
ປກສ ກຸ່ມບ້ານຈຽງໄຈ ເຂົ້າຈັບຕົວໄວໜຸ່ມມົ້ວສຸມຢາເສບຕິດ 5 ຄົນ ພ້ອມຢາບ້າ
ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ສົມທົບກັບ ປກສ ກຸ່ມບ້ານຈຽງໄຈ ເຂົ້າຈັບຕົວໄວໜຸ່ມມົ້ວສຸມຢາເສບຕິດ 5 ຄົນ ພ້ອມຢາບ້າ 13 ເມັດ ໃນວັນທີ 5 ເມສາ 2023 ຜ່ານມາ.
ໃນນີ້ ຊື່ ນາງ ມຸກດາ ອາຍຸ 18 ປີ ບ້ານປ່າງາ ເມືອງງອຍ ພ້ອມຂອງກາງຢາບ້າ 10 ເມັດ; ນາງ ມຸກ ອາຍຸ 23 ປີ ຢູ່ບ້ານຫາດປາງ ເມືອງປາກອູ ທັງ 2 ຢູ່ແຂວງຫຼວງພະບາງ, ທ້າວ ດົມ ອາຍຸ 29 ປີ ຢູ່ບ້ານຈຽງໄຈ ພ້ອມຂອງກາງ 3 ເມັດ, ທ້າວ ຄຳທິດ ອາຍຸ 30 ປີ ຢູ່ບ້ານຫົວຂົວ ແລະ ທ້າວ ສິງທອງ ອາຍຸ 23 ປີ, ປະຊາຊົນ ບ້ານຈຽງອິນ ທັງ 3 ຄົນຢູ່ ເມືອງສິງ ແຂວງຫຼວງນ້ຳທາ.
ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ທັງ 5 ຄົນ ໄດ້ຮັບສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ພົວພັນຊື້ນຳພວກຮ່ວມຂະບວນການດຽວກັນ ຢູ່ ເມືອງສິງເພື່ອໄວ້ເສບ.
ທີ່ມາ ວາລະສານ ປ້ອງກັນຄວາມສະຫງົບ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 6 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














