pele - 2025-08-26T103019.538
ປະຊາຊົນບ້ານວຽງສະຫວັນ ສຳເລັດການສ້າງຄວາມສາມາດ ແລະ ການຈັດຊັບພະຍາກອນປະມົງທີ່ຍືນຍົງ.
ຮຽບຮຽງໂດຍ:Pele
ເຜີຍແຜ່: 26 August, 2025

ວັນທີ 25 ສິງຫາ 2025 ນີ້, ທີ່ຫ້ອງປະຊຸມບ້ານວຽງສະຫວັນ ນະຄອນ ຫຼວງພະບາງ ໄດ້ຈັດພິທີ ປິດໂຄງການ ການສ້າງຄວາມສາມາດ ແລະ ຈັດການ ຊັບພະຍາກອນປະມົງແບບຍືນຍົງ ພາຍໃຕ້ຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ ໂດຍການມີສ່ວນຮ່ວມຂອງຊຸມຊົນໃນ ສປປ ລາວ, ມີ ທ່ານ ອຳໄພວັນ ສຸກສັນຕິ ຮອງອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ທ່ານ ຈົງກົນ ພົມຍະ ຄະນະບໍດີ ຄະນະເທັກໂນໂລຊີທາງການປະມົງ ແລະ ຊັບພະຍາກອນທາງນ້ຳ ມະຫາວິທະຍາໄລເມໂຈ ປະເທດໄທ, ມີພາກລັດທີ່ກ່ຽວຂ້ອງທັງພາຍໃນ ແລະຕ່າງປະເທດ, ກະຊວງການຕ່າງປະເທດ ແລະການຄ້າຂອງອົດສະຕາລີ ແລະ ສະຖາບັນສິ່ງແວດລ້ອມໂລກ ປະຈໍາ ອາຊຽນ, ຜູ້ໃຫ້ການສະໜັບສະໜູນທຶນ ແລະປະຊາຊົນບ້ານວຽງສະຫວັນ ເຂົ້າຮ່ວມ.

 

 

ຕະຫຼອດໜຶ່ງປີທີ່ຜ່ານມາ ໂຄງການການສ້າງຄວາມສາມາດ ແລະ ຈັດການຊັບພະຍາກອນປະມົງແບບຍືນຍົງ ພາຍໃຕ້ຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ ໂດຍການມີສ່ວນຮ່ວມຂອງຊຸມຊົນໃນ ສປປ ລາວ ໄດ້ຮ່ວມກັນສ້າງ “ ເຂດອະນຸລັກ ວັງສະຫງວນຜາຕ້ອງ ” ເພື່ອປົກປັກຮັກສາ ສະຖານທີ່ຂະຫຍາຍແນວພັນປາ, ການສ້າງຊຸມຊົນ ໃນການຈັດການປະມົງຢ່າງຍືນຍົງ, ພ້ອມທັງພັດທະນາອາຊີບທາງເລືອກເຊັ່ນ ການແປຮູບຜະລິດຕະພັນຈາກປາ ແລະ ໜໍ່ໄມ້ ເພື່ອຫຼຸດຜ່ອນການຫາປາໂດຍກົງ, ໄດ້ເສີມສ້າງບົດບາດຂອງແມ່ຍິງ ແລະ ກຸ່ມຊົນເຜົ່າ ໃຫ້ໄດ້ມີສ່ວນຮ່ວມຢ່າງແທ້ຈິງ ໃນການຕັດສິນໃຈ ແລະ ການຈັດການຊັບພະຍາກອນ. ນອກຈາກນັ້ນ ເດັກນ້ອຍ ແລະ ນັກຮຽນໃນຊຸມຊົນ ໄດ້ຮັບການປູກຝັງຄວາມຮັບຜິດຊອບ ຕໍ່ການອະນຸລັກຊັບພະຍາກອນ ເພື່ອສືບຕໍ່ຄວາມຍືນຍົງໃນອະນາຄົດ.

 

 

ໃນພິທີ ໄດ້ຮັບຟັງການນໍາສະເໜີຄວາມຄິດເຫັນ ການຮ່ວມມືກ່ຽວກັບການຄຸ້ມຄອງການປະມົງ, ນຳສະເໜີ ສິ່ງທ້າທາຍ ແລະຜົນສຳເລັດຂອງໂຄງການ, ບົດບາດເທົ່າທຽບທາງເພດ, ຄວາມພິການ ແລະ ການມີສ່ວນຮ່ວມທາງສັງຄົມ ແລະຮັບຊົມວີດີໂອ ເລື່ອງການປ່ຽນແປງການດຳລົງຊີວິດ ແບບດັ່ງເດີມສູ່ແບບໃຫມ່ຂອງບ້ານວຽງສະຫວັນ, ການປະກອບຄໍາເຫັນເພື່ອສືບຕໍ່ໂຄງການໃນຕໍ່ໜ້າ ແລະ ບັນດາຜູ້ເຂົ້າຮ່ວມຍັງໄດ້ຢ້ຽມຊົມສະຖານທີ່ໃຫ້ອາຫານປາ, ເຂດວັງສະຫງວນ, ສະຖານທີຜະລິດຕະພັນຂອງໂຄງການ ແລະ ຕະຫຼາດບ້ານວຽງສະຫວັນ.

 

ຂ່າວ-ພາບ : ອາພຸດເດດ ບຸບຜາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 15 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
672.94
683.71
european-union
EUR
24,219
24,703
china
CNY
2,941
2,999
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (34)
ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%
pele - 2025-09-15T162805.113
ຈັບໂຊເຟີລົດບັນທຸກ 12 ລໍ້ ພ້ອມຢາບ້າ12.742.000 ເມັດ
jane (33)
ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025
jane (32)
ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
pele - 2025-09-15T154957.450
ແຈ້ງການມອດໄຟ 17,20,21/09/2025 (ຈຳນວນ 3 ວັນ)
jane (31)
ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ
pele - 2025-09-15T143441.056
ກຽມພົບກັບງານ Laos Blockchain Fest 2025 ໃນທ້າຍເດືອນພະຈິກນີ້
pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (30)
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ
jane (29)
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025
ຢ່າລື່ມກົດຕິດຕາມ