site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
ຮຽບຮຽງໂດຍ:kaling
ເຜີຍແຜ່: 27 August, 2025

ການເຂົ້າມາຂອງປັນຍາປະດິດ ຫຼື AI ໄດ້ສ້າງຄວາມກັງວົນໃຫ້ກັບທຸກວົງການກ່ຽວກັບການທີ່ເທັກໂນໂລຍີນີ້ຈະເຂົ້າມາແທນທີ່ຄົນໃນການເຮັດວຽກ ເຊັ່ນ: ການນຳເອົາເຄື່ອງມືທີ່ນິຍົມຢ່າງ ChatGPT ມາຊ່ວຍໃນວຽກງານຫຼາກຫຼາຍແບບ ຈົນໃຫ້ຫຼາຍຄົນຄິດວ່າເຄື່ອງມືນີ້ສາມາດເຮັດວຽກແທນຄົນໄດ້ທັງໝົດ. ແຕ່ວ່າ ຝ່າຍພັດທະນາກັບຄິດໃນແບບອື່ນ ທີ່ອາດຈະເຮັດໃຫ້ຜູ້ອ່ານຫຼາຍຄົນເບົາໃຈໄປສັກໜ້ອຍ.

ຈາກບົດລາຍງານຂອງສຳນັກຂ່າວ The Guardian ໄດ້ເປີດເຜີຍເຖິງຄວາມຄິດເຫັນຂອງ Sam Altman ຜູ້ບໍລິຫານ ແລະ ຜູ້ກໍ່ຕັ້ງບໍລິສັດ OpenAI ຊຶ່ງເປັນບໍລິສັດພັດທະນາຕົວແບບ AI ທີ່ມີຊື່ສຽງຢ່າງ GPT ແລະ ເຄື່ອງມືສຳລັບການສ້າງສື່ (Generative AI) ChatGPT ກ່ຽວກັບການພັດທະນາຫຼ້າສຸດຂອງຜະລິດຕະພັນ AI ເຫຼົ່ານີ້ວ່າ ເປັນການພັດທະນາແບບກ້າວກະໂດດ ທີ່ AI ສາມາດເຮັດວຽກໄດ້ຫຼາກຫຼາຍ ແລະ ເປັນກ້າວສຳຄັນທີ່ຈະນຳພາ GPT ໄປສູ່ການເປັນ AI ສຳລັບການໃຊ້ງານທົ່ວໄປ ຫຼື Artificial General Intelligence (AGI) ທີ່ສາມາດເຮັດວຽກຫຼາຍຢ່າງແທນຄົນໄດ້ດ້ວຍຕົນເອງ ພ້ອມກັບຄວາມໄວ ແລະ ປະສິດທິພາບສູງໃນການເຮັດວຽກ ຈົນເຖິງລະດັບທີ່ສາມາດເຮັດວຽກແທນມະນຸດໄດ້.

ແຕ່ໃນຂະນະດຽວກັນ ທ່ານ Altman ກໍ່ໄດ້ໃຫ້ຄວາມເຫັນວ່າ GPT5 ເຊິ່ງເປັນຮຸ່ນລ້າສຸດຂອງຕົວແບບ AI ໃນຊີຣີ GPT ເຖິງແມ່ນວ່າຈະມີການພັດທະນາທີ່ດີ ມີປະສິດທິພາບສູງ ແຕ່ກໍ່ຍັງບໍ່ສາມາດເຮັດວຽກໄດ້ເຖິງຈຸດທີ່ແທນຄົນໄດ້ດັ່ງທີ່ເຂົ້າໃຈກັນ ເນື່ອງຈາກ AI ນັ້ນຂາດຄຸນລັກສະນະສຳຄັນຫຼາຍຢ່າງທີ່ຈະນຳພາໄປສູ່ການເປັນ AI ໃນຮູບແບບ AGI ໂດຍສະເພາະ “ຄວາມສາມາດໃນການຮຽນຮູ້ຢ່າງຕໍ່ເນື່ອງ” ຫຼື “Continuously Learn” ດັ່ງນັ້ນ ເຖິງແມ່ນວ່າ GPT5 ຈະສະຫຼາດໃນລະດັບທີ່ເອີ້ນວ່າເປັນ “ຜູ້ຊ່ຽວຊານລະດັບປະລິນຍາເອກ” ເມື່ອທຽບກັບ GPT ໃນຮຸ່ນກ່ອນທີ່ຄວາມສາມາດເທົ່າກັບລະດັບ “ນັກສຶກສາລະດັບມະຫາວິທະຍາໄລ” ເທົ່ານັ້ນ ກໍ່ຍັງບໍ່ໄດ້ສະຫຼາດໃນລະດັບທີ່ແທນທີ່ມະນຸດໄດ້ ຢ່າງນ້ອຍໃນຂະນະນີ້.

Digital Marketing Agency in Laos - Emerging Digital Solutions

ເຖິງແມ່ນວ່າຄຳເວົ້າດັ່ງກ່າວຂ້າງເທິງຈະເຮັດໃຫ້ຫຼາຍຄົນເບົາໃຈໄປບ້າງ ແຕ່ເບື້ອງຫຼັງນັ້ນ OpenAI ລວມໄປເຖິງບໍລິສັດດ້ານເທັກໂນໂລຍີ AI ອື່ນໆ ໄດ້ທຸ່ມເທທັງທຶນ ແລະ ຊັບພະຍາກອນຈຳນວນຫຼວງຫຼາຍເພື່ອພັດທະນາຕົວແບບ AI ຂອງຕົນເອງໄປເຖິງລະດັບ AGI ໃນອະນາຄົດອັນໃກ້ນີ້. ສະຖານະການການພັດທະນາ AI ນັ້ນກ້າວໜ້າໄປຢ່າງໄວວາ ໃນລະດັບທີ່ຜູ້ບໍລິຫານຂອງບໍລິສັດພັດທະນາ AI ຢ່າງທ່ານ Dario Amodei ຈາກ Anthropic ໄດ້ອອກມາເຕືອນດ້ວຍຕົນເອງວ່າພາຍໃນ 5 ປີຂ້າງໜ້າ ວຽກງານລະດັບເບື້ອງຕົ້ນ (Entry Level) ທີ່ເປັນວຽກອອຟຟິດອາດຫາຍໄປຈາກຕະຫຼາດງານຫຼາຍກວ່າຄິງ ຊຶ່ງໝາຍຄວາມວ່າຈະມີຜູ້ຕົກງານເປັນຈຳນວນຫຼາຍແນ່ນອນ. ນອກຈາກນັ້ນ ຄວາມສາມາດຂອງ AI ອາດສາມາດແທນທີ່ແຮງງານລະດັບສູງໃນຫຼາຍອາຊີບໄດ້ ຕັ້ງແຕ່ ທະນາຍຄວາມ, ນັກບັນຊີ, ນາຍທະນາຄານ ໄປຈົນເຖິງ ແພດໝໍ ເລີຍທີ່ດຽວ.

ກັບມາໃນສ່ວນຂອງ GPT5 ຂະນະນີ້ໄດ້ເປີດໃຫ້ຜູ້ໃຊ້ງານ ChatGPT ເຊິ່ງມີຫຼາຍກວ່າ 700 ລ້ານລາຍຕໍ່ອາທິດ ສາມາດເຂົ້າເຖິງ ແລະ ໃຊ້ງານໄດ້ຢ່າງທົ່ວເຖິງແລ້ວ. GPT5 ມາພ້ອມກັບຟີເຈີທີ່ໜ້າສົນໃຈຫຼາກຫຼາຍ ເຊັ່ນ: ການສ້າງສຽງ, ຮູບພາບ, ແລະ ສື່ໃນຮູບແບບງານຂຽນ (Text) ທີ່ຄ້າຍກັບຮຸ່ນກ່ອນ, ຟີເຈີໃນການຄົ້ນຫາຮ້ານອາຫານ ແລະ ຮ້ານຄ້າອອນລາຍ, ຟີເຈີໃນການເຂົ້າຊ່ວຍຈັດການອີເມລໃນ Gmail ແລະ ຕາຕະລາງງານໃນ Google Calendar (ຖ້າໄດ້ຮັບອະນຸຍາດໃຫ້ເຂົ້າເຖິງໄດ້), ແລະ ຄວາມສາມາດໃນການຂຽນໂຄ້ດທີ່ເກ່ງຂຶ້ນກວ່າຮຸ່ນກ່ອນຫຼາຍ ເປັນຕົ້ນ.

ນອກຈາກນັ້ນ OpenAI ຍັງໄດ້ກ່າວວ່າ GPT ຮຸ່ນໃໝ່ນີ້ຈະມີການໃຫ້ຄຳຕອບທີ່ມີຂໍ້ຜິດພາດໃນເຊິງຂໍ້ເທັດຈິງ (Factual Error) ທີ່ນ້ອຍລົງ ລວມໄປເຖິງແທນທີ່ຈະປະຕິເສດຄຳສັ່ງ (Prompt) ທີ່ຜິດກົດຢ່າງສິ້ນເຊີງ AI ຈະໃຫ້ຄຳແນະນຳຜູ້ໃຊ້ງານໃນດ້ານການສົ່ງ Prompt ທີ່ປອດໄພ ແລະ ຍອມຮັບໄດ້ແທນ. ບໍ່ພຽງແຕ່ນັ້ນ AI ຮຸ່ນໃໝ່ນີ້ຍັງມີຄວາມສາມາດໃນການຕອບຄຳຖາມດ້ານສຸຂະພາບທີ່ດີຫຼາຍຂຶ້ນ ແລະ ມີຄວາມ “ລະມັດລະວັງຕົວ” ໃນການໃຫ້ຄຳຕອບໃນປະເດັນດ້ານສຸຂະພາບທີ່ອ່ອນໄຫວ ຢ່າງປະເດັນດ້ານສຸຂະພາບຈິດ ຫຼື ຄວາມເຈັບປ່ວຍທາງກາຍທີ່ຮ້າຍແຮງ ຫຼາຍຂຶ້ນອີກດ້ວຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
ຢ່າລື່ມກົດຕິດຕາມ