pele - 2025-08-28T100629.479
ຄະນະສະເພາະກິດ 47/ນຍ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 28 August, 2025

ວັນທີ 27 ສິງຫານີ້, ຄະນະສະເພາະກິດ 47/ນຍ ເພື່ອກວດກາ, ສະກັດກັ້ນ ແລະ ແກ້ໄຂ ບາງປະກົດການຫຍໍ້ທໍ້ ໃນຂົງເຂດເສດຖະກິດ-ສັງຄົມໃນຂອບເຂດທົ່ວປະເທດ ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໂດຍມີທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ. ການລົງເຄື່ອນໄຫວຄັ້ງນີ້, ແມ່ນໄດ້ເຂົ້າພົບປະ ກັບ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ເພື່ອລາຍງານຈຸດປະສົງ ແລະ ເປົ້າໝາຍ ໃນການລົງມາເຄື່ອນໄຫວຢູ່ແຂວງຄໍາມ່ວນ. ຈາກນັ້ນ, ກໍໄດ້ຮ່ວມກອງປະຊຸມ ປຶກສາຫາລືໃນການແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ) ຊຶ່ງການນໍາຂອງແຂວງ ເຂົ້າຮ່ວມມີທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງ, ມີບັນດາພະແນກການຂັ້ນແຂວງ ແລະ ການນໍາຂັ້ນເມືອງເຂົ້າຮ່ວມ.

 

 

ທ່ານ ຈັນສະແຫວງ ບຸນຍົງ ໄດ້ກ່າວວ່າ: ໂດຍປະຕິບັດຕາມນະໂຍບາຍຂອງລັດຖະບານ ກ່ຽວກັບການສະກັດກັ້ນ ປະກົດການຫໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ. ໃນກອງປະຊຸມຄັ້ງນີ້, ແມ່ນຈະໄດ້ພ້ອມກັນປຶກສາຫາລື ເປັນຕົ້ນແມ່ນບັນຫາການລັກລອບຂຸດຄົ້ນແຮ່ທາດ, ບັນຫາຄວາມຊັບຊ້ອນໃນການອະນຸຍາດຂອງບໍລິສັດລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນຫາທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂອງການດຳເນີນກິດຈະການຂອງບໍລິສັດ, ບັນຫາການລັກລອບຊື້ແຮ່ເຖື່ອນ ຊຶ່ງພາກອຸດສາຫະກຳ ຕ້ອງກຳໄດ້ ແລະ ຄວບຄຸມ ຢ່າງເຂັ້ມງວດຕໍ່ບັນຫາດັ່ງກ່າວ ເພື່ອເຮັດໃຫ້ ການຜະລິດຂອງບັນດາບໍລິສັດ ມີຄວາມໂປ່ງໃສ, ຮັບປະກັນ ບໍ່ໃຫ້ມີການລັກລອບນໍາເອົາວັດຖຸດິບ ທີ່ເປັນຊັບສົມບັດຂອງປະເທດຊາດ ມາໃຊ້ແບບບໍ່ຖືກຕ້ອງ ລວມເຖິງບັນຫາການຂຸດຄົ້ນ ແຮ່-ຊາຍ, ຫີນຜາ ແລະ ອື່ນໆ ທີ່ເກີດມີບັນຫາຄວາມຫຍຸ້ງຍາກໃນການດຳເນີນກິດຈະການ ຕິດພັນກັບຜົນກະທົບທາງດ້ານສິ່ງແວດລ້ອມ ເພື່ອມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ຄວາມເປັນເອກະພາບທາງດ້ານທິດທາງ ໃນຕໍ່ໜ້າ ແນໃສ່ປ້ອງກັນ ບໍ່ໃຫ້ເກີດມີບັນຫາທີ່ເປັນປະກົດການຫຍໍ້ທໍ້ເກີດຂຶ້ນໃນຕໍ່ໜ້າ.

 

(ຂ່າວ-ພາບ: ກອງຄໍາ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ