site cover1 (84)
ພົບຮ້ານປອມໃນ TikTok ຫຼາຍກວ່າໝື່ນຮ້ານ ຖືກໃຊ້ເປັນເຄື່ອງມືໃນການປ່ອຍມາລແວເພື່ອລັກເງິນຄຣິບໂຕ
ຮຽບຮຽງໂດຍ:kaling
ເຜີຍແຜ່: 21 August, 2025

ໃນປັດຈຸບັນຊ່ອງທາງການຊື້ຂາຍອອນລາຍນັ້ນໄດ້ໄປໄກຫຼາຍກວ່າການຂາຍແບບສົ່ງຂໍ້ຄວາມສ່ວນຕົວຜ່ານຕົວກາງເໝືອນ Marketplace ໃນ Facebook ຫຼືວາງຂາຍໃຫ້ກົດຊື້ໂດຍກົງໃນແພລດຟອມເໝືອນ Shopee ຫຼັງຈາກທີ່ມີການເຂົ້າມາຂອງ TikTok ທີ່ຊ່ວຍໃຫ້ຜູ້ຂາຍວາງຍຸດທະສາດການຂາຍໄດ້ຫລາກຫລາຍຂຶ້ນ ແຕ່ດຽວນີ້ແຮັກເກີກໍ່ໄດ້ໃຊ້ກະແສນີ້ໃນການຫລອກລວງປ່ອຍມາລແວຜ່ານທາງຮ້ານຂາຍຂອງປອມແລ້ວເໝືອນກັນ.

ຈາກລາຍງານໂດຍເວັບໄຊ The Hacker News ໄດ້ກ່າວເຖິງການຄົ້ນພົບແຄມເປນການແຜ່ກະຈາຍມາລແວ SparkKitty ດ້ວຍວິທີການ Phishing ຜ່ານທາງຮ້ານຄ້າປອມໃນເຄືອຂ່າຍສັງຄົມອອນລາຍຍອດນິຍົມ TikTok ຊຶ່ງມາລແວຕົວນີ້ມີປະສິດທິພາບໃນການລັກຂໍ້ມູນໃນໂທລະສັບມືຖືທັງທີ່ເຮັດວຽກໃນລະບົບ iOS ແລະ Android ໂດຍມາລແວຕົວນີ້ມີປະສິດທິພາບໃນການລັກຂໍ້ມູນໃນເຄື່ອງຂອງເຫຍື່ອທີ່ຫລາກຫລາຍ ລວມໄປເຖິງມີຄວາມສາມາດໃນການຖອດຂໍ້ຄວາມຈາກຮູບພາບດ້ວຍເທັກໂນໂລຢີ Optical Character Recognition ຫຼື OCR ຊຶ່ງຊ່ວຍໃຫ້ມາລແວເຮັດການຖອດຕົວອັກສອນທີ່ຢູ່ໃນຮູບພາບທີ່ບັນທຶກຢູ່ໃນ Gallery ຂອງເຄື່ອງ ໂດຍຈະສຸມໄປຍັງຂໍ້ມູນສຳຄັນກ່ຽວກັບເງິນຄຣິບໂຕເຄີເຣນຊີ ເຊັ່ນ ລະຫັດ Seed Phrase (ລະຫັດສຳຫຼັບກູ້ຂໍ້ມູນກະເປົ໋າເງິນຄຣິບໂຕເຄີເຣນຊີ) ເພື່ອຂະຫຍາຍການລັກເງິນຂອງເຫຍື່ອ.

ສຳຫຼັບແຄມເປນດັ່ງກ່າວນີ້ມີຊື່ວ່າ FraudOnTok ຊຶ່ງຖືກຄົ້ນພົບຈາກທີມຄົ້ນຄວ້າແຫ່ງບໍລິສັດ CTM360 ບໍລິສັດຈາກປະເທດບາຮ໌ເຣນຜູ້ຊ່ຽວຊານດ້ານການຈັດການກັບໄພໄຊເບີ ໂດຍທາງທີມຄົ້ນຄວ້າໄດ້ອະທິບາຍເຖິງແຄມເປນນີ້ວ່າ ແຮັກເກີທີ່ຢູ່ເບື້ອງຫລັງແຄມເປນດັ່ງກ່າວນັ້ນໄດ້ມີການໃຊ້ຫລາຍຍຸດທະສາດເພື່ອຫລອກລວງໃຫ້ເຫຍື່ອເຂົ້າມາຕິດແລະດາວໂຫລດມາລແວໄປຕິດຕັ້ງໃນເຄື່ອງ ເຊັ່ນ ການໃຊ້ໂຄສະນາປອມໃນ Facebook ຜ່ານທາງເຄື່ອງມືເໝືອນ META Ads ແລະ ການໃຊ້ວິທີວິດີໂອປອມໃນ TikTok ຊຶ່ງຖືກສ້າງຜ່ານການໃຊ້ງານ AI ສຳຫຼັບການສ້າງສື່ ຫຼື Generative AI ໂດຍລອກເລີກແບບຜູ້ທີ່ເປັນພຣີເຊັນເຕີ ຫຼື Brand Ambassador ຂອງແບຣນດັງ.

ແລະໃນສ່ວນທີ່ສຳຄັນທີ່ສຸດນັ້ນແມ່ນ ການໃຊ້ໂດເມນທີ່ປອມຕົວໃຫ້ຄືກັບໂດເມນສຳຫຼັບຮ້ານຄ້າໃນ TikTok ຊຶ່ງໂດເມນທີ່ຖືກສ້າງຂຶ້ນມານັ້ນມີຫຼາຍກວ່າ 15,000 ໂດເມນ ໂດຍມັກໃຊ້ງານ Top-Level Domain ເໝືອນ .top, .shop, ແລະ .icu ເປັນຕົ້ນ ຊຶ່ງໂດເມນເຫຼົ່ານີ້ເມື່ອເຫຍື່ອເຜິ່ນກົດເຂົ້າ ໂດເມນກໍ່ຈະນຳພາເຫຍື່ອໄປຍັງເວັບໄຊປອມທີ່ແຮັກເກີສ້າງເອົາໄວ້ ໂດຍຕົວເວັບໄຊກໍ່ມີຫລາຍຮູບແບບບໍ່ວ່າຈະເປັນການໃຊ້ກົນເລ່ຫ໌ເພື່ອຫລອກລັກລະຫັດຜ່ານຂອງເຫຍື່ອໂດຍກົງ ຫຼືອາດເປັນການແຈກແອັບພລິເຄຊັນປອມທີ່ຈະນຳພາເຫຍື່ອໄປສູ່ການຕິດມາລແວທີ່ກ່າວໄວ້ຂ້າງເທິງ ຊຶ່ງສຳຫຼັບແບບຫຼັງນັ້ນ ທາງທີມຄົ້ນຄວ້າພົບວ່າມີຫຼາຍກວ່າ 5,000 ໂດເມນໃນແຄມເປນນີ້ທີ່ໃຊ້ຍຸດທະສາດດັ່ງກ່າວ.

ເມື່ອລວມທຸກຢ່າງເຂົ້າດ້ວຍກັນ ທາງທີມຄົ້ນຄວ້າຈຶ່ງໄດ້ທຳການສະຫຼຸບຂັ້ນຕອນການຫລອກລວງເຫຍື່ອຂອງແຮັກເກີອອກເປັນ 3 ຮູບແບບດັ່ງນີ້:

  1. ຫລອກລວງເຫຍື່ອທັງທີ່ເປັນຜູ້ຊື້ (Buyers) ແລະ ຜູ້ຂາຍທີ່ເຂົ້າຮ່ວມໂຄງການຄູ່ຄ້າຕົວແທນ (Affiliate Sellers) ດ້ວຍຂໍ້ສະເໜີພິເສດເໝືອນ ສິນຄ້າຫລຸດລາຄາແບບຫລຸດກະຫນຳ ທີ່ມີຂໍ້ຈຳກັດວ່າຕ້ອງຈ່າຍເງິນຄ່າສິນຄ້າດ້ວຍເງິນຄຣິບໂຕເຄີເຣນຊີເທົ່ານັ້ນ
  2. ຫລອກລວງໃຫ້ Affiliate Seller ເຮັດວຽກເຕີມເງິນຄຣິບໂຕເຄີເຣນຊີໃສ່ກະເປົ໋າເງິນປອມທີ່ຢູ່ໃນເວັບໄຊປາຍທາງ ໂດຍອ້າງວ່າ ເປັນການເຕີມເງິນເພື່ອລົງທຶນໃນການຮັບຄ່າຄອມມິຊຊັນ (Commission) ຫຼື ຄ່າໂບນັດການຖອນເງິນໃນອະນາຄົດ
  3. ໃຊ້ໜ້າລັອກອິນເຂົ້າ TikTok Shop (ປອມ) ເພື່ອຫລອກລັກລະຫັດຜ່ານ ຫຼື ດາວໂຫລດໃຫ້ຕິດຕັ້ງແອັບພລິເຄຊັນປອມທີ່ເຮັດໄດ້ທັງການລັກລະຫັດຜ່ານແລະແຊກມາລແວລົງເຄື່ອງ

ໂດຍຕົວແອັບພລິເຄຊັນປອມນັ້ນຫຼັງຈາກຕິດຕັ້ງລົງໃນເຄື່ອງແລ້ວ ກໍ່ຈະຂຶ້ນຫນ້າຈໍໃຫ້ເຫຍື່ອເຮັດການລັອກອິນບັນຊີທີ່ຕ້ອງໃຊ້ອີເມລໃຫ້ການລັອກອິນເທົ່ານັ້ນເພື່ອຫລອກລັກລະຫັດຜ່ານຂັ້ນໜຶ່ງກ່ອນ ຫຼັງຈາກທີ່ລັອກອິນລົ້ມເຫລວ ຕົວແອັບພລິເຄຊັນກໍ່ຈະນຳສະເໜີໃຫ້ເຫຍື່ອເຮັດການລັອກອິນດ້ວຍການໃຊ້ບັນຊີ Google ແທນເພື່ອຫລອກລັກ Token ສຳຫຼັບໃຊ້ຝ່າລະບົບການຢືນຢັນຕົວຕົນ Google OAuth ຫຼັງຈາກນັ້ນຈຶ່ງຈະເປັນການຝັງມາລແວລົງໄປເພື່ອລັກຂໍ້ມູນສຳຄັນແລະຂໍ້ມູນທີ່ກ່ຽວຂ້ອງກັບຄຣິບໂຕເຄີເຣນຊີຕາມທີ່ກ່າວໄວ້ໃນຂໍ້ທີ່ຜ່ານມາ.

ເຫັນດັ່ງນີ້ແລ້ວ ຜູ້ຊອບປິ້ງຄົງຕ້ອງມີຄວາມລະມັດລະວັງຕົວຫຼາຍຂຶ້ນເມື່ອຊື້ຂອງກັບຮ້ານທີ່ບໍ່ແມ່ນຮ້ານຢ່າງເປັນທາງການໃນ TikTok ລວມໄປເຖິງຜູ້ຂາຍນັ້ນກໍ່ຈຳເປັນຕ້ອງມີການຄວບຄຸມຄວາມໂລບໃຫ້ດີ ເພື່ອທີ່ຈະໄດ້ບໍ່ຕົກເປັນເຫຍື່ອຂອງແຄມເປນຫລອກລວງທີ່ນອກຈາກຈະເສຍຊັບສິນ ອາດເສຍທັງຮ້ານເພາະມອບລະຫັດຜ່ານໃຫ້ແຮັກເກີໄປແລ້ວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
ຢ່າລື່ມກົດຕິດຕາມ