້າວຫັນໃນໜ້າທີ່ວຽກງານ, ຊຸກຍູ້ຊ່ວຍເຫຼືອສັງຄົມ ແລະ ສຶກສາອົບຮົມໃຫ້ຄົນເປັນຄົນດີໃນທົ່ວສັງຄົມ.

 

 

ໂຄງການດັ່ງກ່າວ, ໄດ້ເປີດຮັບສະໝັກຊາວໜຸ່ມຜູ້ເຂົ້າປະກວດຕັ້ງແຕ່ຕົ້ນເດືອນເມສາຜ່ານມາ ຊຶ່ງມີຜູ້ສະໝັກ 200 ກວ່າຄົນ ໂດຍຜ່ານການຄັດເລືອກຈາກຄະນະຮັບຜິດຊອບຕາມມາດຖານ ແລະ ເງື່ອນໄຂທີ່ວາງໄວ້ ຈຶ່ງສາມາດຄັດເລືອກໄດ້ໄວໜຸ່ມຕົວແບບຈຳນວນ 10 ຄົນ ທີ່ເປັນຕົວແທນຂອງຊາວໜຸ່ມລາວ ທີ່ມາຈາກຂະແໜງການຕ່າງໆໃນຂອບເຂດທົ່ວປະເທດ.

 

ຂ່າວ-ພາບ: ວັນເພັງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
jane (15)
ອົງການອະນາໄມໂລກ ປະກາດຢຸດຕິພາວະສຸກເສີນການລະບາດຂອງພະຍາດໝາກສຸກລິງ
jane (14)
ເກີດແຜ່ນດິນໄຫວຢູ່ບັນດາປະເທດໃກ້ຄຽງ
jane (13)
ເປີດໄຟນອນ ຂັດຂວາງການຫຼັ່ງເມລາໂທນິນ ກະທົບຄຸນນະພາບການນອນ ສຸຂະພາບພັງ
jane (12)
ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ລາອອກຈາກຕຳແໜ່ງ ຫວັງຫລຸດຄວາມຂັດແຍ່ງພາຍໃນພັກ ແລະ ເປີດທາງໃຫ້ເລືອກຫົວໜ້າພັກຄົນໃໝ່
jane (11)
ເບິ່ງດວງປະຈຳວັນອັງຄານ ທີ 9 ກັນຍາ 2025 ສຳລັບທ່ານທີ່ເກີດໃນແຕ່ລະວັນ
ຢ່າລື່ມກົດຕິດຕາມ