
ລັດວິສາຫະກິດນ້ຳປະປາ ນະຄອນຫລວງວຽງຈັນ ອອກແຈ້ງການ ເລກທີ 0551/ນປນຄ ວັນທີ 19 ພຶດສະພາ 2023 ເລື່ອງ ການນໍາໃຊ້ນໍ້າປະປາຢ່າງປະຢັດ ແລະ ໃຫ້ມີຖັງເກັບນໍ້າຊົມໃຊ້ສຸກເສີນ ໃນກໍລະນີແຮງດັນນໍ້າປະປາ ອອກຄ່ອຍ ເນື່ອງປັດຈຸບັນ ແມ່ນຍາມລະດູແລ້ງ ມີຟ້າຝົນລົມແຮງ ສົ່ງຜົນໃຫ້ກະແສໄຟຟ້າຂັດຂ້ອງບາງໄລຍະ ສົ່ງຜົນໃຫ້ການດຳເນີນການຜະລິດນໍ້າ ທາງດ້ານເຕັກນິກຂອງໂຮງງານເລື່ອງການແລ່ນໂປ້ມຜະລິດນໍ້າຂັດຂ້ອງເປັນໄລຍະ ຍ້ອນກະແສໄຟຟ້າບາງຄັ້ງບໍ່ມາປົກກະຕິ ເຊິ່ງປັດຈຸບັນກຳລັງການຜະລິດແມ່ນເຕັມສ່ວນ ແລະ ບາງເຂດກໍ່ເປັນພື້ນທີ່ສູງ ແລະ ເຂດຫ່າງໄກ, ນໍ້າຈະໄປຮອດຊ້າກວ່າພື້ນທີ່ອື່ນໆ ເມື່ອມີບັນຫາແຕ່ລະຄັ້ງ.
ດັ່ງນັ້ນຈຶ່ງຂໍແຈ້ງມາຍັງລູກຄ້າ ເພື່ອກະກຽມໂຕ່ງນໍ້າໄວ້ຊົມໃຊ້ລ່ວງໜ້າ ຈົນກວ່າແຮງດັນນໍ້າຈະມາປົກກະຕິ ແລະ ຂໍອະໄພໃນຄວາມບໍ່ສະດວກຕໍ່ການຊົມໃຊ້ນໍ້າປະປາຂອງລູກຄ້າໃນຄັ້ງນີ້ດ້ວຍ.
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,445 | 21,721 |
THB | 661.11 | 671.29 |
EUR | 23,780 | 24,256 |
CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |