ກອງປະຊຸມທາບທາມຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ສະໄໝທີ X (ຮອບທີ 3), ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານກວດກາຄະນະພັກແຂວງ ຮອບທີ 2 ຈັດຂຶ້ນໃນວັນທີ 23 ສິງຫາ 2025 ຢູ່ຫໍວັດທະນະທຳ ໄກສອນ ພົມວິຫານ ໃຫ້ກຽດເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ-ນະຄອນ, ເລຂາຄະນະພັກກອງບັນຊາການ ປກຊ-ປກສ ແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ມີການປະກອບຄຳເຫັນໃສ່ເນື້ອໃນເອກະສານກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X ເປັນຕົ້ນ ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ເປັນຄັ້ງສຸດທ້າຍ. ຈາກນັ້ນ, ສະຫາຍ ເລຂາຄະນະບໍລິຫານງານພັກແຂວງ ກໍໄດ້ລາຍງານຜົນສຳເລັດການດຳເນີນຊີວິດການເມືອງທ້າຍສະໄໝ ຄະນະບໍລິຫານງານພັກແຂວງ ສະໄໝທີ IX ໂດຍສັງເຂບ, ພ້ອມທັງຊີ້ແຈງການຕຳນິສົ່ງຂ່າວຕໍ່ການນຳພາລວມຂອງຄະນະບໍລິຫານງານພັກແຂວງ. ຈາກນັ້ນ, ສະຫາຍ ວິໄລວົງ ບຸດດາຄຳ ກໍໄດ້ຜ່ານມາດຖານເງື່ອນຂອງໄຂຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານກວດກາຄະນະພັກ.
ໃນກອງປະຊຸມ, ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ແນະນຳບາງບັນຫາສຳຄັນ ກ່ອນຈະດຳເນີນການທາບທາມ, ພ້ອມທັງໄດ້ແນະນຳວຽກງານໃນການກະກຽມກອງປະຊຸມໃຫຍ່ ອົງຄະນະພັກແຂວງສະຫວັນນະເຂດ ສະໄໝທີ X ທີ່ຈະໄຂຂຶ້ນໃນຕໍ່ໜ້າ ເພື່ອໃຫ້ມີຜົນສຳເລັດຢ່າງຈົບງາມ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມໄດ້ດຳເນີນການປ່ອນບັດທາບທາມຄະນະບໍລິຫານງານພັກແຂວງ ຮອບທີ 3 ແລະ ທາບທາມຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ, ປະທານ-ຮອງປະທານກວດກາຄະນະພັກ ຮອບທີ 2 ຢ່າງເປັນທາງການ.
ຂ່າວ-ພາບ: ຫ້ອງວ່າການສູນກາງພັກ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |