site cover1 (94)
ນັກວິທະຍາສາດພົບວິທີສ້າງ 'ແຜງໂຊລາແບບໃໝ່' ທີ່ເຮັດວຽກໄດ້ເຖິງບໍ່ມີແດດ ແຮງກວ່າເກົ່າ 15 ເທົ່າ
ຮຽບຮຽງໂດຍ:kaling
ເຜີຍແຜ່: 28 August, 2025

ເວລາເວົ້າເຖິງພະລັງງານແສງຕາເວັນ ພວກເຮົາຈະນຶກເຖິງແຜງໂຊລາເຊວສີຟ້າທີ່ຕິດຕັ້ງຢູ່ໃສ່ຫລັງຄາບ້ານ ເຊິ່ງໄດ້ຮັບຄວາມນິຍົມຫຼາຍຂຶ້ນຈາກກະແສດ້ານສິ່ງແວດລ້ອມແລະການປະຢັດພະລັງງານ. ແຕ່ຂໍ້ຈຳກັດແມ່ນມັນເຮັດວຽກໄດ້ດີເມື່ອມີແດດແຮງເທົ່ານັ້ນ.

ແຕ່ຫຼ້າສຸດ ນັກວິທະຍາສາດຈາກມະຫາວິທະຍາໄລ Rochester ໄດ້ທັບທຽມຂໍ້ຈຳກັດນັ້ນລົງ ດ້ວຍການພັດທະນາ ເຄື່ອງຜະລິດໄຟຟ້າເທີໂມອີເລັກຕິກພະລັງງານແສງຕາເວັນ (STEG: Solar Thermoelectric Generators) – ແຜງໂຊລາແບບໃໝ່ທີ່ອ້າງວ່າມີປະສິດທິຜົນສູງກວ່າແຜງໂຊລາໃນປະຈຸບັນເຖິງ 15 ເທົ່າ. ມັນສາມາດສ້າງໄຟຟ້າໄດ້ຈາກ “ຄວາມຮ້ອນ” ທຸກຮູບແບບ ບໍ່ແມ່ນພຽງແຕ່ແສງແດດ.

ລູ້ຈັກ STEG – ໂຮງໄຟຟ້ານ້ອຍທີ່ປ່ຽນ ‘ຄວາມຮ້ອນ’ ເປັນ ‘ໄຟຟ້າ’

STEG ບໍ່ແມ່ນເທັກໂນໂລຊີໃໝ່ ມັນເຮັດວຽກດ້ວຍຫຼັກການທີ່ເອີ້ນວ່າປະກົດການ Seebeck effect. ລອງຈິນຕະນາການເຖິງວັດສະດຸແຜ່ນໜຶ່ງທີ່ມີດ້ານຮ້ອນແລະດ້ານເຢັນ. ເມື່ອມີຄວາມແຕກຕ່າງຂອງອຸນຫະພູມລະຫວ່າງສອງດ້ານນີ້ ກະແສໄຟຟ້າຈະໄຫຼຜ່ານສານກຶ່ງຕົວນຳທີ່ແຊກຢູ່ກາງທັນທີ.

Digital Marketing Agency in Laos - Emerging Digital Solutions

ຂໍ້ດີທີ່ສຸດຂອງ STEG ແມ່ນມັນສາມາດໃຊ້ແຫຼ່ງຄວາມຮ້ອນຫຍັງກໍໄດ້ ບໍ່ວ່າຈະເປັນຄວາມຮ້ອນຈາກແສງແດດ ຄວາມຮ້ອນຈາກເຄື່ອງຈັກໃນໂຮງງານ ຫຼືເຖິງແມ່ນຄວາມຮ້ອນຈາກຮ່າງກາຍມະນຸດ. ແຕ່ບັນຫາທີ່ເຮັດໃຫ້ມັນບໍ່ເຄີຍຖືກນຳມາໃຊ້ຢ່າງກວ້າງຂວາງ ເນື່ອງຈາກປະສິດທິຜົນຕ່ຳ. STEG ທົ່ວໄປສາມາດປ່ຽນພະລັງງານແສງຕາເວັນເປັນໄຟຟ້າໄດ້ບໍ່ເຖິງ 1% ເມື່ອສົມທຽບກັບແຜງໂຊລາທົ່ວໄປທີ່ທຳໄດ້ປະມານ 20%.

ວິທີແກ້ໄຂໃໝ່: ສ້າງຄວາມແຕກຕ່າງອຸນຫະພູມສູງສຸດ

ແທນທີ່ຈະໄປຍຸ້ງກັບສານກຶ່ງຕົວນຳ ທີມວິໄຈຈາກ Rochester ເລືອກວິທີການດັ່ງນີ້:

1. ສ້າງ ‘ໂລຫະດຳ’ ດູດກືນແສງ: ທີມວິໄຈໃຊ້ເທັກໂນໂລຊີເລເຊີຄວາມໄວສູງຍິງພື້ນຜິວຂອງໂລຫະທັງສະເຕນໃນລະດັບນາໂນ ເຮັດໃຫ້ມັນກາຍເປັນ “ໂລຫະດຳ” ທີ່ມີຄຸນສົມບັດດູດກືນພະລັງງານຈາກແສງຕາເວັນໄດ້ດີ ແລະຄາຍຄວາມຮ້ອນໄດ້ຊ້າ.

2. ສ້າງ ‘ເຮືອນກະຈົກນ້ອຍ’: ເຂົາເຈົ້າເອົາພຼາສຕິກໃສມາຄອບທັບໂລຫະດຳນັ້ນອີກຊັ້ນໜຶ່ງ ເພື່ອສ້າງສະພາບແວດລ້ອມຄື “ເຮືອນກະຈົກ” ຂະໜາດນ້ອຍ ຊ່ວຍກັກເກັບຄວາມຮ້ອນ ເຮັດໃຫ້ດ້ານຮ້ອນມີອຸນຫະພູມສູງຂຶ້ນ.

3. ອັບເກຣດແຜງລະບາຍຄວາມຮ້ອນ: ໃນດ້ານເຢັນ ເຂົາເຈົ້າໃຊ້ເທັກໂນໂລຊີເລເຊີແບບດຽວກັນຍິງລົງບົນແຜ່ນອາລູມີນຽມທຳມະດາ ເພື່ອສ້າງໂຄງສ້າງລະດັບນາໂນທີ່ຊ່ວຍເພີ່ມຄວາມສາມາດໃນການແຜ່ລັງສີແລະພາຄວາມຮ້ອນ ເຮັດໃຫ້ປະສິດທິຜົນການລະບາຍຄວາມຮ້ອນດີຂຶ້ນເຖິງສອງເທົ່າ.

ການນຳໄປໃຊ້ຢ່າງໃກ້ຕົວ

ທີມນັກວິໄຈເວົ້າວ່າຄວາມສຳເລັດໃນການເພີ່ມປະສິດທິຜົນຂຶ້ນ 15 ເທົ່ານີ້ ສາມາດນຳມາໃຊ້ຢ່າງໃກ້ຕົວກວ່າທີ່ຄິດ:

  • ອຸປະກອນເຊນເຊີໄຮ້ສາຍ ຈຳນວນຫຼວງຫຼາຍໃນບ້ານຫຼືເມືອງ ຈະເຮັດວຽກໄດ້ດ້ວຍຕົວເອງໂດຍບໍ່ຕ້ອງມີແບດເຕີຣີ
  • ອຸປະກອນສວມໃສ່ ເຊັ່ນ: ໂມງອັດສະລິຍະ ຫຼື ສາຍຮັດຂໍ້ມືເພື່ອສຸຂະພາບທີ່ສາມາດຊາດໄຟໄດ້ຈາກຄວາມຮ້ອນໃນຜິວໜັງຕະຫຼອດເວລາ
  • ພະລັງງານສຳລັບພື້ນທີ່ຫ່າງໄກ ທີ່ໄຟຟ້າເຂົ້າບໍ່ເຖິງ

ບາງຄັ້ງນະວັດກຳທີ່ປ່ຽນໂລກອາດມາຈາກການເບິ່ງບັນຫາເກົ່າດ້ວຍມຸມມອງໃໝ່. ການປ່ຽນຈຸດສຸມຈາກສິ່ງທີ່ສະລັບສັບຊ້ອນໄປສູ່ພື້ນຖານທີ່ຖືກເບິ່ງຂ້າມ ຈົນນຳມາສູ່ແຜງຜະລິດພະລັງງານໄຟຟ້າທີ່ເຮັດວຽກໄດ້ທຸກທີ່ ທຸກເວລາ ບໍ່ວ່າວັນນັ້ນແດດຈະອອກຫຼືບໍ່ກໍຕາມ.

ຢ່າງໄກໃດກໍຕາມ ການທົດສອບນີ້ຍັງຢູ່ໃນຂັ້ນທົດລອງເທົ່ານັ້ນ.

ຂ່າວຈາກ: Rochester University

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ