pele - 2025-08-29T103707.528
ບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ມອບ 2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XII
ຮຽບຮຽງໂດຍ:Pele
ເຜີຍແຜ່: 29 August, 2025

ໃນຕອນເຊົ້າວັນທີ 28 ສິງຫານີ້ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງອັດຕະປື, ບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ໄດ້ນຳເອົາເງິນ ຈຳນວນ 2 ຕື້ກີບ, ມາມອບໃຫ້ແຂວງອັດຕະປື ຊຶ່ງໃຫ້ກຽດມອບໂດຍ ທ່ານ ນາງ ຫົງພະຈັນ ສະໝິງວົງສາ ຕາງໜ້າບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ສ່ວນແຂວງອັດຕະ,ກ່າວຮັບໂດຍ ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ທັງເປັນຫົວໜ້າອະນຸກຳມະການເສດຖະກິດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

 

ການມອບເງິນຄັ້ງນີ້, ເພື່ອປະກອບສ່ວນຊ່ວຍເຫຼືອ-ຊຸກຍູ້ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ທີ່ຈະໂຂຂຶ້ນໃນມໍ່ໆນີ້. ໂອກາດນີ້, ທ່ານ ພົນໂທ ວັນທອງ ກອງມະນີ ກໍໄດ້ຕາງໜ້າໃຫ້ຄະນະພັກ ອົງການປົກຄອງແຂວງ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ທີ່ເຫັນໄດ້ເຖິງຄວາມສຳຄັນ ຈຶ່ງໄດ້ໃຫ້ການສະໜັບສະໜຸນ ຊ່ວຍເຫຼືອແຂວງ ມາໂດຍຕະຫຼອດ ໂດຍສະເພາະກໍ່ຄືການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ທີ່ຈະໄຂຂຶ້ນໃນທ້າຍເດືອນ ກັນຍາ 2025 ນີ້ ຖືວ່າເປັນການປະກອບສ່ວນທີ່ສຳຄັນເປັນຢ່າງຍິ່ງແລະ ຂໍອ່ວຍພອນໄຊ ມາຍັງບໍລິສັດ ໃນການດຳເນີນທຸລະກິດຕ່າງໆ ກໍຂໍໃຫ້ປະສົບຜົນສຳເລັດ ລຸລ່ວງຕາມຈຸດປະສົງທີ່ວາງໄວ້.

Digital Marketing Agency in Laos - Emerging Digital Solutions

 

(ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ