site cover1 (82)
Kaspersky ຊີ້ພາຍໄພຄຸກຄາມ IT-OT ພຸ່ງສູງໃນເອເຊຍປາຊິຟິກ ຕະຫຼາດເຕີບໂຕ 62 ພັນລ້ານໂດລາປີ 2030
ຮຽບຮຽງໂດຍ:kaling
ເຜີຍແຜ່: 21 August, 2025

ແຄສເປີສກີ້ (Kaspersky) ນຳສະເໜີຄວາມເຂົ້າໃຈຫຼ້າສຸດຂອງວົງການຄວາມປອດໄພທາງໄຊເບີໃນເອເຊຍປາຊິຟິກ ໂດຍເນັ້ນຢ້ຳວ່າຍຸກທີ່ IT ແລະ OT ແຍກຈາກກັນໄດ້ນັ້ນໄດ້ຈົບລົງແລ້ວ ຄາດການມູນຄ່າຕະຫຼາດການປະສົມປະສານ IT-OT ໃນພູມິພາກນີ້ຢູ່ທີ່ກວ່າ 13 ພັນລ້ານໂດລາສະຫະລັດ ແລະພາຍໃນປີ 2030 ຄາດວ່າຈະທະຍານຂຶ້ນເຖິງ 62 ພັນລ້ານໂດລາ ເຕີບໂຕສະເລ່ຍປີລະເກືອບ 25%

ທ່ານເອເດຣຽນ ເຮຍ ກຳມະການຜູ້ຈັດການ ພູມິພາກເອເຊຍປາຊິຟິກ ແຄສເປີສກີ້ ກ່າວວ່າດ້ວຍການເລັ່ງປະສົມປະສານ IT ແລະ OT ໃນອີກບໍ່ກີ່ປີຂ້າງໜ້ານີ້ ກົນລະຍຸດດ້ານຄວາມປອດໄພທາງໄຊເບີໃນພູມິພາກເອເຊຍປາຊິຟິກຈະຕ້ອງພັດທະນາຢ່າງຕໍ່ເນື່ອງ ໂດຍເຊື່ອມໂຍງທັງສອງໂດເມນເຂົ້າດ້ວຍກັນເພື່ອຮັກສາການດຳເນີນງານແລະຮັບຮອງຄວາມຢືດຢຸ່ນໃນໂລກທີ່ເຊື່ອມຕໍ່ກັນຫຼາຍຂຶ້ນ

“ຈາກຂໍ້ມູນ Kaspersky Industrial Control Systems (ICS)-CERT ຫຼ້າສຸດຂອງພວກເຮົາລະບຸວ່າ ພູມິພາກຍ່ອຍທີ່ສຳຄັນຂອງເອເຊຍປາຊິຟິກທີ່ໃຊ້ຄອມພິວເຕີ ICS ກຳລັງປະເຊີນກັບການໂຈມຕີໄຊເບີຢ່າງຕໍ່ເນື່ອງ ລາຍງານລະດັບໂລກໄຕມາດທີ 1 ຂອງປີ 2025 ອັນດັບສັດສ່ວນເປີເຊັນຂອງຈຳນວນຄອມພິວເຕີ ICS ທີ່ຖືກບລອກວັດຖຸອັນຕະລາຍຂອງເອເຊຍຕາເວັນອອກສຽງໃຕ້ຢູ່ໃນອັນດັບທີ 2 ເອເຊຍກາງຢູ່ໃນອັນດັບທີ 3 ແລະເອເຊຍໃຕ້ຢູ່ໃນອັນດັບທີ 6”

Kaspersky ອະທິບາຍວ່າ IT ແມ່ນລະບົບສານສະເໜີທີ່ໃຊ້ກັນໃນອົງກອນ ສ່ວນ OT ກໍແມ່ນລະບົບປະຕິບັດການທີ່ຄວບຄຸມໂຮງງານ ໄຟຟ້າ ນ້ຳມັນ ແກັສ ຫຼືແມ້ແຕ່ລະບົບອັດຕະໂນມັດໃນອາຄານ ທັງສອງຢ່າງນີ້ກຳລັງຖືກປະສົມປະສານເຂົ້າຫາກັນເຕັມຮູບແບບໃນພູມິພາກເອເຊຍປາຊິຟິກ ເພາະແຮງຜັກດັນຈາກການເປັນຂະບວນການສູ່ດິຈິຕອນ ອຸດສາຫະກຳຕ່າງໆ ຕ້ອງການຂໍ້ມູນແບບເຣຍວໄທມ໌ ຕ້ອງການລະບົບອັດຕະໂນມັດ ແລະຕ້ອງການການເຊື່ອມຕໍ່ທີ່ປາດສະຈາກຮອຍຕໍ່ ເພື່ອເພີ່ມປະສິດທິພາບແລະຫຼຸດຜ່ອນຕົ້ນທຶນ

ຕົວເລກທີ່ໜ້າສົນໃຈແມ່ນມູນຄ່າຕະຫຼາດການປະສົມປະສານ IT-OT ໃນພູມິພາກນີ້ຢູ່ທີ່ກວ່າ 13 ພັນລ້ານໂດລາສະຫະລັດ ແລະພາຍໃນປີ 2030 ຄາດວ່າຈະທະຍານຂຶ້ນເຖິງ 62 ພັນລ້ານໂດລາ ເຕີບໂຕສະເລ່ຍປີລະເກືອບ 25%

ເມື່ອພິຈາລະນາຈາກສັດສ່ວນໂດຍລວມຂອງຄອມພິວເຕີ ICS ທີ່ຖືກບລອກວັດຖຸອັນຕະລາຍ ໃນໄຕມາດທີ 2 ປີ 2025 ພົບວ່າເອເຊຍປາຊິຟິກມີສັດສ່ວນທີ່ 23% ຊຶ່ງສູງກວ່າຄ່າສະເລ່ຍທົ່ວໂລກທີ່ມີ 20.54% ຢູ່ເກືອບ 3%

ແຕ່ເມື່ອເສັ້ນແບ່ງ IT ແລະ OT ເລືອນຫາຍໄປ ພາຍໄພຄຸກຄາມໄຊເບີກໍຂະຫຍາຍຕົວກວ້າງຂຶ້ນດ້ວຍເຊັ່ນກັນ

ຫຼ້າສຸດ Kaspersky ICS-CERT ລາຍງານວ່າ ເອເຊຍຕາເວັນອອກສຽງໃຕ້ຕິດອັນດັບ 2 ຂອງໂລກ ໃນການຖືກໂຈມຕີລະບົບຄວບຄຸມອຸດສາຫະກຳ ແລະໃນໄຕມາດ 2 ປີ 2025 ພົບວ່າ 23% ຂອງຄອມພິວເຕີ ICS ໃນພູມິພາກຖືກບລອກວັດຖຸອັນຕະລາຍ ສູງກວ່າຄ່າສະເລ່ຍໂລກທີ່ 20% ຢ່າງຊັດເຈນ

ໂດຍສະເພາະອຸດສາຫະກຳພະລັງງານ ນ້ຳມັນແລະແກັສ ໄປຈົນເຖິງລະບົບອັດຕະໂນມັດໃນອາຄານ Kaspersky ຊີ້ວ່າເປັນພາກທີ່ກຳລັງເຈົ້າກັບການໂຈມຕີບໍ່ຍຄັ້ງຂຶ້ນ ແລະສິ່ງທີ່ໜ້າກັງວົນແມ່ນ ການໂຈມຕີເຫຼົ່ານີ້ໄດ້ບໍ່ຫຍຸດຢູ່ທີ່ມັນແວເອບແບບດັ້ງເດີມ ແຕ່ຍັງມີຟິຊຊິ່ງ ສະປາຍແວເອອີ່າງ FormBook ຫຼື AgentTesla ທີ່ຊ່ອນມາໃນອີເມວພຸ່ງເປົ້າອຸດສາຫະກຳພະລັງງານໂດຍກົງ

ອຸດສາຫະກຳໃນພູມິພາກເອເຊຍປາຊິຟິກທີ່ໄດ້ຮັບຜົນກະທົບຈາກພາຍໄພຄຸກຄາມຈາກໄວຣັສຫຼາຍທີ່ສຸດໃນໄຕມາດທີ 2 ປີ 2025 ໄດ້ແກ່: ພະລັງງານໄຟຟ້າ ລະບົບອັດຕະໂນມັດໃນອາຄານ ນ້ຳມັນແລະແກັສ ການຜະລິດ ແລະວິສະວະກຳແລະການປະສົມປະສານລະບົບ ICS

ທາງອອກຂອງເລື່ອງນີ້ກໍແມ່ນ SOC ອັດສະລິຍະ ຫຼື ສູນການປະຕິບັດການດ້ານຄວາມປອດໄພທີ່ລວມສູນ IT ແລະ OT ເຂົ້າດ້ວຍກັນ ຊຶ່ງ Kaspersky ສະເໜີໂມເດນການປ້ອງກັນຫຼາຍຊັ້ນ ຕັ້ງແຕ່ການເຝົ້າລະວັງດ້ວຍ threat intelligence ການກວດຈັບດ້ວຍ EDR, MDR, XDR ທີ່ຮອງຮັບທັງ IT ແລະ OT ໄປຈົນເຖິງການຕອບສະຫນອງເຫດການແບບເຣຍວໄທມ໌ ໂດຍທຸກເຄື່ອງມືເຫຼົ່ານີ້ຕ້ອງຖືກເຊື່ອມໂຍງຜ່ານ SOC ທີ່ມອງເຫັນທັງສອງຝັ່ງພ້ອມກັນ ບໍ່ວ່າຈະເປັນເຊີເວີອົງກອນ ຫຼືລະບົບຄວບຄຸມສາຍການຜະລິດ

ນີ້ແມ່ນພາບໃຫຍ່ຂອງເທຣນ IT-OT Integration ທີ່ກຳລັງປ່ຽນທັງເສດຖະກິດແລະໂຄງສ້າງພື້ນຖານໃນເອເຊຍປາຊິຟິກ ແລະໄທເອງກໍກຳລັງປະເຊີນກັບສິ່ງທ້າທາຍນີ້ເຊັ່ນດຽວກັນ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
ຢ່າລື່ມກົດຕິດຕາມ