pele - 2025-08-29T133942.291
ປະທານສະພາແຫ່ງຊາດ ຫວຽດນາມ ພົບປະເຈລະຈາກັບ ປະທານສະພາແຫ່ງຊາດນູແວນເຊລັງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 29 August, 2025
ໝວດ: ຂ່າວ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 28 ສິງຫາ ຜ່ານມາວ່າ: ໂດຍຕອບຮັບຄຳເຊີນຂອງທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ເຈີຣີ່ ບຣາວລີ ປະທານສະພາແຫ່ງຊາດນູແວນເຊລັງ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 27 – 31 ສິງຫານີ້. ໃນຕອນເຊົ້າຂອງວັນທີ 28 ສິງຫາ ຜ່ານມາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ ເຈີຣີ່ ບຣາວລີ ປະທານສະພາແຫ່ງຊາດນູແວນເຊລັງ. ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ດຳເນີນການພົບປະເຈລະຈາ.

 

ໃນການໂອ້ລົມເຈລະຈາ, ທ່ານ ເຈິ່ນແທັງເໝີ້ນ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງ ແລະ ຮັດແໜ້ນການພົວພັນດ້ານການເມືອງ ຜ່ານບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາຄະນະ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ກຸ່ມສະມາຊິກລັດຖະສະພາໜຸ່ມຂອງ 2 ປະເທດ; ທ່ານສະເໜີໃຫ້ 2 ກະຊວງການຕ່າງປະເທດຂອງ 2 ປະເທດ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ສົມບູນແບບໂດຍໄວ; ທ່ານສະເໜີໃຫ້ ນູແວນເຊລັງ ຊ່ວຍເຫຼືອບຳລຸງສ້າງ, ຍົກສູງກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ໃນການເຂົ້າຮ່ວມການເຄືຶ່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, 2 ຝ່າຍມີບັນດາມາດຕະການບຸກທະລຸເພື່ອນຳວົງເງິນການຄ້າໃຫ້ບັນລຸ 3 ຕື້ໂດລາ ໃນປີ 2026 ໂດຍໄວ; ພ້ອມກັນນັ້ນ, ກໍໝູນໃຊ້ໂອກາດຈາກບັນດາສັນຍາການຄ້າເສລີ ຊຶ່ງທັງ 2 ປະເທດລ້ວນແຕ່ເປັນສະມາຊິກ.

Digital Marketing Agency in Laos - Emerging Digital Solutions

 

ສ່ວນທ່ານ ເຈີຣີ່ ບຣາວລີ ຢືນຢັນວ່າ: ນູແວນເຊລັງ ພ້ອມແລ້ວທີ່ຈະພິຈາລະນາເພີ່ມການນຳເຂົ້າບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ ເຂົ້າຕະຫຼາດ ນູແວນເຊລັງ, ເພື່ອຊ່ວຍໃຫ້ການຄ້າ 2 ປະເທດເຕີບໂຕ ບັນລຸລະດັບ 3 ຕື້ໂດລາໂດຍໄວ. ການນຳສະພາແຫ່ງຊາດ 2 ທ່ານກໍເຫັນດີຕ້ອງສືບຕໍ່ສົມທົບກັນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ, ອາຊຽນ ແລະ ບັນດາເວທີປາໄສໂດຍ ອາຊຽນ ນຳພາ.

 

ຂ່າວ: ປະຊາຊົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
jane (91)
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)
jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
ຢ່າລື່ມກົດຕິດຕາມ