site cover1 (100)
ຮູ້ຈັກ Cambricon ບໍລິສັດຊິບຈີນມ້າມືດ ຄູ່ແຂ່ງ Nvidia ລາຍໄດ້ພຸ່ງ 4,000%
ຮຽບຮຽງໂດຍ:kaling
ເຜີຍແຜ່: 29 August, 2025

ສຳນັກຂ່າວ CNBC ລາຍງານວ່າ “Cambricon” ບໍລິສັດຜູ້ຜະລິດຊິບເຊັມິຄອນດັກເຕີຈາກ “ຈີນ” ໄດ້ລາຍງານຜົນການດຳເນີນງານທີ່ໜ້າປະທັບໃຈໃນຊ່ວງຄິດປີທຳອິດ ໂດຍມີກຳໄລສູງສຸດເປັນປະຫວັດສາດ ສະທ້ອນໃຫ້ເຫັນວ່າຄູ່ແຂ່ງໃນປະເທດຂອງ Nvidia ກຳລັງເຕີບໂຕຢ່າງໄວວາ ເນື່ອງຈາກລັດຖະບານຈີນກຳລັງຊຸກຍູ້ແລະສະໜັບສະໜູນອຸດສາຫະກຳໃນປະເທດ

Cambricon ແມ່ນຫນຶ່ງໃນບໍລິສັດຈີນຫຼາຍແຫ່ງທີ່ກຳລັງແຂ່ງຂັນກັນເພື່ອເປັນທາງເລືອກແທນ Nvidia ຊຶ່ງເປັນຜູ້ນຳດ້ານການຜະລິດຊິບສຳລັບ AI ທີ່ໃຊ້ໃນການຝຶກອົບຮົມແລະຮັນໂມເດວ AI ຕ່າງໆ

Cambricon ຫຼີກຄວາມສ່ຽງຖືກຕັດຂາດເທັກໂນໂລຍີຈາກສະຫະລັດ

Cambricon ລາຍງານຜົນການດຳເນີນງານຄິດປີທຳອິດມີລາຍໄດ້ພຸ່ງຂຶ້ນກວ່າ 4,000% ເມື່ອທຽບກັບປີກ່ອນໜ້າ ມາຢູ່ທີ່ 2.88 ຕື້ຫຼ້ານຫຍວນ ຫຼື ປະມານ 402.7 ລ້ານໂດລາ ແລະມີກຳໄລສຸດທິສູງສຸດເປັນປະຫວັດສາດທີ່ 1.04 ຕື້ຫຼ້ານຫຍວນ

ເຖິງແມ່ນວ່າຕົວເລກນີ້ຈະເບິ່ງໜ້າປະທັບໃຈ ແຕ່ກໍ່ຍັງຖືວ່າເຈົ້ານ້ອຍຫຼາຍເມື່ອທຽບກັບ Nvidia ທີ່ລາຍງານລາຍໄດ້ 44 ຕື້ລ້ານໂດລາໃນໄຕມາດຫຼ້າສຸດ

ການເຕີບໂຕຢ່າງກ້າວໂດດຂອງລາຍໄດ້ບໍລິສັດ Cambricon ຊີ້ໃຫ້ເຫັນວ່າບໍລິສັດເທັກໂນໂລຍີໃນຈີນກຳລັງເລັ່ງຫາທາງເລືອກອື່ນນອກເຫນືອຈາກຊິບຂອງ Nvidia ເນື່ອງຈາກຄວາມສ່ຽງທີ່ຈີນອາດຖືກຕັດຂາດຈາກເທັກໂນໂລຍີຂອງສະຫະລັດຢ່າງຕໍ່ເນື່ອງ

ມູນຄ່າຫຸ້ນທະຍານ ແພງສຸດໃນຕະຫຼາດຈີນ

ບໍລິສັດເທັກໂນໂລຍີຊັ້ນນຳຂອງຈີນຫຼາຍແຫ່ງຫັນມາໃຊ້ຊິບທີ່ຜະລິດໃນປະເທດ ເຮັດໃຫ້ບໍລິສັດໃນປະເທດເຊັ່ນ Cambricon ໄດ້ຮັບປະໂຫຍດແລະເຕີບໂຕຢ່າງໄວວາ ເຮັດໃຫ້ລາຄາຫຸ້ນຂອງ Cambricon ເພີ່ມຂຶ້ນກວ່າເທົ່າຕົວໃນປີນີ້ ແລະມີມູນຄ່າຕະຫຼາດສູງເຖິງ 80 ຕື້ລ້ານໂດລາ

ຕັ້ງແຕ່ຕົ້ນປີຈົນເຖິງປັດຈຸບັນ ຫຸ້ນ Cambricon ທີ່ຊື້ຂາຍໃນຕະຫຼາດເຊຍງໄຮ້ພຸ່ງຂຶ້ນກວ່າ 121.34% ແຕະລະດັບສູງສຸດເປັນປະຫວັດສາດ 1,429 ຫຍວນ ຂຶ້ນແທ່ນເປັນຫຸ້ນທີ່ມີລາຄາແພງທີ່ສຸດໃນຕະຫຼາດຈີນແຜ່ນດິນໃຫຍ່ ແຊງໜ້າບໍລິສັດເຫຼົ້າຊື່ດັງເຊັ່ນ Kweichow Moutai ສະທ້ອນຫຸ້ນຈີນກຳລັງໃຫ້ຄວາມສຳຄັນກັບເທັກໂນໂລຍີ AI ຫຼາຍຂຶ້ນ

Cambricon ຈະແຊງ Nvidia ບໍ່ງ່າຍ!

ເຖິງແມ່ນວ່າຈະມີການເຕີບໂຕທີ່ໜ້າປະທັບໃຈ ແຕ່ຄູ່ແຂ່ງຂອງ Nvidia ໃນຈີນກໍ່ຍັງມີຄວາມທ້າທາຍ ເພາະ Nvidia ບໍ່ໄດ້ແຂງແກ່ງພຽງແຮດແວ ແຕ່ຍັງມີຊຸດເຄື່ອງມືຊອບແວທີ່ນັກພັດທະນາຄຸ້ນເຄີຍ ຊຶ່ງເປັນຂໍ້ໄດ້ປຽບສຳຄັນທີ່ Cambricon ຕ້ອງກ້າວຜ່ານ

ນອກຈາກນີ້ ເທັກໂນໂລຍີຍັງລ້າຫຼັງ Nvidia ຫຼາຍ ແລະໃນໄລຍະຍາວ ແນວໂນ້ມຍິ່ງເບິ່ງໜ້າເປັນຫ່ວງ ເນື່ອງຈາກມາດຕະການຄວບຄຸມການສົ່ງອອກຂອງສະຫະລັດ ອາດເຮັດໃຫ້ຈີນບໍ່ສາມາດເຂົ້າເຖິງເທັກນິກການຜະລິດຊິບທີ່ທັນສະໄໝທີ່ສຸດ ຊຶ່ງເປັນອຸປະສັກສຳຄັນໃນການພັດທະນາຊິບ AI ຂອງຈີນໃຫ້ກ້າວທັນຄູ່ແຂ່ງລະດັບໂລກໄດ້
ຂ່າວຈາກ: CNBC

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ