pele - 2025-08-27T155741.314
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2
ຮຽບຮຽງໂດຍ:Pele
ເຜີຍແຜ່: 27 August, 2025
ໝວດ: ຂ່າວ

ວັນທີ 26 ສິງຫາ ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ຄະນະກຳມະການຮ່ວມມືລາວ-ຈີນ (ຄລຈ) ກະຊວງການເງິນ ຮ່ວມກັບສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຂອງລາວ, ໜ່ວຍງານຄຸ້ມຄອງໂຄງການຝ່າຍຈີນ ແລະ ບໍລິສັດຮັບເໝົາກໍ່ສ້າງ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວຊຸດທີ 2 ຫຼື (ໂຄງການ 4×100 ຊຸດທີ 2) ຂຶ້ນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມຮັບກະແຈຄຳ ເລີ່ມຈັດຕັ້ງປະຕິບັດໂຄງການໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ປະທານຄະນະກໍາມະການຮ່ວມມືລາວ-ຈີນ ແລະ ເປັນກຽດມອບກະແຈຄຳ ຈັດຕັ້ງປະຕິບັດໂຄງການໂດຍທ່ານ ນາງ ຟັ່ງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຊຶ່ງມີບັນດາການນໍາຈາກ ກະຊວງຂະແໜງການ ແລະ 4 ແຂວງເປົ້າໝາຍຂອງໂຄງການ, ພ້ອມດ້ວຍຜູ້ຕາງໜ້າ ຈາກກົມກອງ ແລະ ພະແນກ ການທີ່ກ່ຽວຂ້ອງທັງຝ່າຍລາວ ແລະ ຝ່າຍຈີນ ເຂົ້າຮ່ວມ.

 

Digital Marketing Agency in Laos - Emerging Digital Solutions

 

ທ່ານ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈຳການ ຄລຈ ຫົວໜ້າຫ້ອງການ ຄລຈ ໄດ້ກ່າວວ່າ: ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ ຊົນນະບົດລາວ ຫຼື ທີ່ຊາບກັນດີ ໃນນາມໂຄງການ 4×100 ແມ່ນປະກອບດ້ວຍ 4 ໜ້າວຽກຂອງໂຄງການ ຢູ່ໃນ 8 ໂຄງການໃຫຍ່ ທີ່ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນທ້າຍປີ 2017 ຊຶ່ງທັງ 4 ໜ້າວຽກນີ້ ແມ່ນປະກອບດ້ວຍ: 1. ການກໍ່ສ້າງລະບົບສະໜອງນໍ້າສະອາດເຂົ້າຄົວເຮືອນຈໍານວນ 100 ບ້ານ; 2. ດຶງໄຟຟ້າ 22 Kv ແລະ 0,4 Kv ພ້ອມທັງຕິດຕັ້ງໝໍ້ແປງ ແລະ ໜໍ້ນັບໄຟເຂົ້າຄົວເຮືອນ ຈໍານວນ 100 ບ້ານ; 3. ກໍ່ສ້າງສຸກສາລາ (ໂຮງໝໍນ້ອຍ) 100 ແຫ່ງ (ບ້ານ); 4. ຕິດຕັ້ງໂທລະພາບດີຈີຕອນຜ່ານດາວທຽມໃຫ້ທຸກຄົວເຮືອນໃນ 100 ບ້ານ. ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດໃນຮູບແບບ “ປະເທດທີ່ໄດ້ຮັບການຊ່ວຍເຫຼືອ (ປະ ເທດລາວ) ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດເອງຫຼາຍຂຶ້ນ”, ໂດຍມີເປົ້າໝາຍການປະຕິບັດໂຄງການ ຢູ່ບັນດາບ້ານທຸກຍາກທີ່ເປັນຈຸດສຸມ ໃນເຂດຊົນນະບົດຫ່າງໄກສອກຫຼີກຂອງປະເທດລາວ.

 

 

ໂຄງການດັ່ງກ່າວ ໄດ້ເລີ່ມທົດລອງປະຕິບັດ ໂຄງການຊຸດທີ 1 ຢູ່ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ໃນປີ 2021 ແລະ ສໍາເລັດການກໍ່ສ້າງໃນທ້າຍປີ 2022. ມາຮອດປີ 2023 ຈຶ່ງໄດ້ສືບຕໍ່ໂຄງການ ຊຸດທີ 2 ໂດຍສຸມໃສ່ປະຕິບັດຢູ່ 40 ບ້ານ ທີ່ແຈກຢາຍຢູ່ບັນດາເມືອງຕ່າງໆ ພາຍໃນ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ 14 ບ້ານ 4 ເມືອງ, ແຂວງຫຼວງນໍ້າທາ 8 ບ້ານ 3 ເມືອງ, ແຂວງອຸດົມໄຊ 16 ບ້ານ 7 ເມືອງ ແລະ ແຂວງຫົວພັນ 2 ບ້ານ 2 ເມືອງ, ລວມທັງໝົດ 40 ບ້ານ, ຄອບຄຸມເຖິງ 7,800 ກວ່າຄົວເຮືອນ. ໃນນີ້ ລວມມີ: ໜ້າວຽກສະໜອງນໍ້າສະອາດ ຈໍານວນ 22 ບ້ານ, ກໍ່ສ້າງສຸກສາລາ ຈໍານວນ 19 ແຫ່ງ, ດຶງໄຟຟ້າເຂົ້າຄົວເຮືອນ ຈໍານວນ 20 ບ້ານ ແລະ ຕິດຕັ້ງໂທລະພາບດີຈີຕອນ ຈໍານວນ 40 ບ້ານ, ລວມທັງໝົດ 101 ໂຄງການຍ່ອຍ, ລວມມູນຄ່າໂຄງການ 269 ລ້ານ ກວ່າຢວນ (ສະກຸນເງິນ ສປ ຈີນ). ໂດຍແມ່ນ ກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຫຸ້ນ ແຂວງຢູນນານ ຈໍາກັດ ເປັນບໍລິສັດຮັບເໝົາກໍ່ສ້າງ. ພາຍຫຼັງໂຄງການກໍ່ສ້າງສໍາເລັດ ໄດ້ເຮັດໃຫ້ປະຊາຊົນ 2,435 ຄົວຮືອນ ໃນ 20 ບ້ານ ມີໄຟຟ້າໃຊ້ຢ່າງທົ່ວເຖິງ, 5,840 ຄົວເຮືອນ ໃນ 22 ບ້ານ ສາມາດນໍາໃຊ້ນໍ້າຢ່າງສະດວກສະບາຍ ພາຍໃນເຮືອນຂອງຕົນ ໂດຍບໍ່ຕ້ອງໄປແບກຫາບນໍ້າ ມາແຕ່ໄກ, 5,228 ຄົວເຮືອນ ໃນ 19 ບ້ານ ລວມທັງ ບ້ານອ້ອມຂ້າງ ສາມາດເຂົ້າເຖິງລະບົບການປິ່ນປົວພາຍໃນສຸກສາລາ ແລະ 7,868 ຄົວເຮືອນ ມີໂທລະພາບຮັບຊົມ ສາມາດເປີດໂລກະທັດໃໝ່ ເຊື່ອມໂຍງກັບພາຍນອກ.

 

ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ລັດຖະບານຈີນ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ໃນການກໍ່ສ້າງພື້ນຖານໂຄງລ່າງອັນຈໍາເປັນໃນການດໍາລົງຊີວິດ ໃຫ້ແກ່ປະຊາຊົນທີ່ອາໄສຢູ່ເຂດຊົນນະບົດຫ່າງໄກສອກຫຼີກຂອງລາວ. ໂຄງການ 4×100 ຊຸດທີ 2 ນີ້ ບໍ່ພຽງແຕ່ເປັນການສະແດງໃຫ້ເຫັນເຖິງໝາກຜົນຂອງຄວາມເປັນເຈົ້າການເອົາໃຈໃສ່ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ຂອງບັນດາທີມງານທີ່ກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດ 8 ໂຄງການໃຫຍ່ບຸລິມະສິດ ທີ່ ປະທານ ສີຈິ້ນຜິງ ໄດ້ປະກາດໃຫ້ການຊ່ວຍເຫຼືອ ແກ່ ປະເທດລາວ ເທົ່ານັ້ນ; ແຕ່ຍັງເປັນການປະກອບສ່ວນສ້າງຜົນງານ ເພື່ອເປັນໝາກຜົນຂອງການຮ່ວມມືທີ່ສໍາຄັນ ໃຫ້ແກ່ການຢ້ຽມຢາມພົບປະຂອງການນໍາສູງສຸດຂອງສອງປະເທດລາວ ແລະ ຈີນ ໃນຕົ້ນເດືອນກັນຍາທີ່ຈະມາເຖິງນີ້; ພ້ອມນັ້ນ ຍັງຖືເປັນການລົງເລິກຈັດຕັ້ງຜັນຂະຫຍາຍວຽກງານການຮ່ວມມື ແລະ ແລກປ່ຽນບົດຮຽນ ໃນຂົງເຂດຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊົນນະບົດ ຊຶ່ງເປັນວຽກງານສໍາຄັນໜຶ່ງ ທີ່ນອນໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ.

 

ໃນຕໍ່ໜ້າຄະນະສອງຝ່າຍຍັງຈະໄດ້ສືບຕໍ່ກະກຽມດໍາເນີນການຈັດຕັ້ງປະຕິບັດ ໂຄງການຊຸດທີ 3 ແລະ ຊຸດຕໍ່ໆໄປ ໃນໄວໆນີ້, ເພື່ອແນໃສ່ໃຫ້ບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖິງ.

 

ໃນພິທີ, ທ່ານ ແສງເດືອນ ໄຊຍະສອນ ໄດ້ມອບໃບຍ້ອງຍໍໃຫ້ຕາງໜ້າໜ່ວຍງານຄຸ້ມຄອງໂຄງການຝ່າຍຈີນ ແລະ ບໍລິສັດ ຮັບເມົາກໍ່ສ້ງ.

 

(ຂ່າວ-ພາບ: ຕຸໄລເພັດ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-27T155741.314
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2
site cover1 (90)
Microsoft ທົດສອບຄຸນສົມບັດການສືບຕໍ່ໃຊ້ແອັບ Android ຢູ່ Windows 11
site cover1 (89)
ພາສີ 50% ຂອງ Trump ຕໍ່ອິນເດຍເລີ່ມມີຜົນບັງຄັບໃຊ້ ຂະນະທີ່ Modi ຮຽກຮ້ອງໃຫ້ພຶ່ງຕົນເອງ
pele - 2025-08-27T143912.479
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ
site cover1 (88)
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ
pele - 2025-08-27T135451.737
ຄະນະຮັບຜິດຊອບ ນະໂຍບາຍສິນເຊື່ອແຂວງຄໍາມ່ວນ ລົງຕິດຕາມ ຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນ
site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
pele - 2025-08-27T095144.914
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
ຢ່າລື່ມກົດຕິດຕາມ