pele - 2025-08-28T161113.446
ຫຼາຍປັດໄຈທີ່ເຮັດໃຫ້ຂີ້ເຫຍື້ອຕົກຄ້າງຫຼາຍໃນ ນະຄອນຫຼວງວຽງຈັນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 28 August, 2025

ບັນຫາຂີ້ເຫຍື້ອຕົກຄ້າງຫຼາຍເຂດໃນນະຄອນຫຼວງວຽງຈັນ (ນວ) ປັດຈຸບັນແຕ່ລະບໍລິສັດກໍາລັງເລັ່ງດໍາເນີນການແກ້ໄຂ ໃນຂະນະທີ່ພຶດຕິກໍາການຖິ້ມຂີ້ເຫຍື້ອບໍ່ເປັນລະບຽບຂອງປະຊາຊົນຍັງເປັນອຸປະສັກໃນການເກັບມ້ຽນຂີ້ເຫຍື້ອໃນໄລຍະທີ່ຜ່ານມາ ຈຶ່ງເຮັດໃຫ້ມີກະແສສັງຄົມ, ເປັນຫາງສຽງຈົ່ມວ່າຂອງປະຊາຊົນກ່ຽວກັບບັນຫາດັ່ງກ່າວ. ດັ່ງນັ້ນ, ຫຼາຍບໍລິສັດ ຈຶ່ງໄດ້ສຸມໃສ່ການແກ້ໄຂຂີ້ເຫຍື້ອຕົກຄ້າງໃນເຂດທີ່ຕົນເອງຮັບຜິດຊອບທົ່ວ ນວ.

 

 

ທ່ານ ນາງ ດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ໄດ້ເປີດເຜີຍໃຫ້ຮູ້ໃນວັນທີ 27 ສິງຫາ ນີ້ວ່າ: ປັດໄຈທີ່ເຮັດໃຫ້ຂີ້ເຫຍື້ອຕົກຄ້າງ ເປັນຕົ້ນບາງບໍລິສັດໄດ້ປະເຊີນກັບບັນຫາຂາດແຄນແຮງງານຢ່າງໜັກໃນໄລຍະຜ່ານມາ. ໃນນັ້ນ, ການຈັດການກັບບຸກຄະລາກອນທີ່ລະເມີດກົດລະບຽບ ແລະ ຂາດສັກກະຍະພາບໃນການເຮັດວຽກ, ສະພາບເສດຖະກິດທີ່ເຮັດໃຫ້ແຮງງານຈຳນວນຫຼາຍເລືອກທີ່ຈະໄປເຮັດວຽກຕ່າງປະເທດ ໂດຍສະເພາະແຮງງານໃນຂະແໜງການບໍລິການແບບນີ້; ການປ່ຽນແຜນເສັ້ນທາງເດີນລົດຂອງບັນດາບໍລິສັດ ທີ່ໃຫ້ບໍລິການເກີດຂຶ້ນພ້ອມກັນ ຊຶ່ງເປັນຜົນໃຫ້ບາງເຂດອາດຕົກຫຼົ່ນ ແລະ ຍັງບໍ່ໄດ້ຮັບການແກ້ໄຂ; ຜ່ານມາ, ມີລູກຄ້າຈໍານວນໜຶ່ງທີ່ໄດ້ຮັບການບໍລິການນອກລະບົບ ໂດຍສະເພາະການຊໍາລະເງິນທີ່ບໍ່ຖືກຕ້ອງຕາມລະບຽບ ເພື່ອໃຫ້ການຈັດການບໍລິການມີຄວາມໂປ່ງໃສ ແລະ ມີປະສິດທິພາບ, ບໍລິສັດ ໄດ້ຈັດການດຶງລູກຄ້າທັງໝົດເຂົ້າສູ່ລະບົບຖານຂໍ້ມູນຕົວຈິງ. ເມື່ອມີການຈັດສັນລະບົບບໍລິການຕາມຖານລູກຄ້າຕົວຈິງ, ຈຶ່ງເຮັດໃຫ້ຈຸດເກັບຂີ້ເຫຍື້ອຂອງລູກຄ້າທີ່ເຄີຍຢູ່ນອກລະບົບຕົກຫຼົ່ນຊົ່ວຄາວ ເກີດມີຂີ້ເຫຍື້ອຄ້າງຕາມມາ; ການສວຍໂອກາດຂອງປະຊາຊົນຜູ້ທີ່ບໍ່ເຂົ້າຮ່ວມສັນຍາ ໂດຍການລັກຖິ້ມຂີ້ເຫຍື້ອຮ່ວມກັບຜູ້ອື່ນ ຫຼື ຖິ້ມໃສ່ດິນເປົ່າວ່າງເປັນສາເຫດເຮັດໃຫ້ຂີ້ເຫຍື້ອລົ້ນເກີນລະບົບທີ່ຈັດສັນລົດມາເກັບ ເປັນສາເຫດເຮັດໃຫ້ຂີ້ເຫຍື້ອຕົກຄ້າງ; ປະຊາຊົນບາງເຂດບໍ່ຮູ້ວ່າໂຕເອງໃຊ້ບໍລິການເກັບມ້ຽນຂີ້ເຫຍື້ອນໍາບໍລິສັດໃດ ເນື່ອງຈາກໃນ ນວ ມີຫຼາຍບໍລິສັດທີ່ໃຫ້ບໍລິການ ຈຶ່ງບໍ່ຮູ້ວ່າຕ້ອງຮ້ອງຮຽນໄປຫາບໍລິສັດໃດ.

 

 

ຄຽງຄູ່ກັນນັ້ນ, ພຶດຕິກໍາການຖິ້ມຂີ້ເຫຍື້ອບໍ່ເປັນລະບຽບຂອງປະຊາຊົນ ຍັງເປັນອຸປະສັກເຊັ່ນ: ການບໍ່ມັດປາກຖົງຂີ້ເຫຍື້ອ, ການໃຊ້ຂະໜາດຖົງທີ່ບໍ່ໄດ້ມາດຕະຖານ (36x45cm) ຫຼື ການຖິ້ມຂີ້ເຫຍື້ອຊະສົ່ງຜົນໃຫ້ການເກັບ ແລະ ຂົນສົ່ງຂີ້ເຫຍື້ອຂອງເຈົ້າໜ້າທີ່ມີຄວາມລໍາບາກ ເນື່ອງຈາກຂີ້ເຫຍື້ອທີ່ຊະເຈົ້າໜ້າທີ່ຕ້ອງໄດ້ໃຊ້ແຮງງານ ແລະ ເວລາເພີ່ມເຕີມໃນການຈັດການຂີ້ເຫຍື້ອ ຊຶ່ງບາງຄັ້ງບໍ່ສາມາດເກັບໄປໄດ້ໝົດ. ສະນັ້ນ, ປະຊາຊົນຄວນຈັດການກັບຂີ້ເຫຍື້ອຂອງຕົນເອງຕັ້ງແຕ່ຕົ້ນທາງໂດຍການນໍາຂີ້ເຫຍື້ອໃສ່ຖົງທີ່ ເໝາະສົມ, ຖອກເສດອາຫານ ແລະ ນໍ້າອອກກ່ອນຖິ້ມ, ມ້ຽນມັດປາກຖົງໃຫ້ເປັນລະບຽບ ເພື່ອປ້ອງກັນສັດມາຄຸ້ຍ, ການແກ້ໄຂບັນຫາທີ່ແທ້ຈິງຄືການຮ່ວມມືຈາກທຸກພາກສ່ວນ ໂດຍສະເພາະປະຊາຊົນຜູ້ຜະລິດຂີ້ເຫຍື້ອ ແລະ ບໍລິສັດເກັບມ້ຽນຂີ້ເຫຍື້ອ ເພື່ອຄວາມເປັນລະບຽບຮຽນຮ້ອຍ, ຫຼຸດບັນຫາຂີ້ເຫຍື້ອຊະຊາຍ ແລະ ຂີ້ເຫຍື້ອຕົກຄ້າງໃນສັງຄົມ.

 

 

ບໍລິສັດ Small-b ມີພາລະບົດບາດໃນການເກັບຂີ້ເຫຍື້ອກວ່າ 190 ບ້ານໃນ 7 ເທດສະບານ ນວ ພ້ອມທັງສາມາດຄອບຄຸມຖະໜົນສາຍຫຼັກ 27 ເສັ້ນ. ປັດຈຸບັນບໍລິສັດສະມໍລບີ ມີລົດເກັບຂີ້ເຫຍື້ອຫຼາຍກວ່າ 50 ຄັນ ແລະ ພະນັກງານ 300 ຄົນ ໂດຍມີສະໜາມຄ່ຽນຖ່າຍຢູ່ບ້ານນາໄຫ ແລະ ສະໜາມບໍາບັດທີ່ຫຼັກ 32.

 

(ຂ່າວ: ວັນເພັງ; ພາບ: ບໍລິສັດສະມໍລບີ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ