pele - 2025-09-01T102455.964
ເປີດນໍາໃຊ້ເສັ້ນທາງເບຕົງແບບມີສ່ວນຮ່ວມບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ
ຮຽບຮຽງໂດຍ:Pele
ເຜີຍແຜ່: 1 September, 2025

ພິທີເປີດນໍາໃຊ້ເສັ້ນທາງເບຕົງແບບມີສ່ວນຮ່ວມບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກຈັດຂຶ້ນ ໃນວັນທີ 29 ສິງຫາຜ່ານມານີ້ ທີ່ນະຄອນປາກເຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ ພ້ອມດ້ວຍການນຳຂັ້ນສູງຈາກສູນກາງ, ນະຄອນປາກເຊ, ນັກທຸລະກິດ-ຜູ້ປະກອບການກ່ຽວຂ້ອງເຂົ້າຮ່ວມ.

 

Digital Marketing Agency in Laos - Emerging Digital Solutions

 

ທ່ານ ສຸພາບ ທຳມະຮັກສາ ເລຂາພັກນະຄອນປາກເຊ ໄດ້ລາຍງານກ່ຽວກັບການກໍ່ສ້າງ, ປັບປຸງ, ຍົກລະ ດັບເສັ້ນທາງບ້ານໂພນໄຊຈາກເສັ້ນທາງປູຢາງມາເປັນເສັ້ນທາງເບຕົງ ໃນຮູບແບບສົມທົບທຶນລະຫວ່າງພາກລັດສັງຄົມ ແລະ ປະຊາຊົນມີສ່ວນຮ່ວມ. ບ້ານໂພນໄຊຕັ້ງຢູ່ໃຈກາງຂອງນະຄອນປາກເຊໄດ້ຮັບການຢັ້ງຢືນເປັນບ້ານພັດທະນາຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 1571/ຈຂ.ຈສ, ລົງວັນທີ 29 ພະຈິກ 2011 ແລະ ໄດ້ປະກາດເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 181/ຈຂ.ຈສ ລົງວັນທີ 28 ກຸມພາ 2023 ເປັນບ້ານທໍາອິດຂອງແຂວງຈໍາປາສັກ. ໂດຍກອງປະຊຸມເລຂາ-ຮອງເລຂາພັກແຂວງສະໄໝວິສາມັນ ຄັ້ງວັນທີ 28 ເມສາ 2025 ໄດ້ຄົ້ນຄວ້າ, ປຶກສາຫາລືໃນຫົວຂໍ້ສະເພາະທີ່ຕິດພັນກັບນະຄອນ, ສະເພາະແມ່ນການສ້ອມແປງ-ກໍ່ສ້າງເສັ້ນທາງບ້ານໂພນໄຊ; ຊຶ່ງໄດ້ຊີ້ນຳໃຫ້ນະຄອນປາກເຊ ສົມທົບກັບພາກສ່ວນກ່ຽວຂ້ອງລົງສຳຫຼວດ ເພື່ອປັບປຸງ, ສ້ອມແປງເສັ້ນທາງດັ່ງກ່າວ; ຈາກນັ້ນ, ເຈົ້າແຂວງຈຳປາສັກໄດ້ອອກຂໍ້ຕົກລົງ ສະບັບເລກທີ 542/ຈຂ.ຈສ, ລົງວັນທີ 21 ພຶດສະພາ 2025 ວ່າດ້ວຍການອະນຸມັດໃຫ້ນະຄອນປາກເຊຈັດຕັ້ງປະຕິບັດການປັບປຸງ, ສ້ອມແປງເສັ້ນທາງບ້ານໂພນໄຊ ນະຄອນປາກເຊໃນຮູບແບບສົມທົບທຶນລະຫວ່າງລັດ ແລະ ສັງຄົມມີສ່ວນຮ່ວມຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 10 ຕື້ກີບເພື່ອສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແນໃສ່ສ້າງບ້ານໂພນໄຊໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃນຮູບແບບຕະຫຼາດກາງຄືນໃນຕໍ່ໜ້າ. ການກໍ່ສ້າງເສັ້ນທາງໃນຄັ້ງນີ້ມີເສັ້ນທາງເລກທີ 24 (ແຕ່ໂຮງແຮມດາວວຽງ ຫາ ເສັ້ນທາງ 4 ແຍກຮ້ານແຄນນອນ) ມີຄວາມຍາວ 320 ແມັດ, ກວ້າງ 12 ແມັດ, ມີຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳລະບົບທໍ່ແບບໂຕຢູ (U) ແລະ ທາງຄົນຍ່າງກວ້າງເບື້ອງລະ 1,5 ແມັດ; ເສັ້ນທາງເລກທີ 46 (ແຕ່ 4 ແຍກໂພນບົກ ຫາ ຫຼັງໂຮງຮຽນ ມສ ໂພນໄຊ): ເສັ້ນທາງມີຄວາມຍາວ 420 ແມັດ, ກວ້າງ 9 ແມັດ, ຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳລະບົບທໍ່ແບບໂຕຢູ (U) ແລະ ທາງຄົນຍ່າງກວ້າງເບື້ອງລະ 1,5 ແມັດ. ໃນພິທີໄດ້ມີການມອບ-ຮັບທຶນປະກອບສ່ວນເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວຄື: ທະນາຄານພັດ ທະນາລາວ 7 ຕື້ກີບ, ອົງການປົກຄອງແຂວງ 1,5 ຕື້ກີບ, ອົງການປົກຄອງນະຄອນປາກເຊ, ປະຊາຊົນບ້ານໂພນໄຊ ແລະ 9 ບ້ານໃນເທດສະບານ 1,5 ຕື້ກີບ.

 

 

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັກຖະມົນຕີ ພ້ອມການນໍາໄດ້ໃຫ້ກຽດຕັດແຖບຜ້າ, ລັ່ນ ຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃນການເປີດນໍາໃຊ້ເສັ້ນທາງເບຕົງແບບມີສ່ວນຮ່ວມບ້ານໂພນໄຊຢ່າງເປັນທາງການ, ຈາກນັ້ນຍັງໄດ້ຮ່ວມຊົມການວາງສະແດງສິນຄ້າຜະລິດຕະພັນໂອດັອບ.

 

 

ຂ່າວ: ພູວັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ