pele - 2025-09-02T093104.611
ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2
ຮຽບຮຽງໂດຍ:Pele
ເຜີຍແຜ່: 2 September, 2025
ໝວດ: ກິລາ

ການແຂ່ງຂັນກິລາລົດຖີບຊີງຂັນເຈົ້າແຂວງວຽງຈັນ ຄັ້ງທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ສິງຫານີ້ ທີ່ສະຖານທີ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ, ມີທ່ານ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງວຽງຈັນ, ມີບັນດາການນໍາແຂວງ, ແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.

 

 

ທ່ານ ພູທະນູເພັດ ໄຊສົມບັດ ໄດ້ດກ່າວເປີດງານຢ່າງເປັນທາງການພ້ອມທັງມີຄຳເຫັນວ່າ: ໃນການຈັດກິດຈະກຳແຂ່ງຂັນລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2 ແມ່ນຈັດຂຶ້ນຢູ່ສະຖານທີ່ທ່ອງທ່ຽວອ່າງນ້ຳງື່ມ1 ເມືອງແກ້ວອຸດົມ. ມີຈຸດປະສົງເປົ້າໝາຍເພື່ອ ຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII, ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ທັງເປັນການໂຄສະນາເຜີຍແຜ່ ແລະ ດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງວຽງຈັນ ໂດຍສະເພາະສະຖານທີ່ທ່ອງທ່ຽວອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ, ພ້ອມນີ້ຍັງເປັນການປຸກລະດົມໃຫ້ປະຊາຊົນ ຫັນມາອອກກຳລັງກາຍດ້ວຍການຂີ່ລົດຖີບເພື່ອເສີມສ້າງສຸຂະພາບໃຫ້ແຂງແຮງ, ເປັນການສົ່ງເສີມການໃຊ້ພາຫະນະທີ່ບໍ່ສ້າງມົນລະພິດຕໍ່ສິ່ງແວດລ້ອມ.

 

 

ຜົນການແຂ່ງຂັນຄັ້ງນີ້, ຜູ້ຊະນະເລີດທັງ 3 ຮຸ່ນ ຈະໄດ້ຮັບໂລ້ລາງວັນ ພ້ອມເງິນສົດ. ໃນນັ້ນ, ລົດກວັກຮຸ່ນທົ່ວໄປຊາຍແມ່ນ ທ່ານ ຖາວອນ ພົນອາສາ ຈາກສະໂມສອນທ໋ອບໄຊເຄິລ (ນະຄອນຫຼວງວຽງຈັນ) ຍາດໄດ້ອັນດັບທີ 1, ລົດກວັກຮຸ່ນອາຍຸ 40 ປີຂຶ້ນໄປ ອັນດັບ 1 ໄດ້ແກ່ ທ່ານ ຕູ່ ແລະ ລົດວິບາກຮຸ່ນອາຍຸ 50 ປີຂຶ້ນໄປແມ່ນ ທ່ານສີທອງ ສີສົງຄາມ ສາມາຍາດໄດ້ອັນດັບ 1 ໄປຄອງ.

 

(ແຫຼ່ງຂ່າວ: ແຂວງວຽງຈັນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
ຢ່າລື່ມກົດຕິດຕາມ