
ສຳນັກຂ່າວ Bloomberg ເປີດເຜີຍວ່າ Apple ຜະລິດ iPhone 17 ສຳລັບລູກຄ້າໃນສະຫະລັດອາເມລິກາ ຈາກໂຮງງານໃນອິນເດຍ ແທນທີ່ຈະເປັນໂຮງງານໃນຈີນ ແລະ ຖືວ່າເປັນຄັ້ງທຳອິດທີ່ iPhone ລຸ້ນໃໝ່ທັງໝົດຈະຖືກສົ່ງໂດຍກົງຈາກອິນເດຍ ຕັ້ງແຕ່ເລີ່ມວາງຈຳໜ່າຍ
ນອກຈາກນີ້ Apple ຍັງຢູ່ລະຫວ່າງການພັດທະນາ iPhone ລຸ້ນທີ່ຈະສືບຕໍ່ຈາກ iPhone 16E ຊຶ່ງກໍຈະຜະລິດໃນໂຮງງານອິນເດຍເຊັ່ນດຽວກັນ
ເວັບໄຊທ໌ The Verge ຊີ້ໃຫ້ເຫັນວ່າ Apple ຍ້າຍຖານການຜະລິດ iPhone ຈາກຈີນໄປຍັງອິນເດຍຫຼາຍຂຶ້ນເລື້ອຍໆ ເພື່ອຫຼຸດຜ່ອນການຟຶ່ງພາອາໄສສາຍການຜະລິດໃນຈີນ ໂດຍ Bloomberg ລະບຸວ່າ iPhone ທີ່ຜະລິດໃນອິນເດຍຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າໂດຍສະຫະລັດ ເຖິງແມ່ນວ່າສະຫະລັດຈະເກັບພາສີອິນເດຍ 50% ກໍຕາມ
ຢ່າງໃດກໍຕາມ, ນັກວິເຄາະ Patrick Moorhead ເປີດເຜີຍວ່າ ຊິ້ນສ່ວນຍ່ອຍໆລົງໄປຂອງ iPhone ລຸ້ນໃໝ່ກໍຍັງຜະລິດຢູ່ໃນໂຮງງານທີ່ຈີນຢູ່ດີ ກ່ອນທີ່ຈະຖືກສົ່ງໄປປະກອບຂັ້ນສຸດທ້າຍໃນອິນເດຍ
ຂ່າວຈາກ: The Verge
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |