site cover1 (97)
ການວິໄຈພົບ 'ຢາສີດມະເຮັງສະເພາະຈຸດ' ສີດແລ້ວຫາຍທົ່ວຮ່າງກາຍ
ຮຽບຮຽງໂດຍ:kaling
ເຜີຍແຜ່: 29 August, 2025

ການວິໄຈຈາກມະຫາວິທະຍາໄລ Rockefeller ໄດ້ພັດທະນາວິທີການປິ່ນປົວໂຣກມະເຮັງແບບໃໝ່ທີ່ເອີ້ນວ່າ “ການສີດຢາເພື່ອລົບມະເຮັງ” ໂດຍເປັນການສີດແອນຕິບໍດີ (Antibody) ຫຼື ສານພູມຄຸ້ມກັນ ເຂົ້າໄປໃນກ້ອນເນື້ອງອກພຽງຈຸດດຽວ ແຕ່ກັບສາມາດກະຕຸ້ນລະບົບພູມຄຸ້ມກັນໃຫ້ກຳຈັດເຊວມະເຮັງໄດ້ທົ່ວຮ່າງກາຍ

ແອນຕິບໍດີ 2141-V11 ປິ່ນປົວໂຣກມະເຮັງ

ແອນຕິບໍດີ 2141-V11 ແມ່ນແອນຕິບໍດີທີ່ຖືກອອກແບບມາເພື່ອໃຊ້ໃນການປິ່ນປົວມະເຮັງ ເຊິ່ງແອນຕິບໍດີຊະນິດນີ້ສາມາດຈັບກັບ CD40 ທີ່ກະຕຸ້ນການເຮັດວຽກຂອງລະບົບພູມຄຸ້ມກັນໄດ້ຢ່າງມີປະສິດທິຜົນ ໂດຍໃຊ້ສີດຕົງເຂົ້າສູ່ກ້ອນເນື້ອທີ່ມີເຊວມະເຮັງເພື່ອຍັບຍັ້ງການແຜ່ຂະຫຍາຍຂອງເຊວມະເຮັງໄປຍັງເຊວປົກກະຕິ

Digital Marketing Agency in Laos - Emerging Digital Solutions

ທີມນັກວິໄຈໄດ້ທົດສອບຢາຕົວນີ້ໃນຜູ້ປ່ວຍໂຣກມະເຮັງໄລຍະລຸກລາມກວ່າ 12 ຄົນ ໃນການທົດລອງໄລຍະແຮກ ແລະໄດ້ພົບກັບຜົນຕອບທີ່ອາດເປັນຄວາມຫວັງໃນການຜະລິດຢາຫຼືສ້າງການປິ່ນປົວໃໝ່ສຳລັບຜູ້ປ່ວຍໂຣກມະເຮັງ

ຫຼັງຈາກຜູ້ປ່ວຍໃນການທົດລອງໄດ້ສີດຢາຊະນິດນີ້ເຂົ້າໄປພົບວ່າ:

  • ເນື້ອງອກຂອງຜູ້ປ່ວຍກວ່າຄິງມີຂະໜາດນ້ອຍລົງ
  • ຜູ້ປ່ວຍ 2 ລາຍທີ່ເປັນຜູ້ປ່ວຍມະເຮັງຜິວໜັງເມລາໂນມາ ແລະມະເຮັງເຕົ້ານົມໄລຍະທີ່ແຜ່ຂະຫຍາຍ ຕອບສະໜອງຕໍ່ໂຣກໄດ້ເປັນຢ່າງດີ ໂດຍບໍ່ພົບຮ່ອງຮອຍໂຣກມະເຮັງຫຼັງການປິ່ນປົວ

ຈຸດທີ່ຫນ້າສົນໃຈຍິ່ງໄປກວ່ານັ້ນ ແມ່ນການສີດຢາໃນກ້ອນເນື້ອງອກພຽງຈຸດດຽວ ກັບກະຕຸ້ນໃຫ້ເນື້ອງອກທີ່ຢູ່ບໍລິເວນອື່ນໃນຮ່າງກາຍຫາຍໄປ ແລະລຸດລົງດ້ວຍ

ການສຶກສານີ້ເລີ່ມຕົ້ນມາຕັ້ງແຕ່ຊ່ວງປີ 2018 ເຊິ່ງພັດທະນາມາຈາກງານວິໄຈຊິ້ນກ່ອນທີ່ເຄີຍທົດສອບໃນລັກສະນະຄືກັນ ຄືການກະຕຸ້ນການເຮັດວຽກຂອງ CD40 ແຕ່ຜົນຕອບທີ່ບໍ່ດີສັກເທົ່າໃດ ແລະຍັງພົບຜົນຂ້າງຄຽງທີ່ຮຸນແຮງເມື່ອນຳໄປທົດລອງກັບມະນຸດ

ສາດສະດາຈານ Jeffrey V. Ravetch ຈາກມະຫາວິທະຍາໄລ Rockefeller ແລະທີມວິໄຈຈິ່ງກັບໄປທົບທວນແນວຄວາມຄິດເກົ່າ ແລະພົບວ່າປັນຫາບໍ່ໄດ້ຢູ່ທີ່ຫຼັກການເຮັດວຽກ ແຕ່ເປັນວິທີການອອກແບບ ແລະສົ່ງຢາເຂົ້າສູ່ຮ່າງກາຍ ທີມວິໄຈໄດ້ລອງທົດສອບດ້ວຍການປ່ຽນວິທີໃຫ້ຢາ ຈາກເກົ່າທີ່ສີດເຂົ້າກະແສເລືອດເພື່ອໃຫ້ຢາໄຫຼເວຍີນທົ່ວຮ່າງກາຍ ມາເປັນການສີດຕົງເຂົ້າສູ່ກ້ອນເນື້ອງອກ ຫຼືບໍລິເວນທີ່ມີເຊວມະເຮັງແທນ ແລະອອກແບບຢາໃໝ່ໃຫ້ຈັບ CD40 ໄດ້ດີຂຶ້ນ

ກົນໄກການເຮັດວຽກຄືການສ້າງ ‘ສູນບັນຊາການ’ ຂອງພູມຄຸ້ມກັນ

ຫຼັງການສີດຢາ ກ້ອນເນື້ອງອກຈະຖືກ “ປ່ຽນສະພາບ” ໃຫ້ກາຍເປັນແຫຼ່ງລວມຕົວຂອງເຊວພູມຄຸ້ມກັນ ຫຼືທີ່ເອີ້ນວ່າ Tertiary Lymphoid Structures (TLS) ເຊິ່ງເຮັດໜ້າທີ່ເປັນ “ສູນບັນຊາການ” ທີ່ຄອຍສັ່ງການ ແລະກະຕຸ້ນໃຫ້ເຊວພູມຄຸ້ມກັນເຮັດວຽກຮ່ວມກັນໄດ້ຢ່າງມີປະສິດທິຜົນ ເຊິ່ງກະຕຸ້ນລະບົບພູມຄຸ້ມກັນຂອງຮ່າງກາຍໂດຍລວມໃຫ້ຕື່ນຕັວ ແລະອອກຕາມລ້າທຳລາຍເຊວມະເຮັງ ບໍ່ພຽງແຕ່ກ້ອນທີ່ຖືກສີດ ແຕ່ລວມເຖິງກ້ອນເຊວມະເຮັງອື່ນໆທົ່ວຮ່າງກາຍດ້ວຍ

ການວິໄຈພົບວ່າຜູ້ປ່ວຍທີ່ມີລະດັບເຊວ T (ເຊວ T ແມ່ນເຊວເມັດເລືອດຂາວຊະນິດນຶ່ງໃນລະບົບພູມຄຸ້ມກັນ ທີ່ມີບົດບາດສຳຄັນໃນການປ້ອງກັນ ແລະກຳຈັດເຊື້ອໂຣກ ລວມເຖິງເຊວຜິດປົກກະຕິ ເຊັ່ນ ເຊວມະເຮັງ) ສູງກ່ອນການປິ່ນປົວຈະຕອບສະໜອງຕໍ່ຢາໄດ້ດີກວ່າ ເຊິ່ງຂໍ້ມູນນີ້ຈະເປັນປະໂຫຍດໃນການຄັດເລືອກຄູ້ປ່ວຍທີ່ເໝາະສົມ ແລະນຳໄປສູ່ການປິ່ນປົວມະເຮັງແບບ Precision Medicine ຫຼືການແພດເສາະສະບຸກຄົນໃນອະນາຄົດ

ໂມເດວການສີດຢາເສາະສະຈຸດນີ້ບໍ່ພຽງລຸດຜົນຂ້າງຄຽງ ແຕ່ຍັງສ້າງການຕອບສະໜອງຂອງພູມຄຸ້ມກັນທົ່ວຮ່າງກາຍທີ່ອາດປ່ຽນໜ້າວິທີການປິ່ນປົວມະເຮັງໃນອະນາຄົດໄດ້ເລີຍທີ່ດຽວ

ຂ່າວຈາກ: thebrighterside

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ