site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
ຮຽບຮຽງໂດຍ:kaling
ເຜີຍແຜ່: 27 August, 2025

ຫລັງຈາກຂ່າວເດີມທີ່ການອັບເດດທີ່ມີບັນຫາໃນວັນອັງຄານຂອງອາທິດທີ່ຜ່ານມາສົ່ງຜົນໃຫ້ SSD ເສຍຫາຍ, ຈິງແລ້ວການອັບເດດຄັ້ງນັ້ນຍັງບໍ່ໄດ້ຈົບພຽງແຕ່ເລື່ອງດຽວ, ຍັງມີບັນຫາອື່ນໆອີກດ້ວຍ, ຊຶ່ງ Microsoft ໄດ້ຮັບຮູ້ທັງໝົດແລ້ວ.

ບັນຫາກັບໂປຣແກຣມ AutoCAD

ການອັບເດດ Windows 11 KB5063878 ມີລາຍງານວ່າເຮັດໃຫ້ພົບບັນຫາບໍ່ສາມາດເປີດໃຊ້ງານ AutoCAD ໄດ້, ນອກຈາກຈະເອີ້ນໃຊ້ງານໃນຖານະຜູ້ເບິ່ງແຍງລະບົບ (Run as administrator) ຊຶ່ງບລັອກ User Account ທີ່ບໍ່ໄດ້ຮັບສິດດັ່ງກ່າວ, ກະທົບຫລາຍໂຮງຮຽນແລະຫ້ອງແລັບບໍ່ສາມາດໃຊ້ງານ AutoCAD ໄດ້.

ບັນຫານີ້ເຄີຍເກີດຂຶ້ນຄ້າຍຄືກັນໃນທີ່ຜ່ານມາທັງໃນ Windows 11 ແລະ Windows 10:

Windows 11: KB5063875 ແລະ KB5064010 Windows 10: KB5063877 ແລະ KB5063709

Microsoft ໄດ້ຮັບທຮາບຫາບັນຫາຂ້າງເທິງແລ້ວ, ໂດຍມີຜົນຕັ້ງແຕ່ AutoCAD 2022 ຈົນເຖິງ 2026.

ວິທີແກ້ໄຂຊົ່ວຄາວ: ຕ້ອງຖອນການຕິດຕັ້ງ Windows update ຕັ້ງແຕ່ Patch Tuesday (ວັນອັງຄານ) ທີ 19 ສິງຫາ 2025 ທີ່ຜ່ານມາ, ແລະຢຸດການອັບເດດເປັນເວລາ 7 ວັນຂຶ້ນໄປຫາກທ່ານມີບັນຫາ. ໃນລະຫວ່າງນີ້ Microsoft ກຳລັງສົນທະນາເລື່ອງການແກ້ໄຂກັບທາງ Autodesk.

ບັນຫາດ້ານ NDI

ຍັງບໍ່ໄດ້ຈົບພຽງແຕ່ວົງການເຂີຍນແບບ, ວົງການໄລຟ໌ສະຕຣີມກໍ່ໂດນດ້ວຍ ກັບການໃຊ້ງານ NDI (ສຳລັບຜູ້ທີ່ບໍ່ຮູ້, NDI ຫຼື Network Device Interface streaming ແມ່ນການສົ່ງສັນຍານວິດີໂອ/ສຽງຄຸນະພາບສູງແບບເວລາຈິງພາຍໃນລະບົບ LAN ແລະສາມາດໃຊ້ໃນການຕັ້ງຄ່າ OBS ໄດ້).

Microsoft ຢືນຢັນພົບບັນຫາ NDI traffic drops (ສຽງແລະວິດີໂອຊ້າເມື່ອສະຕຣີມ) ໃນ Windows 11 24H2 ໂດຍສະເພາະຢູ່ໃນໂປຣແກຣມ OBS, ແລະບັນຫານີ້ຍັງສາມາດເກີດຂຶ້ນໄດ້ແມ້ບໍ່ໃຊ້ OBS ແຕ່ເກີດຂຶ້ນໄດ້ຍາກກວ່າ.

ຈາກລາຍງານຂອງ Windows Latest ບອກວ່າການອັບເດດ Windows 11 KB5063878 ສົ່ງຜົນໃຫ້ເກີດບັນຫານີ້.

ຫາກທ່ານໃຊ້ NDI ແລະມີບັນຫາ, ແນະນຳໃຫ້ລົບການອັບເດດດັ່ງກ່າວ ຫຼື ປ່ຽນ NDI Receive Mode ໃຫ້ໃຊ້ TCP ຫຼື UDP ເພາະສ່ວນຫລາຍຈະພົບບັນຫາກັບ RUDP, ແລະບັນຫາຈະປະກົດຊັດເຈນທີ່ສຸດເມື່ອ PC ຕົ້ນທາງໃຊ້ Display Capture ໃນແອັບຄືກັບ OBS ຫຼື NDI Tools.

ເທິງ Feedback Hub ແລະໂພສ Github, ຜູ້ໃຊ້ຫລາຍຄົນຊີ້ໃຫ້ເຫັນວ່າເຄື່ອງມື open-source ທີ່ຊື່ວ່າ DistroAV (ຊຶ່ງໃຫ້ຟັງຊັນ NDI ສຳລັບ OBS) ທີ່ຊ່ວຍໃຫ້ຜູ້ໃຊ້ສະຕຣີມວິດີໂອ/ສຽງໄປຫາ PC ເຄື່ອງອື່ນໂດຍບໍ່ຕ້ອງໃຊ້ອຸປະກອນ Capture ຜ່ານ Router, ຕອນນີ້ໃຊ້ງານບໍ່ໄດ້ຫລັງການອັບເດດດັ່ງກ່າວ.

ຜູ້ໃຊ້ຄົນໜຶ່ງເພີ່ມເຕີມວ່າວິດີໂອສະດຸດແລະກະຕຸກໜັກທຸກໆຫລາຍວິນາທີ, ແຕ່ລື່ນໄຫລຫລັງຖອນການອັບເດດ, ແລະບັນຫານີ້ບໍ່ໄດ້ກ່ຽວກັບອິນເຕີເນັດແນ່ນອນ, ອີງຕາມເອກະສານເພີ່ມເຕີມຂອງ Microsoft.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 24 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,489
21,765
thailand (1)
THB
673.42
684.19
european-union
EUR
24,492
24,983
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຢ່າລື່ມກົດຕິດຕາມ