site cover1 - 2025-09-01T101723.570
1 ກັນຍາ ວັນຍົກຍ້ອງແມວສົ້ມ ກັບເລື່ອງລາວຂອງ 'ວິຕູດໂຊ' ທີ່ຖືກລົດຕຳ ແຕ່ກັບຄືນມາຍ່າງໄດ້ດ້ວຍ 'ຂາປອມ'
ຮຽບຮຽງໂດຍ:kaling
ເຜີຍແຜ່: 1 September, 2025
ໝວດ: ຂ່າວ

ເຊື່ອວ່າເລື່ອງລາວນີ້ເຖິງແມ່ນບໍ່ແມ່ນທາດແມວແຕ່ອ່ານແລ້ວກໍຊອບແນ່ນອນ ເພາະນ້ອງແມວສົ້ມໂຕນີ້ຂ້ອນຂ້າງສູ້ຊີວິດຫຼາຍ ພ້ອມກັບຊີວິດພິດພັນຈົນມີນາມສະກຸນພ່ວງທ້າຍວ່າ ຊູເປີສະຕາ ເລີຍທີເດຽວ

ຕ້ອງເລົ່າກ່ອນວ່າໃນຊ່ວງນັ້ນນ້ອງ ວິຕູດໂຊ ຊູເປີສະຕາ (Vituzzo Superstar) ມີອາຍຸ 6 ປີ (ປັດຈຸບັນອາຍຸ 13 ປີ) ຖິ່ນເພມາຈາກເມືອງນ້ອຍໆ ຊື່ ຊານວີໂຕໂລຄາໂປ ໃນຊິຊິລີ ປະເທດອິຕາລີ ວິຕູດໂຊເປັນແມວເອັກຊະໂຕເວີດ ຊອບອອກໄປຂ້າງນອກ ໄປເດີນຊົມນັ້ນນີ້ ແຕ່ກໍກັບມາບ້ານໄດ້ປົກກະຕິ ເຈົ້າຂອງຈຶ່ງຕິດປະຕູແມວໄວ້ໃຫ້ນ້ອງເພື່ອທີ່ຈະໄດ້ເຂົ້າອອກບ້ານຢ່າງອິດສະຫຼະ ຈົນກະທັ້ງໃນເດືອນກໍລະກົດ 2018 ເຈົ້າຂອງກໍແຕ່ງງານຈຶ່ງເດີນທາງໄປຮັນນີມູນໃນເດືອນທັນວາ ໂດຍຝາກໃຫ້ເພື່ອນມາຊ່ວຍເບິ່ງແຍງວິຕູດໂຊທີ່ບ້ານແທນ

ອຸບັດຕິເຫດຮ້າຍແຮງເກີດຂຶ້ນກັບວິຕູດໂຊ

ແຕ່ແລ້ວອຸບັດຕິເຫດຮ້າຍແຮງກໍເກີດຂຶ້ນໃນຂະນະທີ່ວິຕູດໂຊອອກໄປເດີນເລ່ນຂ້າງນອກ ແຕ່ກັບຫາຍໂຕໄປນານກວ່າ 1 ວັນ ເມື່ອເຈບກໍພົບວ່ານ້ອງຖືກລົດຊົນ ແລະອາການກໍສາຫັດຫຼາຍຈົນໝໍຕ້ອງຕັດຂາຫລັງຂ້າງນຶ່ງອອກທັນທີ ແລະພະຍາຍາມຍື້ນອີກຂ້າງໄວ້

ຫລັງຈາກນັ້ນບໍ່ນານ ຂາອີກຂ້າງກໍຕິດເຊື້ອຈົນຕ້ອງຖືກຕັດອອກ ໝໍຈຶ່ງເຮັດຂາປອມແບບຊົ່ວຄາວໃຫ້ກ່ອນ ລະຫວ່າງທີ່ອອກແບບຂາປອມຖາວອນແບບສປຣິງ ແລະມີຂໍ້ຕໍ່ ຄ້າຍກັບຂາຂອງນັກກິລາພິການ ກໍໄດ້ທົດລອງຜ່າຕັດກັບວິຕູດໂຊ ຜົນປາກົດວ່າການຜ່າຕັດຄັ້ງໃຫຍ່ກໍປະສົບຄວາມສຳເລັດ ແຕ່ວິຕູດໂຊເອງກໍໃຊ້ເວລາຫຼາຍເດືອນໃນການປັບຕົວເປັນເຫມືອນກັບ “ແມວໄຊບໍກ”

ການຜ່າຕັດຂາປອມໃຫ້ວິຕູດໂຊສຳເລັດເປັນຄັ້ງແຮກໃນອິຕາລີ

ການຜ່າຕັດໃສ່ອະວັຍະວະປອມໂດຍການຝັງເຂົ້າໄປໃນກະດູກຂາທີ່ເຫລືອຢູ່ໂດຍຕົງ ຖືເປັນຄັ້ງແຮກທີ່ປະສົບຄວາມສຳເລັດໃນອິຕາລີ ເພາະໂດຍປົກກະຕິແລ້ວ ຫາກແມວຕ້ອງຖືກຕັດຂາຫລັງທັງສອງຂ້າງ ມັກຈະຖືກຂ້າດ້ວຍຄວາມເມດຕາ

ດ້ານເຈົ້າຂອງນ້ອງວິຕູດໂຊກໍໄດ້ອອກມາເວົ້າວ່າ ໄດ້ແຮງບັນດານໃຈມາຈາກ ອອສກາ ແມວຈາກອັງກິດທີ່ໄດ້ຂາປອມເປັນໂຕແຮກຫລັງເກີດອຸບັດຕິເຫດຈາກລົດເກັບເກັຽ່ວຂ້າວ

ເທັກໂນໂລຢີຂາປອມແບບຝັງ ITAP

ໂດຍຂາປອມນີ້ຖືເປັນຄັ້ງແຮກຂອງໂລກທີ່ໃຊ້ເທັກໂນໂລຢີ ITAP (Intraosseous transcutaneous amputation prosthetics) ຫຼື ຂາປອມແບບຝັງ ຊຶ່ງລຽນແບບກະບວນການທຳມະຊາດຄ້າຍກັບການງອກຂອງເຂົາກວາງ ໂດຍມີການຝັງອຸປະກອນເຂົ້າໄປໃນກະດູກແລະທະລຸຜິວຫນັງອອກມາໄດ້

ອຸປະກອນຝັງນີ້ຖືກສ້າງຂຶ້ນເປັນພິເສດໃຫ້ພໍດີກັບຮູທີ່ເຈາະເຂົ້າໄປໃນກະດູກຂໍ້ເທົ້າຂອງອອສກາ ມີໂຄງສ້າງຄ້າຍ ຮັງເຜິ້ງ ເພື່ອໃຫ້ຜິວຫນັງສາມາດຍຶດເກາະກັບອຸປະກອນໄດ້ ແລະຊ່ວຍປ້ອງກັນການຕິດເຊື້ອ ຈາກນັ້ນຈຶ່ງສວມຂາປອມຮູບທຮງ “ຖົງເທົ້າ” ເຂົ້າໄປ

ເທັກໂນໂລຢີ ITAP ນີ້ຖືກພັດທະນາຂຶ້ນໂດຍອາຈານຊາດຕາຈານ ກໍດອນ ບລັນ (Gordon Blunn) ແລະ ດຣ. ແຄເທີລີນ ເພນເດີກຣາສ (Dr. Catherine Pendegrass) ຈາກສູນວິສະວະກໍາຊີວະການແພດ ມະຫາວິທະຍາໄລຄອນເລັດລອນດອນ (University College London’s Centre for Biomedical Engineering) ແລະໃນປັດຈຸບັນກຳລັງຢູ່ລະຫວ່າງການທົດລອງໃຊ້ກັບມະນຸດ ໂດຍມີການສ້າງຂາປອມໃຫ້ກັບຜູ້ຍິງທີ່ໄດ້ຮັບບາດເຈັບຈາກເຫດການລະເບີດໃນກຸງລອນດອນເມື່ອເດືອນກໍລະກົດ 2005 ດ້ວຍ

ວິຕູດໂຊໃຊ້ງານຂາປອມມາແລ້ວກວ່າ 7 ປີ

ຕອນນັ້ນເລື່ອງລາວຂອງນ້ອງໄດ້ຖືກເຜີຍແຜ່ຜ່ານສື່ທ້ອງຖິ່ນແລະໂດ່ງດັງໄປທົ່ວປະເທດ ຈົນຕ້ອງມີນາມສະກຸນພ່ວງທ້າຍວ່າຊູເປີສະຕາ ຈົນເຖິງປັດຈຸບັນວິຕູດໂຊຍັງໃຊ້ງານຂາປອມຢູ່ ຊຶ່ງນານມາແລ້ວກວ່າ 7 ປີ ສົດໃສ ກິນອິ່ມ ນອນຫລັບ ແຖມຍັງຫນ້າກວນເຫມືອນເກົ່າ

ສຸດທ້າຍເລື່ອງລາວຂອງວິຕູດໂຊ ບໍ່ໄດ້ຫວາວເພາະແຄ່ນ້ອງລອດຊີວິດ ແຕ່ຍັງສະແດງເຖິງຄວາມກ້າວຫນ້າຂອງວົງການສັດຕະວະແພດ ເພາະຈາກທີ່ນ້ອງຈະຕ້ອງພິການຫລືອາດຖືກຂ້າດ້ວຍຄວາມເມດຕາ ແຕ່ຍັງກັບຄືນມາຍ່າງໄດ້ ຊ່ວຍໃຫ້ມີລົມຫາຍໃຈທີ່ຈະມີຊີວິດຕໍ່ໄປຢ່າງຄຸ້ມຄ່າ ແລະເປັນແຮງບັນດານໃຈໃຫ້ຜູ້ຄົນທົ່ວໂລກໄດ້ເຫັນວ່າ ເຖິງແມ່ນຈະປະສົບເຫດຮ້າຍ ແຕ່ຊີວິດກໍສາມາດເລີ່ມຕົ້ນໃໝ່ໄດ້ຢ່າງງົດງາມ ແລະຍັງຄົງມອບຄວາມສຸກໃຫ້ກັບທຸກຄົນທີ່ໄດ້ພົບເຫັນສະເໝີມາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 15 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
659.81
671.69
european-union
EUR
24,096
24,579
china
CNY
2,936
2,994
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-15T160458.899
ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ
pele - 2025-10-15T155548.983
ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ
pele - 2025-10-15T143523.452
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI
jane - 2025-10-15T135935.113
ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ
jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
pele - 2025-10-15T104912.967
ແຈ້ງການມອດໄຟ ວັນທີ16-17/10/2025
site cover1 - 2025-10-15T105222.121
ຢຸດສະໜັບສະໜູນ Windows 10 ຜູ້ທີ່ຍັງໃຊ້ຢູ່ ມີຄວາມສ່ຽງອາດຈະຖືກແຮັກໄດ້
jane - 2025-10-15T102821.038
ລາຍງານເຫດການແຜ່ນດິນໄຫວໃນຄັັ້ງວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 15 ຕຸລາ 2025
pele - 2025-10-15T101355.053
ຕາດຄູ່ເປັນແຫຼ່ງທ່ອງທ່ຽວ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ
jane - 2025-10-15T100207.217
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ວັນທີ 16 ຕຸລາ 2025ນີ້
ຢ່າລື່ມກົດຕິດຕາມ