
ຣູເບນ ອາໂມຣິມ ຫົວໜ້າຝຶກສອນ ແມນຢູ ອອກມາຂໍໂທດແຟນບານບານ ຫຼັງທີມຕົກຮອບສອງ ຄາຣາບາວ ຄັບ ແພ້ການດວນລູກໂທດ ກຣິມສບີ້ 11-12 ເຖິງແມ່ນວ່າໄດ້ຕີເສມີທ້າຍເກມໄດ້ ແລະຍອມຮັບວ່າທີມເຈົ້າເຮືອນຫຼິ້ນໄດ້ດີກວ່າ ແລະສົມຄວນເຂົ້າຮອບຫຼາຍກວ່າ
ແມນເຊສເຕີຢູໄນເຕັດ ຍັງມີຟອມທີ່ຫຼົ້ມເຫຼວບໍ່ເລີກ ເຖິງແມ່ນວ່າຈະໄດ້ປະເຊີນໜ້າກັບທີມລະດັບລີກສອງ ຂອງການແຂ່ງຂັນນີ້ ແຕ່ກໍຖືກຍິງນໍາ 2-0 ໃນຄື່ງຕົ້ນ ແລະເຖິງແມ່ນວ່າຈະໄດ້ ໄບຣຽນ ເອັມເບີໂມ່ ກັບ ແຮຣີ່ ແມັກໄກວ ຕີເສມີ 2-2 ໄດ້ກ່ອນໝົດເວລາປົກກະຕິຢ່າງຫົວແຫຼມ ແຕ່ສຸດທ້າຍ ເດີະ ມາຣິເນີສ ຊະນະການດວນລູກໂທດ 12-11 ໂດຍທີ່ ອາໂມຣິມ ໄດ້ຊີ້ວ່າທີມຮອງສົມຄວນຊະນະ ແລະໄດ້ຂໍໂທດຕໍ່ແຟນເຣດອາມີ
“ໃນທີ່ສຸດ ມັນບໍ່ສໍາຄັນເລີຍວ່າພວກເຮົາກັບຄືນມາໄດ້ຫຼືບໍ່ ມັນສົ່ງສັນຍານຈາກຕົ້ນເກມແລ້ວ ແລະຢູ່ລະຫວ່າງເກມດ້ວຍ ຂ້ອຍຄິດວ່າທີມທີ່ດີກວ່າເປັນຝ່າຍຊະນະ ນັກຫຼິ້ນລະດັບສູງແພ້ໄດ້ ເພາະທັງທີມສາມາດຊະນະກຸ່ມນັກຫຼິ້ນໄດ້ ພວກເຮົາແພ້ ທີມທີ່ດີກວ່າຊະນະ” ອາໂມຣິມ ກ່າວກັບ ສະກາຍ ສະປອດ “ຂ້ອຍຄິດວ່າມັນຊັດເຈນ ພວກເຮົາຕ້ອງກ້າວຕໍ່ໄປຈາກເກມນີ້ ຂ້ອຍຄິດວ່າມັນຊັດເຈນຕໍ່ທຸກຄົນສໍາລັບສິ່ງທີ່ເກີດຂຶ້ນໃນວັນນີ້”
“ພວກເຮົາເລີ່ມເກມໄດ້ແຫ້ວ ແນວຄິດຕ່າງໆໂດນຄວາມກົດດັນລົ້ມລະລາຍ ພວກເຮົາແພ້ຢ່າງສິ້ນເຊີງ ຂ້ອຍຄິດວ່າການສ້າງຄວາມຜິດພາດແມ່ນບັນຫາທີ່ຊໍ້າຈາກລະດູກ່ອນ ແຕ່ເຈົ້າເຫັນບາງຢ່າງທີ່ແຕກຕ່າງໃນວັນນີ້ ມັນຍາກທີ່ຈະເວົ້າ ຂ້ອຍຢາກຂໍໂທດແຟນບານບານຢ່າງຈິງໃຈ ພວກເຂົາສະໜັບສະໜຸນພວກເຮົາ ພວກເຂົາຊ່ວຍທີມ ຂ້ອຍບໍ່ມີສິ່ງອື່ນທີ່ຈະເວົ້າອີກແລ້ວ ຂ້ອຍຂໍໂທດແທ້ໆ”
ຕໍ່ກັບຄໍາຖາມວ່າສາມາດແກ້ບັນຫາໃນທີມໄດ້ຫຼືບໍ່ ອາໂມຣິມ ກ່າວວ່າ “ຂ້ອຍຄິດວ່ານັກຫຼິ້ນຕອບສະໜອງໃນສະໜາມໄດ້ດີໃນວັນນີ້ ດັ່ງນັ້ນຂ້ອຍຈຶ່ງບໍ່ຈໍາເປັນຕ້ອງເວົ້າຫຼາຍ ພວກເຮົາມີເກມໃນສຸດສະຫວັນ ຈາກນັ້ນພວກເຮົາຈະມີເວລາສອງອາທິດເພື່ອແກ້ບັນຫາ”
ສໍາລັບບັນຫາໃນຕໍາແຫນ່ງຜູ້ຮັກສາປະຕູ ຫົວໜ້າຝຶກສອນຜີແດງ ກ່າວວ່າ “ດ້ວຍຄວາມເຄົາລົບ ເມື່ອເຈົ້າແພ້ທີມດິວິຊັ່ນສີ່ ມັນບໍ່ແມ່ນຜູ້ຮັກສາປະຕູ ມັນລວມທຸກຢ່າງ ມັນແມ່ນສະພາບແວດລ້ອມ ພວກເຮົາຮູ້ວ່າພວກເຮົາຕົກຢູ່ໃນສະຖານະການທີ່ຄົນຈັບຈ້ອງທຸກຢ່າງ ມັນເປັນເລື່ອງຂອງທຸກລາຍລະອຽດ ພວກເຮົາສະແດງຟອມໄດ້ແຫ້ວໃນວັນນີ້”
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,529 | 21,806 |
![]() THB | 661.10 | 673 |
![]() EUR | 24,196 | 24,681 |
![]() CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |