ໃນວັນທີ 25 ສິງຫາ 2025ທີ່ຫ້ອງວ່າການແຂວງໄຊສົມບູນ ໄດ້ມີກອງປະຊຸມດໍາເນີນຊີວິດການເມືອງ ພາຍໃນ ຄະນະບໍລິຫານງານພັກ ແຂວງໄຊສົມບູນ ທ້າຍສະໄໝທີI, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງໄຊສົມບູນ;ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ; ສະຫາຍ ປອ ດາວບົວລະພາ ບາວົງເພັດ, ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍຮອງເລຂາ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາສະຫາຍຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ຄະນະຕິດຕາມຈາກສູນກາງ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ເລຂາພັກແຂວງໄຊສົມບູນໄດ້ລາຍງານໃຫ້ຊາບວ່າ: ກອງປະຊຸມດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກແຂວງ ໄຊສົມບູນ ທ້າຍສະໄໝທີ Iນີ້ ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ຈະໄດ້ຜ່ານບົດສຳຫຼວດຕົນເອງ ແລະ ພ້ອມກັນປະກອບຄຳຄິດຄຳເຫັນ ຕີລາຄາຄືນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ໃນການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງຕົນ ໃນໄລຍະຜ່ານມາ ໂດຍສະເພາະ ດ້ານວຽກແນວຄິດການເມືອງ, ແບບແຜນການນຳພາ-ຊີ້ນຳ ແລະ ວິທີການຈັດຕັ້ງປະຕິບັດ ເພື່ອຊອກໃຫ້ເຫັນບັນຫາ ຈຸດອ່ອນຂອງຕົນ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ທັງເສີມຂະຫຍາຍຈຸດດີ ທີ່ຈະຕ້ອງເພີ່ມທະວີເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານເມືອງ ທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.
ໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີບາງຄໍາເຫັນວ່າ: ການສໍາຫຼວດການນໍາພາລວມ ແລະ ການສໍາຫຼວດຕີລາຄາຕົນເອງຕ້ອງບົນພື້ນຖານໜ້າທີ່ຄວາມຮັບຜິດຊອບ, ຕຳແໜ່ງ, ມາດຖານ, ຕີລາຄາຢ່າງເລິກເຊິ່ງ, ຖືກຕ້ອງ, ພາວະວິໄສ ແລະ ແທດຕົວຈິງລວມທັງ ການປະຕິບັດບັນດາຂໍ້ຫ້າມສໍາລັບສະມາຊິກພັກ-ພະນັກງານ ແລະ ລະບຽບການຕ່າງໆ ເຊິ່ງຕ້ອງຕື່ນຕົວຊອກໃຫ້ເຫັນດ້ານດີ-ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ຂໍ້ບົກພ່ອງຂອງຕົນເອງ; ໃນກໍລະນີ ໝູ່ຄະນະ ແລະ ເພື່ອນສະຫາຍ ຍັງເຫັນມີບັນຫາໃດກໍ່ໃຫ້ຕຳນິສົ່ງຂ່າວກໍ່ສ້າງຊຶ່ງກັນ ແລະ ກັນ ບົນຈິດໃຈເພື່ອນສະຫາຍຮ່ວມອຸດົມການອັນດຽວກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ, ຮັບປະກັນຄວາມສາມັກຄີເພື່ອເຮັດໃຫ້ພາຍໃນພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ການດໍາເນີນຊີວິດການເມືອງໃນຄັ້ງນີ້, ຕ້ອງບົນພື້ນຖານເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ-ເລິກເຊິ່ງ, ມີລັກສະນະສ້າງສັນ, ຮັບປະກັນຄວາມສາມັກຄີອັນເປັນປຶກແຜ່ນ ພາຍໃນພັກ-ພະນັກງານ;ເດັດດ່ຽວຕໍ່ສູ້ກັບທັດສະນະແນວຄິດທີ່ບໍ່ຖືກຕ້ອງ, ເອົາໃຈໃສ່ສໍາຫຼວດກວດກາ-ຕຳນິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ພ້ອມກັນແກ້ໄຂໃຫ້ຈະແຈ້ງ, ປອດໃສຂາວສະອາດ ແລະ ມີຄວາມສະຫງົບ;ຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການຕິຊົມຕົນເອງ ແລະ ຕິຊົມກັນເຊິ່ງແມ່ນຫຼັກການນໍາພາລວມຂອງພັກເຮົາ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,517 | 21,794 |
![]() THB | 658.52 | 668.66 |
![]() EUR | 23,871 | 24,349 |
![]() CNY | 2,917 | 2,975 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |