pele - 2025-09-03T091723.195
ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ
ຮຽບຮຽງໂດຍ:Pele
ເຜີຍແຜ່: 3 September, 2025
ໝວດ: ຂ່າວ

ອໍານາດການປົກຄອງແຂວງ​ຈໍາປາສັກ ສັ່ງປິດກິດຈະການຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ​ລະ​ບຽບ​ການ​ ຍ້ອນຂໍ​ອະ​ນຸຍາດ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຮູບ​ແບບຂອງ​ຮ້ານ​ອາ​ຫານ​ ແຕ່ບໍລິ​ການ​ໃນ​ຮູບ​ແບບຮ້ານ​ບັນ​ເທີງ, ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ນັບ​ແຕ່ວັນ​ທີ 1 ກັນ​ຍາ 2025 ເປັນ​ຕົ້ນ​ໄປ​ ຈົນ​ກວ່າ​ຈະ​ໄດ້​ຮັບ​ເອ​ກະ​ສານ​ຂໍ​ອະ​ນຸ​ຍາດດຳ​ເນີນ​ທຸລະກິດ​ບັນ​ເທີງ​ໃຫ້​ຖຶກ​ຕ້ອງ​ຕາມ​ລະ​ບຽບ​ການ, ຖ້າ​ມີກໍລະນີຮ້ານໃດບໍ່​ປະ​ຕິ​ບັດ​ ແລະ​ ຍັງ​ຝ່າ​ຝືນ​ເປີດ​ບໍ​ລິ​ການ​ລູກ​ຄ້າ,​ ຄະ​ນະ​ກຳ​ມະ​ການສະ​ເພາະ​ກິດ​ບັນ​ເທີງ​ຂັ້ນ​ແຂວງຈໍາປາສັກ ແລະ ນະ​ຄອນ​ປາກ​ເຊ​ ຈະປະ​ຕິ​ບັດຕາມ​ລະ​ບຽບ​ການ​ຄ​ຸ້ມ​ຄອງ​ທີ່​ໄດ້​ກຳ​ນົດ​ໄວ້.​

 

 

ໃນຄໍ່າ​ຄືນວັນທີ​ 1 ກັນຍາ​ 2025, ​ຄະ​ນະ​ກຳ​ມະ​ການ​ສະ​ເພາະ​ກິດ​ຄຸ້ມຄອງ​ການ​ເຄື່ອນ​ໄຫວທຸ​ລະ​ກິດ​ບັນ​ເທີງ ແຂວງ​ຈໍາປາສັກ​ ແລະ ນະ​ຄອນ​ປາກ​ເຊ​ ໄດ້ຮ່ວມກັນເຄື່ອນໄຫວ​ຕິດຕາມກວດກາຮ້ານອາຫານ​ 10 ແຫ່ງ​ ໃນນະຄອນປາກເຊ ຄື: ຮ້ານ​ໂຊ​ບາ​ຣ,​ ຮ້ານ​ເຢັດ 99,​ ຮ້ານ​ຟູ​ຊິ​ໂອ,​ ຮ້ານ​ອີນ​ດີ​ບາ​ຣ,​ ຮ້ານຄໍ​ເບຍ,​ ຮ້ານຮາ​ເວີ (ຊ້ອກ​ເວບ),​ ຮ້ານ​ຟູນ​ມູນ,​ ຮ້ານ​ຊິນ​ຈັງ,​ ຮ້ານ​ທັດ​ດາ​ວັນ 2 ແລະ​ ຮ້ານ​ໃຈ​ສັ່ງ​ມາ ທີ່ດຳ​ເນີນ​ທຸ​ລະ​ກິດ​ບໍ​່ຖືກ​ຕ້ອງ ແລະ ບໍ່ສອດ​ຄ່ອງຕາມ​ລະ​ບຽບ​ກົດ​ໝາຍທີ່ກຳ​ນົດ​ໄວ້ ​ໝາຍ​ຄວາມ​ວ່າ ຂໍ​ອະ​ນຸຍາດ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຮູບ​ແບບຂອງ​ຮ້ານ​ອາ​ຫານ​ ແຕ່ບໍລິ​ການ​ໃນ​ຮູບ​ແບບຮ້ານ​ບັນ​ເທີງ; ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ ແລະ ບົດບັນ​ທຶກ​ຂອງ​ຄະ​ນະ​ກຳ​ມະ​ການທີ່​ລົງ​ກວດ​ກາ​ໃນ​ໄລ​ຍະ​ຜ່ານ​ມາ, ຍ້ອນ​ແນວນັ້ນ​ ຈິ່ງຖືກສັ່ງປິດກິດຈະການຮ້ານອາຫານ​ 10 ແຫ່ງ ດັ່ງກ່າວ​.​

 

 

ການສັ່ງປິດກິດຈະການ​ຮ້ານອາຫານ​ 10 ແຫ່ງ​ດັ່ງກ່າວ​ ແມ່ນອີງຕາມ ດຳລັດຂອງນາຍົກລັດຖະມົນຕີ​ ເລກທີ 315/ລບ,​ ລົງວັນທີ 2 ຕຸລາ 2017 ວ່າດ້ວຍການບັນເທີງ; ອີງຕາມ ບົດ​ລາຍງ​ງານການ​ລົ​ງກວດ​ກາ​ຂອງ​ຄະ​ນະ​ກຳ​ມະ​ການ ຄັ້ງ​ວັນ​ທີ 23 ມິຖຸນາ​ 2025; ອີງຕາມຂໍ້ຕົກລົງເຈົ້າແຂວງໆຈຳປາສັກ ເລກທີ 700/ຈຂ.ຈສ,​ ລົງວັນທີ 13 ມິຖຸນາ 2023 ວ່າດ້ວຍການແຕ່ງຕັ້ງຄະນະກຳ​ມະ​ການສະເພາະກິດຄຸ້ມຄອງການເຄື່ອນໄຫວຂອງສະຖານບັນເທີງ​ ແລະ​ ອີງຕາມ ບົດ​ບັນ​ທຶກກອງ​ປະ​ຊ​ຸມ​ຮ່ວມ​ກັບ​ຄະ​ນະ​ກຳ​ມະ​ການຄ​ຸ້ມ​ຄອງ​ການ​ເຄື່ອນ​ໄຫວທຸ​ລະ​ກິດ​ບັນ​ເທີງແຂວງ ແລະ ນະ​ຄອນ​ປາກ​ເຊ ຄັ້ງ​ວັນ​ທີ 26 ສິງ​ຫາ 2025. ​

 

 

ພ້ອມນັ້ນ,​ ຄະ​ນະ​ກຳ​ມະ​ການ​ສະເພາະກິດດັ່ງກ່າວ ຍັງໄດ້ເຄື່ອນໄຫວຕິດ​ຕາມກວດ​ກາ​ ແລະ ອອກ​ແຈ້ງ​ການເຖິງ​ບັນ​ດາ​ຮ້ານ​ບັ​ນ​ເທີງທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຢ່າງ​ຖືກ​ຕ້ອງ ໃຫ້​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ຮັກ​ສາ​ຄວາມ​ສະ​ຫງົ​ບ,​ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ປະ​ຕິ​ບັດ​ໂມງ​ເວ​ລາ ເປິດ​-ປິດ (ປິດ​ບໍ່ໃຫ້​ກາຍ 12:00 ໂມງທ່ຽງ​ຄືນ) ຕາມ​ລະ​ບຽບ​ການ​ທີ່​ໄດ້​ກຳ​ນົດ​ໄວ້​ຢ່າງ​ເຂັ້ມ​ງວດ, ຫາກ​ຝ່າ​ຝຶນ​ແມ່ນ​ໃຫ້​ປະ​ຕິ​ບັດ​ມາດ​ຕະ​ການ​ເຊັ່ນ​ດຽວ​ກັນ.​

 

ທີ່ມາ: ຈໍາປາໃໝ່

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
ຢ່າລື່ມກົດຕິດຕາມ