pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
ຮຽບຮຽງໂດຍ:Pele
ເຜີຍແຜ່: 27 August, 2025

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:

 

ເສດຖະກິດມີການເຕີບໂຕຢ່າງຕໍ່ເນືອງ, ໝັ້ນທ່ຽງ ແລະ ສົມດຸນເທື່ອລະກ້າວ. ເສດຖະກິດຂະຫຍາຍຕົວສະເລ່ຍ 5.1%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 15,249 ຕື້ກີບ; ລາຍໄດ້ຕໍ່ຫົວຄົນບັນລຸ 44 ລ້ານກວ່າກີບ ຫຼື ເທົ່າກັບ 1,923 ໂດລາ, ກະສິກໍາ: ຂະຫຍາຍຕົວສະເລ່ຍ 5.2% ກວມເອົາ 35% ຂອງ GDP, ອຸດສາຫະກໍາ: ຂະຫຍາຍຕົວສະເລ່ຍ 2.4% ກວມເອົາ 44% ຂອງ GDP, ການບໍລິການ: ຂະຫຍາຍຕົວສະເລ່ຍ 9.9% ກວມເອົາ 21% ຂອງ GDP. ດ້ານການເງິນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 6,350 ຕື້ກີບ ເທົ່າກັບ 183% ໃນນັ້ນ: ລາຍຮັບພູດສູນກາງ: ປະຕິບັດໄດ້ 2,923 ຕື້ກີບ ເທົ່າກັບ 111%; ລາຍຮັບພູດຂອງແຂວງ: ປະຕິບັດໄດ້3,426 ຕື້ກີບ ເທົ່າກັບ 413%; ດ້ານລາຍຈ່າຍ: ປະຕິບັດໄດ້ 2,844 ຕື້ກີບ ເທົ່າກັບ 131%. ເລີ່ມແຕ່ປີ 2023-25 ເຮັດໃຫ້ແຂວງບໍລິຄຳໄຊ ເປັນແຂວງກຸ້ມຕົນເອງ ແລະ ເກີນດຸນທາງດ້ານງົບປະມານ ແລະ ດຸນໃຫ້ສູນກາງຈໍານວນ 705 ຕື້ກີບ. ດ້ານການລົງທຶນ: ມີການລົງທຶນທັງໝົດ 10,899 ຕື້ກີບ ເທົ່າກັບ 145% ໃນນີ້: ການລົງທຶນຂອງລັດ ມູນຄ່າ 3,124 ຕື້ກີບ, ກວມ 29%, ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ມູນຄ່າ 760 ຕື້ກີບ, ກວມ 7%, ການສົ່ງເສີມການລົງທຶນພາກເອກະຊົນ ມູນຄ່າ 5,112 ຕື້ກີບ, ກວມ 47%, ການປ່ອຍສິນເຊື່ອຂອງພາກທະນາຄານ ມູນຄ່າ 1,901 ຕື້ກີບ, ກວມ 17%. ໂຄງການທີ່ກຳນົດໃນແຜນ 5 ປີ ຄັ້ງທີ V (2021-2025) ປະຕິບັດສຳເລັດ ກວມເອົາ 97%. ຄຽງຄູ່ກັນນີ້, ຍັງໄດ້ມີໂຄງການພັດທະນາທີ່ບໍ່ໄດ້ກໍານົດໃນແຜນ 5 ປີ ທີ່ເກີດຂຶ້ນເປັນຕົ້ນ: ໂຄງການໄຟຟ້າພະລັງງານລົມ, ໂຄງການໄຟຟ້າແສງຕາເວັນ; ໂຮງງານແປ້ງມັນຕົ້ນ. ການຜະລິດສະບຽງອາຫານ: ຜະລິດເຂົ້າເປືອກໄດ້ 118,842 ໂຕນ, ການສະໜອງເພື່ອບໍລິໂພກ ຊີ້ນ, ໄຂ່ ແລະ ປາ ບັນລຸໄດ້ 9.2%, ການຜະລິດກະສິກໍາເປັນສິນຄ້າປີ 2024 ຜະລິດເຂົ້າເປັນສິນຄ້າໄດ້ 38,730 ໂຕນ, ສາລີແຂງໄດ້ 6,299 ໂຕນ; ກ້ວຍໄດ້ 36,979 ໂຕນ; ຢາງພາລາໄດ້ 63 ພັນກວ່າໂຕນ/ປີ ແລະ ມີໜໍ່ແໜງໃໝ່ເກີດຂຶ້ນ ເຊັ່ນ:ເນື້ອທີ່ປູກ ໝາກມ່ວງ, ຖົ່ວລຽນ, ໝາກມີ້, ໝາກພຸກ ເນື້ອທີ່ 1,569 ເຮັກຕາ; ສ່ວນການລ້ຽງສັດກໍ່ຫັນມາລ້ຽງເປັນຟາມຫຼາຍຂຶ້ນ ທົ່ວແຂວງ ມີ 75 ຟາມການຜະລິດກະແສໄຟຟ້າ ໄດ້ 1,075 ລ້ານກິໂລວັດໂມງ ມູນຄ່າ 598 ຕື້ກີບ, ຈໍາໜ່າຍ ໄດ້ 952 ລ້ານກິໂລວັດໂມງ ມູນຄ່າ 588 ຕື້ກີບ; ສົ່ງອອກສິນຄ້າໄດ້ 825 ລ້ານໂດລາ ເທົ່າກັບ 224%, ສິນຄ້ານໍາເຂົ້າ 1,704 ລ້ານໂດລາ ເທົ່າກັບ 78% ແລະ ສິນຄ້າຜ່ານແດນໄດ້ 687 ລ້ານໂດລາ ເທົ່າກັບ 458%, ຂາດດຸນການຄ້າ 879 ລ້ານໂດລາ. ການຄ້າຂາຍຍ່ອຍ, ບໍລິການ ແລະ ເຕັກໂນໂລຊີ: ບໍລິການຂາຍຍົກ ໄດ້ 7,787 ຕື້ກີບ ເພີ່ມຂຶ້ນ 16%/ປີ, ຂາຍຍ່ອຍ ໄດ້ 6,673 ຕື້ກີບ ເພີ່ມຂຶ້ນສະເລ່ຍ 20%/ປີ; ຂະຫຍາຍສັນຍານເຄືອຂ່າຍໂທລະສັບ 4G ໄດ້ 297 ສະຖານີ; ແຂວງມີສະຖານທີ່ທ່ອງທ່ຽວ 30 ແຫ່ງ, ຮ້ານອາຫານ 205 ແຫ່ງ, ໂຮງແຮມ-ເຮືອນພັກ-ຣີສອດ 159 ຫົວໜ່ວຍ, ທຸລະກິດນໍາທ່ຽວ 7 ຫົວໜ່ວຍ ສາມາດດຶງດູດນັກທ່ອງທ່ຽວ ໄດ້ທັງໝົດ 1 ລ້ານກ່ວາເທື່ອຄົນ; ບໍລິມາດຂົນສົ່ງສິນຄ້າ 3 ລ້ານກ່ວາໂຕນ, ຂົນສົ່ງໂດຍສານ 5 ແສນກວ່າເທື່ອຄົນ.

 

ສະຫາຍຍັງໄດ້ກ່າວວ່າ: ສຳລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງ (2026-2030) ທິດທາງລວມ ແມ່ນພັດທະນາເສດຖະກິດເປັນໃຈກາງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ມີຄຸນນະພາບ ແລະ ເຕີບໂຕໄປຕາມທິດສົມດຸນ, ຖືເອົາການຜະລິດກະສິກຳເປັນພື້ນຖານໃຫ້ແກ່ການຂະຫຍາຍຕົວຂອງອຸດສາຫະກຳ; ຍົກສູງຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ຮັກສາສະຖຽນລະພາບທາງດ້ານການເມືອງ,ເປັນເຈົ້າຕົນເອງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທໍາ; ຮັບປະກັນໃຫ້ມີຄວາມສອດຄ່ອງກົມກຽວລະຫວ່າງການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມເປັນສຳຄັນ ແລະ ການປົກປັກຮັກສາສະພາບແວດລ້ອມ, ສຸມໃສ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ສາມາດປະກອບສ່ວນເຂົ້າໃນການຄົ້ນຄວ້າ, ການປະດິດສ້າງໃໝ່ດ້ວຍປະລິມານ ແລະ ຄຸນນະພາບ, ສ້າງການຫັນປ່ຽນຈາກສັງຄົມບໍລິໂພກ, ມາເປັນການຜະລິດກຸ້ມຕົນເອງເທື່ອລະກ້າວ; ສ້າງກໍາລັງແຮງງານໃຫ້ມີສີມື, ໃຫ້ໄດ້ຊ່ຽວຊານສະເພາະດ້ານວິຊາການ ແລະ ເຕັກນິກ, ເປີດກວ້າງການຮ່ວມມືກັບສາກົນດ້ວຍຫຼາຍຮູບແບບ ຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ; ສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ ແລະ ສາກົນ.

 

ຄາດໝາຍລວມແມ່ນສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຕາມມະຕິ 04 ຂອງກົມການເມືອງສູນກາງພັກດ້ວຍການນຳໃຊ້ທ່າແຮງ ແລະ ຊັບພະຍາກອນທີ່ມີ ເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ, ຊັບພະຍາກອນມະນຸດມີຄຸນນະພາບ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ,ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ສັງຄົມທີ່ໜ້າຢູ່ ແລະ ສີວິໄລ, ການຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ແລະ ສາມາດຮັບມືກັບການປ່ຽນແປງສະພາບອາກາດ ແລະ ໄພພິບັດຕ່າງໆ, ການຄຸ້ມຄອງ – ບໍລິຫານລັດມີປະສິດທິພາບ ແລະ ສັງຄົມໄດ້ຮັບການປົກປ້ອງຕາມທິດລັດແຫ່ງກົດໝາຍຢ່າງມີຄວາມສັກສິດ, ການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ.

 

ຂ່າວ-ພາບ: ບຸນຕອມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ