pele - 2025-08-25T114503.086
ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ
ຮຽບຮຽງໂດຍ:Pele
ເຜີຍແຜ່: 25 August, 2025
ໝວດ: ຂ່າວ

ໃນວັນທີ 22 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ກະຊວງສາທາລະນະສຸກ ສປປ ລາວ ແລະ ອົງການຮ່ວມມືສາກົນ ສ. ເກົາຫຼີ (ອົງການ KOICA ປະຈໍາ ສປປ ລາວ) ໄດ້ຈັດ ພິທີ ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ ເຊິ່ງໂຄງການດັ່ງກ່າວ ແມ່ນຈັດຕັ້ງປະຕິບັດທີ່ສູນການແພດຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ແລະ ສາຂາສູນການແພດຟື້ນຟູໜ້າທີ່ການ ແຂວງອຸດົມໄຊ ເພື່ອບໍລິການຮັບໃຊ້ ຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ຢູ່ 04 ແຂວງພາກເໜືອຂອງລາວ ໄດ້ເຂົ້າເຖິງການບໍລິການທີ່ມີຄຸນນະພາບ ໂດຍບໍ່ໄດ້ເສຍຄ່າ.

 

ໂຄງການນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ທີ່ຈະໄດ້ຊ່ວຍເຫຼືອຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ໃນ ສປປ ລາວ, ຈະສ້າງໃຫ້ວຽກງານການແພດຟື້ນຟູໜ້າທີ່ການ ມີຄວາມເຂັ້ມແຂງ, ມີຄຸນນະພາບ ພ້ອມທັງຍົກລະດັບຄວາມຮູ້ ຄວາມສາມາດ ຂອງບຸກຄະລາກອນ ທາງດ້ານການແພດຟື້ນຟູໜ້າທີ່ການ, ກໍ່ສ້າງໂຄງລ່າງພື້ນຖານ ຢູ່ສູນການແພດຟື້ນຟູໜ້າທີ່ການ ແລະ ສາຂາສູນການແພດຟື້ນຟູໜ້າທີ່ການແຂວງອຸດົມໄຊ ໃຫ້ໄດ້ມາດຕະຖານຮັບປະກັນຄວາມປອດໄພ ແລະ ໄດ້ສະໜອງອຸປະກອນການແພດ, ອຸປະກອນການຜະລິດ ໃຫ້ຄົບຊຸດ ແລະ ທັນສະໄໝ.

 

ໂຄງການດັ່ງກ່າວ ຈະສ້າງໃຫ້ວຽກງານການແພດຟື້ນຟູໜ້າທີ່ການ ໄດ້ສະໜອງອຸປະກອນ ດ້ານອົງຄະທຽມ ເຄື່ອງຄໍ້າຊູ, ເຄື່ອງຊ່ວຍຊູ ຢູ່ສາຂາສູນການແພດຟື້ນຟູໜ້າທີ່ການ ແຂວງອຸດົມໄຊ ເພື່ອຮັບຜິດຊອບ 04 ແຂວງພາກເໜືອ.

 

ພິທີດັ່ງກ່າວໄດ້ລົງນາມ ໂດຍ ທ່ານ ດຣ ຄຳໃສ ເດດລືໄຊ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ຊອງຊູ ໂອ ຫົວໜ້າອົງການຮ່ວມມືສາກົນ ສ. ເກົາຫຼີ (ກອຍກາ) ພ້ອມນັ້ນຍັງໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ນາງ ອາພອນ ວິຊາເທບ ຮອງຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງຢອງ ຊູ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ມີບັນດາ ທ່ານຫົວໜ້າຫ້ອງການ, ກົມ, ຫົວໜ້າສູນການແພດຟື້ນຟູໜ້າທີ່ການ ພ້ອມດ້ວຍຄະນະ, ຫົວໜ້າພະແນກສາທາລະນະສຸກ, ອໍານວຍການໂຮງໝໍແຂວງ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

 

ທີ່ມາ: ສຸນຂ່າວສານການແພດສຸຂະສຶກສາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
jane (91)
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)
jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
ຢ່າລື່ມກົດຕິດຕາມ