pele - 2025-08-28T144728.651
6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ
ຮຽບຮຽງໂດຍ:Pele
ເຜີຍແຜ່: 28 August, 2025

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ຜູ້ຊີ້ນໍາວຽກງານການຄ້າພາຍໃນ ແລະ ສົ່ງເສີມການຜະລິດເປັນສິນຄ້າແຂວງເຊກອງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 27 ສິງຫາຜ່ານມາ ທີ່ພະແນກ ອຄ ແຂວງວ່າ: ໃນ 6 ເດືອນຕົ້ນປີຜ່ານມາ, ສາມາດຈັດຕັ້ງປະຕິບັດການນຳເຂົ້າສິນ ຄ້າ 4,17 ລ້ານກວ່າໂດລາ, ໃນນັ້ນຜະລິດຕະພັນທີ່ນໍາເຂົ້າສ່ວນໃຫຍ່ແມ່ນປະເພດກົນຈັກ, ປຸ໋ຍ, ອຸປະກອນນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າຂອງບັນດາໂຄງການຕ່າງໆ ທີ່ມາລົງທຶນພາຍໃນແຂວງ.

 

 

ສຳລັບການສົ່ງອອກໄລຍະ 6 ເດືອນຕົ້ນປີ ສາມາດຈັດຕັ້ງປະຕິບັດໄດ້ 121,16 ລ້ານໂດລາ, ໃນນັ້ນສິນ ຄ້າສົ່ງອອກເປັນຕົ້ນ ຖ່ານຫີນປະຕິບັດໄດ້ 56,35 ລ້ານໂດລາ ກວມ 46,50% ຂອງມູນຄ່າການສົ່ງອອກທັງໝົດ, ກະແສໄຟຟ້າ, ຜົນຜະລິດກະສິກຳແປ້ງມັນຕົ້ນ, ຢາງພາລາ, ກາເຟ, ຜະລິດຕະພັນໄມ້ ແລະ ຖ່ານຂາວ ຊຶ່ງເປັນສິນຄ້າທີ່ເປັນທ່າແຮງຂອງແຂວງ ເປັນສິນຄ້າປາຍແຫຼມອັນໜຶ່ງທີ່ມີການສົ່ງອອກຈຳນວນຫຼາຍ ເມື່ອທຽບໃສ່ບັນດາແຂວງອ້ອມຂ້າງ, ສົ່ງອອກຈຳໜ່າຍໃນກຸ່ມປະເທດອາຊຽນ ໄທ ແລະ ສສ.ຫວຽດນາມ ຊຶ່ງທັງສອງປະເທດກວມເອົາ 87% ຂອງມູນຄ່າສົ່ງອອກທັງໝົດ ແລະ ນອກກຸ່ມອາຊຽນມີ 3 ປະເທດຄື: ສປ ຈີນ, ເກົາຫຼີ, ອິນເດຍ. ຊຶ່ງກຸ່ມຜູ້ຜະລິດແມ່ນປະຊາຊົນພາຍໃນບັນດາ 4 ຕົວເມືອງ ໄດ້ຜະລິດກາເຟ, ຢາງພາລາ ໂດຍແມ່ນໂຄງການຂອງບໍລິສັດທີ່ໄດ້ຮັບບຸລິມະສິດເຂົ້າມາສຳປະທານ, ໃນການສົ່ງອອກມີ 4 ບໍລິສັດທີ່ໄດ້ສົ່ງອອກຢາງພາລາ, ກາເຟກໍເຊັ່ນກັນ. ໂດຍແມ່ນປະຊາຊົນເປັນຜູ້ຜະລິດ ແລະ ບໍລິສັດເປັນຜູ້ເກັບຊື້ເພື່ອສົ່ງອອກເປັນຫຼັກ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນທ້ອງຖິ່ນ ເພື່ອຊຸກຍູ້ເສດຖະກິດກະຈາຍລາຍຮັບໃຫ້ແຕ່ລະຂົງເຂດເຊັ່ນ: ການບໍລິການ ແລະ ການທ່ອງທ່ຽວພາຍໃນແຂວງ. ນອກນັ້ນ, ຍັງໄດ້ຊຸກຍູ້ສົ່ງເສີມການຜະລິດໃຫ້ກາຍເປັນສິນຄ້້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນຮູ້ຈັກການຜະລິດປຸງແຕ່ງສິນຄ້າທີ່ເປັນທ່າແຮງຂອງບັນດາເມືອງທີ່ມີ, ປັດຈຸບັນພວກເຮົາມີສິນຄ້າທີ່ເປັນສິນຄ້າໂອດັອບ 16 ຫົວໜ່ວຍ, 29 ລາຍການ, ໃນ 6 ເດືອນຕົ້ນປີນີ້ໄດ້ສ້າງຂຶ້ນໃໝ່ 3 ລາຍການ ໂດຍສະເພາະການຜະລິດປຸງແຕ່ງໂສມໃຫ້ມີຫຼາກຫຼາຍຜະລິດຕະພັນເຊັ່ນ: ເຫຼົ້າດອງໂສມ, ໂສມສະກັດ, ຊາໂສມ, ຫັດຖະກຳຕໍ່າແຜ່ນແພ ແລະ ອື່ນໆ. ໃນ 6 ເດືອນຕົ້ນປີຜ່ານມາ ສາມາດປ່ອຍກູ້ໄດ້ 39 ຕື້ກີບ ໃນຂົງເຂດການຜະລິດປຸງແຕ່ງ, ການຄ້າ ແລະ ການບໍລິການ ເພື່ອສືບຕໍ່ຂະຫຍາຍກິດຈະການໃຫ້ມີຄວາມເຂັ້ມແຂງ.

 

 

ທ່ານ ນາງ ວິລະຄອນ ບັນທະເວີ ກ່າວໃຫ້ຮູ້ອີກວ່າ: ສຳລັບ 6 ເດືອນທ້າຍປີນີ້ໄດ້ສຸມໃສ່ການສະໜອງ SME ໃຫ້ຖຶກກັບຈຸດປະສົງ ແລະ ເປົ້າໝາຍ ສູ້ຊົນສະໜອງສະບຽງອາຫານໃຫ້ພຽງພໍພາຍໃນແຂວງ ຕິດພັນກັບການຄຸ້ມຄອງລາຄາສິນຄ້າ, ສຳລັບການຄຸ້ມຄອງລາຄາສິນຄ້າແມ່ນເຮົາບໍ່ສາມາດຄຸ້ມຄອງລາຄາໃຫ້ຢູ່ໃນເກນທີ່ເຮົາຢາກຄຸ້ມຄອງໄດ້ ຕິດພັນກັບກົນໄກເສດຖະກິດຕະຫຼາດ ແລະ ມີສາເຫດຈາກຫຼາຍປັດໃຈ ສິ່ງທີ່ພວກເຮົາເຮັດໄດ້ກໍຄືເຂົ້າໄປແຊກແຊງລາຄາສິນຄ້າທີ່ມີຄວາມຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງວາງແຜນຟື້ນຟູຄືນບັນດາກິດຈະການທີ່ມີຢູ່ແລ້ວເພື່ອຫຼຸດຜ່ອນຕົ້ນທຶນໃຫ້ຫຼາຍທີ່ສຸດ.

 

 

ຂ່າວ: ພູວັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ