site cover1 (85)
Microsoft Excel ປ່ອຍຟັງຊັນ Copilot ໃຊ້ AI ຊ່ວຍເຕີມຂໍ້ມູນໃນເຊວ
ຮຽບຮຽງໂດຍ:kaling
ເຜີຍແຜ່: 21 August, 2025

ທີມພັດທະນາ Microsoft Excel ກຳລັງທົດສອບຟັງຊັນ Copilot, ຟັງຊັນ AI ໃໝ່ທີ່ຈະເຕີມຂໍ້ມູນໃນເຊວແບບອັດຕະໂນມັດ. ພຽງແຕ່ໃສ່ຄຳສັ່ງແລະລະບຸເຊວທີ່ຕ້ອງການອ້າງອີງເຖິງ, ຫຼັງຈາກນັ້ນ AI ຈະຈັດລຽງຂໍ້ມູນ, ສະຫຼຸບຜົນ, ເຮັດຕາຕະລາງ ແລະ ອື່ນໆອີກຫຼາຍຢ່າງດ້ວຍໂຕເອງ.

ຕົວຢ່າງການໃຊ້ຟັງຊັນ Copilot ແມ່ນສົມມຸດວ່າມີເຊວໃນຄໍລັມທີ່ມີຂໍ້ມູນຜົນຕອບຮັບກ່ຽວກັບເຄື່ອງຊົງກາເຟ, ຜູ້ໃຊ້ຈະສາມາດນຳໃຊ້ຟັງຊັນ Copilot ໃນການເຕີມຂໍ້ມູນທີ່ອ້າງອີງຈາກຂໍ້ມູນດັ່ງກ່າວດ້ວຍ AI ໂດຍການໃສ່ຟັງຊັນ “=COPILOT(“Classify this feedback”, D4:D18),”. ເລກເຊວກໍ່ຕ້ອງກົງກັບໃນ Excel, ຫຼັງຈາກນັ້ນ AI ຈະເຕີມຂໍ້ມູນຕາມທີ່ຕ້ອງການແບບອັດຕະໂນມັດ.

ຫາກເບິ່ງຕາມຮູບພາບຈະເຫັນໄດ້ວ່າຜູ້ໃຊ້ໄດ້ເຕີມຕົວຢ່າງຂໍ້ມູນກ່ຽວກັບລັກສະນະຂໍ້ຄວາມທີ່ເປັນຄວາມຄິດເຫັນໃນແງ່ບວກແລະລົບຂອງເຄື່ອງຊົງກາເຟໄວ້ແລ້ວ. Copilot ຈະເຕີມຂໍ້ມູນວ່າຂໍ້ມູນໃດເປັນເຊີງບວກຫຼືເຊີງລົບ, ໂດຍອ້າງອີງຂໍ້ມູນຈາກເຊວດ້ານຊ້າຍແລະຫົວຂໍ້ເຊວດ້ານເທິງ.

Microsoft ຍັງໃຫ້ຕົວຢ່າງການນຳໃຊ້ Copilot ເພີ່ມເຕີມອີກດ້ວຍ ປະກອບມີ:

  • =COPILOT(“Create a description for this product based on its specs”, B2:B8) ທີ່ AI ຈະສ້າງຂໍ້ຄວາມທີ່ເປັນລາຍລະອຽດຂອງຜະລິດຕະພັນໂດຍອ້າງອີງຈາກສະເປກຂອງຜະລິດຕະພັນທີ່ກະຣອກໄວ້ໃນເຊວ B2-B8
  • =COPILOT(“Summarize this feedback”, A2:A20) ໂດຍ AI ຈະສະຫຼຸບຂໍ້ຄວາມໃນເຊວ A2-A20

ນອກນີ້, Copilot ໃຊ້ຄວາມສາມາດຂອງ GPT 4.1 Mini ຖືເປັນທາຍາດຂອງຟັງຊັນ LABS.GENERATIVEAI ທີ່ Microsoft ທົດສອບມາຕັ້ງແຕ່ໃນຊ່ວງປີ 2023.

Microsoft ຍັງເປີດເຜີຍດ້ວຍວ່າຜູ້ໃຊ້ສາມາດປະສົມ Copilot ເຂົ້າກັບຟັງຊັນອື່ນໆ ເຊັ່ນ IF, SWITCH, LAMBDA ຫຼື WRAPROWS ແລະລະບຸວ່າຂໍ້ມູນທີ່ໃຊ້ Copilot ໃນການຊ່ວຍຄິດຈະບໍ່ຖືກສົ່ງໄປໃຊ້ໃນການຝຶກ AI.

ແຕ່ຢ່າງໃດກໍ່ຕາມ, Copilot ມີຂໍ້ຈຳກັດຢູ່, ໂດຍບໍ່ສາມາດເຂົ້າເຖິງຂໍ້ມູນໃນ Spreadsheet ອື່ນໄດ້ ແລະມີພະລັງໃນການຄິດໄລ່ 100 ຟັງຊັນໃນ 10 ນາທີ. ຮວມທັງ Microsoft ຍັງບໍ່ແນະນຳໃຫ້ໃຊ້ໃນການຄິດໄລ່ຕົວເລກຫຼືໃນ “ສະຖານການທີ່ມີຄວາມສ່ຽງສູງ” ທີ່ມີຄວາມກ່ຽວພັນດ້ານກົດໝາຍ.

ຟັງຊັນນີ້ເປີດໃຫ້ນຳໃຊ້ງານໃນ Windows ແລະ Mac ໃນຊ່ອງ Beta Channel ທີ່ມີ Microsoft 365 Copilot, ໂດຍ Microsoft ຕັ້ງໃຈຈະພັດທະນາຟີເຈີນີ້ຕໍ່ໄປເລື້ອຍໆ.

 

ຂ່າວຈາກ: The Verge

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
ຢ່າລື່ມກົດຕິດຕາມ