pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 August, 2025

ພິທີຈັດສົ່ງຄະນະຜູ້ແທນ ແລະ ຄະນະນັກແຂ່ງຂັນສີມືແຮງງານເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ ໃນລະຫວ່າງວັນທີ 21-31 ສິງຫາ. ໄດ້ຈັດຂຶ້ນໃນວັນທີ 15 ສິງຫາຜ່ານມານີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາແຂກທີ່ຖືກເຊີນ, ຄະນະຮັບຜິດຊອບ ແລະ ນັກແຂ່ງຂັນສີມືແຮງງານເຂົ້າຮ່ວມ.

 

 

ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ໄດ້ຂຶ້ນລາຍງານກ່ຽວກັບການກະກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນ ວ່າ: ເຫດຜົນ ແລະ ຄວາມຈໍາເປັນຂອງການແຂ່ງຂັນສີມືແຮງງານ ແມ່ນເພື່ອປະຕິບັດຕາມກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ເພື່ອສ້າງແຮງງານຕາມທິດຫັນເປັນອຸດສາຫະກກຳ ແລະ ທັນສະໃໝ ການແຂ່ງຂັນສີມືແຮງງານອາຊຽນແມ່ນກິດຈະກຳໜຶ່ງຂອງປະເທດສະມາຊິກອາຊຽນທີ່ຕ້ອງການຄວາມຮ່ວມມືກັນພັດທະນາສີມືແຮງງານໃນລະດັບພາກພື້ນນີ້ໃຫ້ເທົ່າທຽມກັບລະດັບສີມືແຮງງານຂອງສາກົນ. ຈຸດປະສົງ ແມ່ນເພື່ອສົ່ງເສີມໃຫ້ປະເທດສະມາຊິກອາຊຽນຮ່ວມມືກັນທາງດ້ານການສຶກສາ ແລະ ການພັດທະນາສີມືແຮງງານ, ເພື່ອກະຕຸກຊຸກຍູ້ໃຫ້ເກີດຄວາມຮ່ວມມືກັນຢ່າງໃກ້ຊິດລະຫວ່າງວຽກງານການສຶກສາກໍຄືວຽກງານການພັດທະນາ ສີມືແຮງງານທັງພາກລັດ ແລະ ເອກະຊົນ ໃຫ້ຫຼາຍຂຶ້ນ, ສ້າງເງື່ອນໄຂ ແລະ ເວທີໃຫ້ນັກແຂ່ງຂັນສີມືແຮງງານທັງພາກລັດ ແລະ ພາກເອກະຊົນໄດ້ສະແດງຄວາມຮູ້ ຄວາມສາມາດ, ສີມືກ້າວໄປເຖິງການຮັບຮູ້ສີມືແຮງງານ ຊຶ່ງກັນ ແລະ ກັນ. ພ້ອມນີ້ຍັງເປັນການສ້າງຄ່ານິຍົມທີ່ດີຂອງການເຮັດວຽກ ຂອງຊາວໜຸ່ມ-ໄວໜຸ່ມ ພ້ອມທັງຊ່ວຍພັດທະນາແຮງງານຄົນຮຸ່ນໃໝ່ໃຫ້ມີສີມືໃນລະດັບທີ່ສູງຂຶ້ນ. ເພື່ອສົ່ງເສີມວຽກງານການພັດທະນາສີມືແຮງງານລາວໃຫ້ສາມາດເຊື່ອມໂຍງກັບມາດຕະຖານສີມືແຮງງານພາກພື້ນ ແລະ ສາກົນ. ສຳລັບການແຂ່ງຂັນປະກອບມີ 5 ສາຂາວິຊາຊີບຊ່າງຄື: ສາຂາກຣາບຟີກດີຊາຍ, ສາຂາເວັບເທັກໂນໂລ​ຊີ, ສາຂາຊ່າງໄມ້, ສາຂາຕິດຕັ້ງໄຟຟ້າອາຄານ ແລະ ສາຂາປຸງແຕ່ງອາຫານ. ມີຄະນະຮັບຜີຊອບ ແລະ ນັກແຂ່ງຂັນ ລວມທັງໝົດ 32 ຄົນ.

 

 

ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວວ່າ: ເພື່ອເຮັດໃຫ້ງານແຂ່ງຂັນສີມືແຮງງານ ໃນຄັ້ງນີ້ ມີຜົນສຳເລັດຕາມລະດັບຄາດໝາຍນັ້ນ, ຮຽກຮ້ອງໃຫ້ຄະນະຮັບຜິດຊອບແຕ່ລະສາຂາວິຊາຊ່າງລວມທັງນັກແຂ່ງຂັນ, ໃຫ້ມີການມອບໝາຍຄວາມຮັບຜິດຊອບແຕ່ລະໜ້າວຽກ ແລະ ກໍານົດແຜນການເຄື່ອນໄຫວຢ່າງລະອຽດ ເພື່ອເຮັດແນວໃດໃຫ້ການແຂ່ງຂັນສີມືແຮງງານມີຄວາມຍຸຕິທຳ, ຄວາມສາມັກຄີ, ມີບັນຍາກາດຟົດຟື້ນ, ມີຄວາມສະຫງົບປອດໄພ ແລະ ມີຜົນສຳເລັດຕາມລະດັບຄາດ ໝາຍທີ່ກຳນົດໄວ້. ເຊື່ອໝັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ, ປະສົບການ ບວກກັບຄວາມຮັບຜິດຊອບຮ່ວມກັນ ຈະເຮັດໃຫ້ການຈັດຕັ້ງແຂ່ງຂັນສີມືແຮງງານ ຄັ້ງນີ້ ປະສົບຜົນສໍາເລັດ. ສະແດງຄວາມຂອບໃຈມາຍັງຄະນະກຳມະການຮັບຜິດຊອບທຸກພາກສ່ວນທີ່ມີສ່ວນຮ່ວມທີ່ໄດ້ເອົາໃຈໃສ່, ທຸ່ມເທສະຕິປັນຍາດ້ວຍຄວາມເປັນເຈົ້າການ, ບັນດາຫົວໜ່ວຍທຸລະກິດທີ່ໃຫ້ການສະໜັບສະໜູນ ຈຶ່ງເຮັດການກະກຽມເຂົ້າແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ນີ້ ມີຄວາມພ້ອມເຕັມທີ່, ຂໍອວຍພອນໃຫ້ບັນດາທ່ານ ຈົ່ງມີແຕ່ສຸຂະພາບເຂັ້ມແຂງຕະຫຼອດໄປ, ຂໍເປັນກຳລັງໃຈໃຫ້ຜູ້ເຂົ້າຮ່ວມການແຂ່ງຂັນທຸກທ່ານຈົ່ງບັນລຸຜົນສຳເລັດຢ່າງຈົບງາມ.

 

ຂ່າວ-ພາບ: ບຸນຕອມ-ບຸນອຸ້ມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
ຢ່າລື່ມກົດຕິດຕາມ