
ສົງຄາມສະມາດໂຟນກັບມາຮ້ອນແຮງອີກເທື່ອໜຶ່ງ ອີງຕາມຂໍ້ມູນຍອດຂາຍໄຕມາດທີ 2 ຫຼ້າສຸດຊີ້ໃຫ້ເຫັນວ່າ Samsung ກຳລັງແລ່ນຕາມແລະແຍ່ງເອົາສ່ວນແບ່ງຕະຫຼາດໃນສະຫະລັດຈາກ Apple ໂດຍແຮງຫນູນຫຼັກມາຈາກກະແສຄວາມນິຍົມຂອງສະມາດໂຟນຈໍພັບໄດ້ ທີ່ກາຍເປັນຈຸດຂາຍສຳຄັນໃນປີນີ້
ບົດລາຍງານຈາກ Canalys ລະບຸວ່າ ສ່ວນແບ່ງຕະຫຼາດຂອງ Samsung ໃນສະຫະລັດຂະຫຍາຍຂຶ້ນຈາກ 23% ມາຢູ່ທີ່ 31% ໃນຂະນະທີ່ Apple ຫຼຸດລົງຈາກ 56% ເຫຼືອ 49% ເຖິງແມ່ນວ່າຍັງຄອງອັນດັບໜຶ່ງຢູ່ ແຕ່ກໍ່ສະທ້ອນໃຫ້ເຫັນແຮງກົດດັນຄັ້ງໃໝ່ຕໍ່ກັບບໍລິສັດທີ່ເກືອບບໍ່ເຄີຍໂດນຄູ່ແຂ່ງສັ່ນຄອນໃນຮອບທົດສະວັດທີ່ຜ່ານມາ
ໜຶ່ງໃນຕົວຊູໂລ່ງແມ່ນ Galaxy Z Fold 7 ແລະ Z Flip ທີ່ເພິ່ງເປີດໂຕເມື່ອເດືອນກໍລະກົດ ຊຶ່ງໄດ້ຮັບກະແສຕອບຮັບທີ່ດີທັງຈາກສື່ມວນຊົນແລະຜູ້ໃຊ້ງານ ໂດຍສະເພາະເນື້ອໃນລີວິວຄວາມທົນທານທີ່ຖືກແຊຣ໌ຢ່າງແຮງໃນໂຊຊຽນມີເດຍ ເຊັ່ນ ຄລິບທົດລອງພັບເຄື່ອງກວ່າ 200,000 ຄັ້ງ ຈົນມີຍອດເບິ່ງທະລຸ 15 ລ້ານຄັ້ງໃນ YouTube
ນອກຈາກນີ້ Samsung ຍັງສ້າງຄວາມໄດ້ປຽບດ້ວຍການວາງສາຍຜະລິດຕະພັນທີ່ຄອບຄຸມທຸກລະດັບລາຄາ ແຕ່ແຕ່ລຸ້ນເລີ່ມຕົ້ນປະມານ 650 ໂດລາ (ປະມານ 14.3 ລ້ານກີບ) ຈົນເຖິງລຸ້ນທັອບລາຄາ 2,400 ໂດລາ (ປະມານ 52.8 ລ້ານກີບ) ຊຶ່ງແພງກວ່າ iPhone ລຸ້ນສູງສຸດອີກ 16 Pro Max ທີ່ເປີດໂຕປະມານ 1,199-1,599 ໂດລາ (ປະມານ 26.4-35.2 ລ້ານກີບ)
ໃນແງ່ຂອງນັກລົງທຶນ ລາຄາຫຸ້ນ Samsung ທີ່ພຸ່ງຂຶ້ນກວ່າ 35% ນັບຕັ້ງແຕ່ຕົ້ນປີ ໃນຂະນະທີ່ຫຸ້ນ Apple ຕົກລົງໄປແລ້ວກວ່າ 7.5% ເນື່ອງຈາກຄວາມກັງວົນກ່ຽວກັບການຊ້າລົງຂອງຍອດຂາຍ iPhone ແລະການລ່າຊ້າໃນເລື່ອງ AI ເມື່ອທຽບກັບຄູ່ແຂ່ງທີ່ໃຊ້ Google Gemini ໄດ້ຢ່າງເຕັມຮູບແບບ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














