ດວງ-Tou-Vientianepost (38)
ຈັດສົ່ງ​ແຮງງານລາວ​ ຈາກ​ 2​ ເມືອງ​ 114​ ຄົນ​ ໄປເຮັດວຽກ​ຕາມ​ລະດູການ​ທີ່​ເມືອງຈອງຊອນ ສ.​ເກົາຫຼີ
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 May, 2023
ໝວດ: ຂ່າວ

ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ​ (ຮສສ) ໄດ້ສົ່ງແຮງງານຈາກ ສອງ ເມືອງ ຄື: ໄຊທານີ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈຳນວນ 114 ຄົນ ໄປເຮັດວຽກລະດູການຂະແໜງກະສິກຳ ຢູ່ເມືອງຈອງຊອນ ແຂວງ ກັງວອນ ປະເທດ ສ.ເກົາຫຼີ, ໃນວັນທີ 23 ພຶກສະພາ 2023​ ນີ້, ນຳພາຄະນະໂດຍວີຊາການຈາກ ພະແນກຈັດຫາງານຕ່າງປະເທດ ກົມການຈັດຫາງານ ກຊ ຮສສ ແລະ ໄດ້ຮັບການຕ້ອນຮັບຈາກເມືອງ ຈອງວອນ ດວ້ຍຄວາມອົບອຸ່ນ

ການຈັດສົ່ງແຮງງານໄປເຮັດວຽກລະດູການຂະແໜງກະສິກຳ 5 ເດືອນໃນຄັ້ງນີ້ ແມ່ນການຮ່ວມມື MOU ກັນລະຫວ່າງ ກົມການຈັດຫາງານ ແລະ ເມືອງຈອງຊອນ ສ.ເກົາຫລີ ໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ເມືອງດັ່ງກ່າວນີ້ ໂດຍໄດ້ເນັ້ນໃສ່ສະເພາະປະຊາຊົນ ສອງເມືອງຄື: ເມືອງໄຊທານີ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ການຈັດສົ່ງຈະເປັນບາດກ້າວສໍາຄັນ

ແລະ ສ້າງຜົນປະໂຫຍດໃຫ້ແກ່ສອງຝ່າຍ. ສໍາລັບ ແຮງງານຂອງ ສປປ ລາວ ກໍ່ຈະໄດ້ຮັບການພັດທະນາສີມືແຮງງານ ແລະ ມ່ີລາຍຮັບໃຫ້ແກ່ຕົນແຮງງານເອງ ແລະ ຄອບຄົວ ພ້ອມທັງຈະຊ່ວຍຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ຂອງ ສປປ ລາວ. ຊາວກະສິກອນ, ເຈົ້າຂອງຟາມ ພາຍໃນເມືອງ ຈອງຊອນ ກໍ່ຈະມີແຮງງານເຂົ້າຮັບໃຊ້ການຜະລິດກະສິກໍາຕະຫຼອດລະດູການ.

ເຖິງຢ່າງໃດກໍຕາມ ກົມການຈັດຫາງານ ກະຊວງຮສສ ຂໍຝາກເຖິງແຮງງານລາວບັນດາເຜົ່າ ທີ່ມີຄວາມສົນໃຈໄປເຮັດວຽກຢູ່ຕາ່ງປະເທດ, ໂດຍສະເພາະປະເທດ ສ.ເກົາຫລີ ທີ່ສັງຄົມໃຫ້ຄວາມສົນໃຈເປັນຢ່າງຫລາຍ ໃຫ້ມີສະຕິລະວັງຕົວ ຢ່າຫຼົງເຊື່ອບຸກຄົນ ຫຼື ນິຕິບຸກຄົນ ບໍ່ຫວັງດີຄົນແອບອ້າງໃນການຈັດສົ່ງແຮງງານໄປຢູ່ປະເທດດັ່ງກ່າວ ດວ້ຍຫລາຍຮູບແບບຮຽກເກັບເງິນລວ່ງໜ້າກ່ອນຢ່າງເດັດຂາດ.

ແຮງງານລາວມີຄວາມສົນໃຈຢາກເຮັດວຽກຢູ່ພາຍໃນປະເທດ ແມ່ນໃຫ້ພົວພັນກັບ ພະແນກແຮງງານ ແລ ສະຫວັດດີການສັງຄົມ ແຂວງ ແລະ ນະຄອນຫຼວງ ໄດ້ຈັດຕັ້ງການຂຶ້ນທະບຽນແຮງງານ ດ້ວຍລະບົບອອນລາຍ, ອັອຟລາຍ ແລະ ຂຶ້ນທະບຽນຊຶ່ງໜ້າໃນ 3 ເປົ້າໝາຍຄື: ຜູ້ຊອກຫາວຽກເຮັດງານທຳພາຍໃນ ແລະ ໄປຕ່າງປະເທດ, ຜູ້ຕ້ອງການຝຶກສີມືແຮງງານ ແລະ ຄວາມຕ້ອງການແຮງງານພາຍໃນປະເທດ (ຕຳແໜ່ງງານວ່າງ). ຊຶ່ງຜູ້ຊອກຫາວຽກເຮັດງານທຳ ແລະ ຫົວໜ່ວຍແຮງງານສາມາດພົວພັນກັບຈຸດບໍລິການຈັດຫາງານທີ່ທ່ານຢູ່ໃກ້ ຫຼື ເຂົ້າໃຊ້ບໍລິການຜ່ານຕາມເວບໄຊຂໍ້ມູນຂ່າວສານຕະຫຼາດແຮງງານ (www.lmis.gov.la).

(ຂ່າວສານສສ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ