ດວງ-Tou-Vientianepost
ດວງລາຍວັນປະຈໍາວັນພຸດ ທີ 24 ພຶດສະພາ 2023 ຕາມແຕ່ລະວັນເກີດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 24 May, 2023

ຄົນເກີດວັນອາທິດ:ການ​ງານວາງ​ແຜນ​ໃນ​ເລື່ອງ​ຂອງ​ທຸລະ​ກິດການ​ງານ​ຢ່າງ​ລະອຽດ​ຮອບ​ຄອບ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ມີ​ໂຊ​ກດີ​ໃນ​ໄລຍະ​ນີ້ ຄວາມ​ຮັກຈະ​ພົບ​ຄົນທີ່​ມີ​ອາ​ຍຸຫຼາຍກວ່າ ແຕ່​ກໍ​ຍັງ​ບໍ່​ຖືກ​ໃຈ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນ​ສີສົ້ມ ເລກ​ນຳ​ໂຊກ​0

ຄົນເກີດວັນຈັນ:ການ​ງານເຮັດວຽກ​ປະດິດ ວຽກງານ​ທີ່​ໃຊ້​ຄວາມ​ລະອຽດ​ຮອບ​ຄອບ ຫລື​ເຮັດວຽກ​ທີ່​ມັກ​ຈະ​ໄດ້​ດີ​ສະເໝີ​ໃນ​ໄລຍະ​ນີ້ ການ​ເງິ​ນຄິດ​ທົບ​ທວນ​ໃນ​ເລື່ອງ​ຂອງ​ການ​ໃຊ້​ຈ່າຍ ແຕ່​ຈະ​ໃຊ້​ເງິນ​ຊື້​ຂອງ​ທີ່​ຖືກ​ໃຈ​ເຂົ້າ​ມາ​ເປັນ​ຂອງ​ທີ່​ຢາກ​ໄດ້​ແທ້ໆ ​ຄວາມ​ຮັກບໍ່​ມີ​ເວລາ​ໃຫ້​ກັບ​ຄວາມ​ຮັກ​ທີ່​ຈະ​ທຸ້ມເທ ເພາະ​ໄປ​ໂຟ​ກັດ​ໃນ​ເລື່ອງ​ຂອງ​ການ​ງານຫຼາຍກວ່າ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ຟ້າ ເລກ​ນຳ​ໂຊກ​3

ຄົນເກີດວັນອັງຄານ:ການ​ງານລະ​ວັງ​ເອກະສານ​ສັນຍາ​ສົ່ງ​ຜົນ​ຕໍ່​ຄວາມ​​ຊ້າ​ ແລະ​ ຄວາມ​ຜິດ​ພາດ ການ​ເງິນຢູ່ໃນ​ເກນ​ຊົງ​ຕົວ​ໃນ​ໄລຍະ​ນີ້ ລະ​ວັງ​ຈະ​ຖືກ​ຢືມ​ເງິນ​ແລ້ວ​ບໍ່​ໄດ້​ຄືນຄວາມ​ຮັກສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ພົບ​ຄົນທີ່​ຕົນເອງ​ນັ້ນ​ປາດຖະຫນາ​ໂດຍ​ບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​9

ຄົນເກີດວັນພຸດ:ການ​ງານທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຂາຍ​ເສື້ອ​ຜ້າ ແຟ​ຊັ່ນ ຫລື​ດ້ານ​ອາຫານ ຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະ​ນີ້ດວງທາງ​ດ້ານ​ການ​ເງິນ​ດີ​ຂຶ້ນຫຼາຍ​ໆ ຢ່າງ​ເຫັນ​ໄດ້​ແຈ້ງ ຄວາມ​ຮັກມີ​ຄວາມ​ເຂົ້າໃຈ ແລະ​ ເຫັນ​ໃຈ​ຊຶ່ງ​ກັນ​ ແລະ ​ກັນ​ກັບ​ຄົນ​ຮັກ​ໃນ​ໄລຍະ​ນີ້ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​2

ຄົນເກີດວັນພະຫັດ:ການ​ງານຕ້ອງ​ມີ​ທີມ​ງານ ​ແລະ ​ທີ່​ປຶກ​ສາ​ທີ່​ດີ​ຄອຍ​ຖ້າ​ໃຫ້​ຄຳ​ແນະ​ນຳ ຈຶ່ງ​ຈະ​ເກີດ​ຄວາມ​ສຳ​ເລັດ ​ແລະ ​ຄວາມ​ກ້າວ​ຫນ້າທີ່​ດີ​ໄດ້ ການ​ເງິນໄລຍະ​ນີ້​ລາຍ​ຈ່າຍ​ມີ​ມາ​ຕະຫລອດ ບໍ່​ສາມາດ​ຫຼີກ​ເວັ້ນໄດ້​ເລີຍ ຄວາມ​ຮັກລະ​ວັງ​ການ​ໃຊ້​ອາລົມ​ ແລະ​ ຄວາມ​ໃຈ​ຮ້ອນ​ລະຫວ່າງ​ກັນ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​ຕຸ້ມຫູຄໍາ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​7

ຄົນເກີດວັນສຸກ:ການ​ງານເລັ່ງ​​ໃນ​ເລື່ອງ​ຂອງ​ການ​ສ້າງສັນ​ຜົນ​ງານ ຫລື ​ເຮັດ​ທຸລະກິດ​ໃຫ້​ໄດ້​ກຳ​ໄລດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ໂຊ​ກດີຫຼາຍ​ໆ ໃນ​ໄລຍະ​ນີ້ ຈະ​ໃຊ້​ເງິນ​ໃນ​ການເດີນທາງ​ທ່ອງທ່ຽວ ຫຼື ​​ຊື້​ເຄື່ອງ​ທີ່​ຖືກ​ໃຈ​ໃຫ້​ກັບ​ຕົນເອງ ຄວາມ​ຮັກມີ​ບັນຫາ​ໃນ​ເລື່ອງ​ຂອງ​ໄລຍະ​ທາງ​ທີ່​ຢູ່​ຫ່າງ​ໄກ​ກັນ​ກັບ​ຄູ່​ຄອງ ຫລື​ຄົນທີ່​ສຶກ​ສາ​ເບິ່ງ​ໃຈ​ກັນ​ຢູ່ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີບົວ
ເລກ​ນຳ​ໂຊກ​5

ຄົນເກີດວັນເສົາ:ການ​ງານທົບ​ທວນ​ລະບົບ​ການ​ເຮັດ​ວຽກງານ ເພື່ອ​ທີ່​ຈະ​ເຮັດໃຫ້​ໄດ້​ປະ​ສິດ​ທິ​ພາບຫຼາຍ​ທີ່ສຸດ ການ​ເງິນເພດ​ກົງກັນຂ້າມ​ຈະ​ຄອຍ​ຖ້າ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກມີ​ໂອ​ກາດ​ພົບ​ຄົນທີ່​ມີ​ສະເໜ່ຫລາຍ​ໆ ໃນ​ໄລຍະ​ນີ້ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​2

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ