ດວງ-Tou-Vientianepost (46)
ເຕືອນ ໃຜຈະໄປຮຽນຢູ່ຕ່າງປະເທດ ເບື້ອງຕົ້ນໃຫ້ສຶກສາຫາຄວາມຈິງໃຫ້ລະອຽດກ່ອນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 May, 2023
ໝວດ: ຂ່າວ

ໄລຍະຜ່ານມານີ້, ມີບັນດາກຸ່ມບໍລິສັດເອກະຊົນ, ບຸກຄົນ, ແລະ ນິຕິບຸກຄົນຈຳນວນໜຶ່ງໄດ້ເຄື່ອນໄຫວໂຄສະນາຜ່ານທາງ ເຟສບຸກ(facebook)ຂອງກຸ່ມບໍລິສັດທີ່ປຶກສາດ້ານການສຶກສາຮຽນຕໍ່ຢູ່ຕ່າງປະເທດດ້ວຍຖ້ອຍທຳນອງຕ່າງໆນານາໃຫ້ຫຼົງເຊື່ອວ່າເປັນທຶນຂອງລັດຖະບານປະເທດນັ້ນໆໂດຍສະເພາະ ລັດຖະບານ ສປ ຈີນ ແລະ ສສ ວຽດນາມ ເຮັດໃຫ້ປະຊາເກີດຄວາມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືກະຊວງສຶກສາທິການ ແລະ ກິລາ.

ເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ, ຫ້ອງການກະຊວງສສຶກສາທິການ ແລະ ກິລາໄດ້ອອກແຈ້ງການສະບັບເລກທີ 2239/ຫກ ລົງວັນທີ 19 ພຶດສະພາ 2023ນີ້ ເຖິງບັນດາຜູ້ປົກຄອງນັກຮຽນ-ນັກສຶກສາແລະປະຊາຊົນທົ່ວປະເທດເລື່ອງ: ການໂຄສະນາທຶນການສຶກສາຂອງບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນທີ່ບໍ່ເປັນທາງການ. ຊຶ່ງເນື້ອໃນຂອງແຈ້ງການເນັ້ນວ່າ: ຫ້ອງການກະຊວງສຶກສາທິການແລະກິລາແຈ້ງມາຍັງນັກຮຽນ-ນັກສຶກສາ, ພໍ່ແມ່ປະຊາຊົນຊາບວ່າ: ປັດຈຸບັນສັງເກດເຫັນວ່າມີບັນດາກຸ່ມບໍລິສັດເອກະຊົນ, ບຸກຄົນ ແລະ ນິຕິບຸກຄົນ ທີ່ບໍ່ຫວັງດີໄດ້ເຄື່ອນໄຫວໂດຍສະເພາະການໂຄສະນາ

ຜ່ານທາງເຟສບຸກ(facebook)ຂອງກຸ່ມບໍລິສັດທີ່ປຶກສາດ້ານການສຶກສາຮຽນຕໍ່ຕ່າງປະເທດ, ເຮັດໃຫ້ພໍ່ແມ່ປະຊາຊົນເກີດຄວາມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືກະຊວງສຶກສາທິການແລະກິລາ ກ່ຽວກັບການໂຄສະນາລະດົມຂົນຂວາຍເອົານັກສຶກສາລາວໄປຮຽນຕໍ່ຢູ່ຕ່າງປະເທດຄື: ປະເທດ ສປ ຈີນ ແລະ ສສ ວຽດນາມ ໂດຍແອບອ້າງວ່າເປັນທຶນຂອງລັດຖະບານຈີນ CSC ແລະລັດຖະບານ ວຽດານາມ ຕໍ່ສະພາບການດັ່ງກ່າວນີ້ ຈຶ່ງແຈ້ງເຕືອນມາຍັງ ນັກຮຽນນັກສຶກສາ ແລະ ພໍ່ແມ່ປະຊາຊົນໃຫ້ມີສະຕິລະວັງຕົວ ບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາຈາກກຸ່ມຄົນດັ່ງກ່າວຢ່າງ

ເດັດຂາດ ເພາະວ່າບໍລິສັດທີ່ປຶກສາດ້ານການສຶກສາຮຽນຕໍ່ຕ່າງປະເທດທຸກໆບໍລິສັດແມ່ນກະຊວງສຶກສາທິການແລະກິລາ ບໍ່ໄດ້ອອກໜັງສືໃຫ້ດຳເນີນທຸລະກິດໃນດ້າານການສຶກສາແຕ່ຢ່າງໃດກໍລະນີຫາກພົບເຫັນກນໂຄສະນາ ຫຼື ມີບັນຫາບໍ່ເຂົ້າໃຈໃນການໄປຮຽນຕໍ່ຢູ່ຕ່າງປະເທດຂໍໃຫ້ປະສານແລະຕິດຕໍ່ໄປຍັງກົມກິດຈະການນັກສຶກສາ ກະຊວງສຶກສາທິການແລະກິລາໂດຍດ່ວຍ ຊຶ່ງກົມກິດຈະການນັກສຶກສາພ້ອມໃຫ້ຄວາມຮ່ວມມື ແລະ ໃຫ້ຄວາມກະຈ່າງແຈ້ງໃຫ້ທ່ານໄດ້.

ຕ້ອງຍອມຮັບວ່າ ປະຈຸບັນນີ້ສັງຄົມໂລກອອນລ່າຍພວມກ້າວໄກເຂົ້າໄປເຖິງທຸກທີ່ທຸກບ່ອນ ທັງໃນຕົວເມືອງແລະຊົນນະບົດ ເຮັດໃຫ້ສັງຄົມຮັບຮູ້ເຂົ້າໃຈຂໍ້ມູນຂ່າວສານວ່ອງໄວຂຶ້ນ ລວມທັງຂໍ້ມູນຂ່າວສານທີ່ມີຄວາມຈິງ ແລະ ຂ່າວປອມ ສັບປົນຄົນເລກັນໄປມາ ຖ້າຜູ້ບໍລິໂພກສື່ບໍ່ຄົ້ນຄິດພິຈາລະນາຢ່າງອະອຽດຖິ່ຖ້ວນວ່າ ອັນໃດແທ້, ອັນໃດປອມສຸດທ້າຍກໍ່ຕົກເປັນເຫຍື່ອຂອງພວກມິດສາຊີບໄດ້ໂດຍງ່າຍພາໃຫ້ສູນເສຍວັດຖຸເງິນຄຳຂອງມີຄ່າມາແລ້ວຫຼາຍໆຄົນ, ການຍັກຍອກສໍ້ໂກງນີ້ມັນມີຫຼາຍຮູບແບບ,ຫຼາຍວິທີການແລະເກີດຂຶ້ນໃນຫຼາຍຂົງເຂດ ລວມທັງຂົງເຂດການສຶກສາ.

ດັ່ງນັ້ນກ່ອນຈະຕັດສິນໃຈໄປສຶກສາຮໍ່າຮຽນຢູ່ຕ່າງປະເທດ ໂດຍສະເພາະ ແມ່ນ ສປ ຈີນ ຫຼື ສສ ຫວຽດນາມໂດຍຜ່ານການລະດົມຈາກພາກສ່ວນບັນດາບໍລິສັດເອກະຊົນ, ບຸກຄົນ ແລະນິຕິບຸກຄົນ ທີ່ເວົ້າວ່າເປັນທຶນການສຶກສາຂອງລັດຖະບານປະເທດນັ້ນໆຜ່ານທາງສື່ສັງຄົມອອນລາຍ ພໍ່ແມ່ຜູ່ປົກຄອງ ກໍຄືນັກຮຽນນັກສຶກສາເອງຕ້ອງໄດ້ສຶກສາຄົ້ນ ຄ້ວາໃຫ້ລະອຽດຖີ່ຖ້ວນເສຍກ່ອນ ວ່າມີມູນຄວາມຈິງຫຼືບໍ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງພວກມິດສາຊີບ ແລ້ວຈຶ່ງຈະບໍ່ເສຍໃຈຕາມພາຍຫຼັງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
661.03
672.27
european-union
EUR
23,843
24,321
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 6 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,500,000
43,030,000
42,017,000
43,139,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-06T163343.756
ຂ່າວຕ່າງປະເທດລາຍງານໂຮງໄຟຟ້າເກົາຫຼີໃຕ້ຖະຫຼົ່ມ ລະຫວ່າງກຽມຮື້ຖອນ ພົບຄົນຕິດໃຕ້ຊາກຢ່າງໜ້ອຍ 7 ຄົນ
jane - 2025-11-06T154548.563
ແຈ້ງເຕືອນ ເຝົ້າລະວງນ້ຳຖ້ວມຊຸ ແລະ ດິນເຈື່ອນ.ພາຍຸໃຕ້ຝຸ່ນ KALMAEGI ຄາດວ່າໃນຕອນຄ່ຳຂອງວັນທີ 6 ພະຈິກ ແຈ້ງການດັ່ງລຸ່ມນີ້:
jane - 2025-11-06T152102.931
ສານ ແຂວງອຸດົມໄຊ ຕັດອິດສະຫລະພາບຈຳເລີຍ ຈຳຄຸກ 5 ປີ ປັບໃໝ 10,000,000 ກີບຂໍ້ຫາມີຢາເສບຕິດ 76 ເມັດ ໄວ້ໃນຄອບຄອງ
pele - 2025-11-06T145000.718
ແຂວງຫຼວງພະບາງ ທຳລາຍຢາເສບຕິດ ຫຼາຍກວ່າ 35,900 ເມັດ
pele - 2025-11-06T140616.002
ພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ
jane - 2025-11-06T134642.386
ຮອງນາຍຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ສປຊ ຄັ້ງທີ 02
jane - 2025-11-06T113735.879
ປະກາດ! ຂ່າວດີສໍາຫຼັບນ້ອງໆສີ່ຂາສັກວັກຊີນປ້ອງກັນພະຍາດໃຫ້ໝາ ແລະ ແມວ (ຟຣີ) ວັນທີ 11-12 ພະຈິກ 2025 ທີ່ໂຮງໝໍປິ່ນປົວສັດຄະນະກະເສດສາດ ມຊ
jane - 2025-11-06T102724.012
ເບິ່ງດວງປະຈຳ ວັນທີ 06 ພະຈິກ 2025 ດັ່ງລຸ່ມນີ້:
jane - 2025-11-06T094301.942
ໃນວັນທີ 06/11/2025 ເວລາ 00:50 ນາທີ ເກີດເຫດລົດໃຫ່ຍຕຳເສົາໄຟ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
jane - 2025-11-06T092516.937
ລາຍງານສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍ ກວ່າ 2.5 ໄມຄຣອນ (PM 2.5) ່ ປະຈຳວັນທີ 06 ພະຈິກ 2025 ແຕ່ລະຈຸດມີດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ