pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 4 September, 2025

ເພື່ອກະກຽມຄວາມພ້ອມ ແລະ ເປັນເອກະພາບທາງດ້ານເຕັກນິກ ຮັບປະກັນໃຫ້ກ້ອນກຳລັງເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ຈະມາເຖິງນີ້ໃຫ້ມີບັນຍາກາດຟົດຟື້ນເຂັ້ມແຂງຈົບງາມ.

 

 

ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນຳກ້ອນກຳລັງສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ໄດ້ໃຫ້ສຳພາດວ່າ: ກົມອົບຮົມ ກົມໃຫຍ່ເສນາທິການກອງທັບໄດ້ຮັບມອບໝາຍຮັບຜິດຊອບ ໂດຍໄດ້ສ້າງແຜນການເປີດຊຸດບຳລຸງຄູຝຶກເຕັກນິກຮູບແຖວ ການເດີນສວນສະໜາມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີເພື່ອຮັບປະກັນໃຫ້ການຈັດຕັ້ງກະກຽມ-ຫັດແອບກໍາລັງເດີນສວນສະໜາມຂອງກໍາລັງປ້ອງກັນຊາດໃຫ້ໄດ້ຕາມຄາດໝາຍແຜນການວາງອອກ ທັງເປັນການເອກະພາບຄືນວິຊາລະບຽບຕໍ່ຄູຝຶກແຕ່ລະກ້ອນສວນສະໜາມໃຫ້ມີຄວາມຮູ້ທາງດ້ານວິຊາສະເພາະ ແລະ ມີຄວາມສາມາດຈັດຕັ້ງສິດສອນໃຫ້ກົມກອງຕົນໄດ້. ໂດຍແນໃສ່ເນື້ອໃນເພື່ອເອກະພາບຄືນດ້ານເຕັກນິກ, ບັນດາຈັງຫວະການກະທໍາ ເລີ່ມແຕ່ບຸກຄົນຈົນເຖິງລວມໝູ່, ລໍາດັບ, ບາດກ້າວໃນການເດີນສວນສະໜາມ ແລະ ລະບຽບທໍານຽມຄູ ເພື່ອອົບຮົມໃຫ້ຄູຝຶກ ແລະ ພະນັກງານວິຊາສະເພາະໃນທົ່ວກອງທັບ, ກຳແໜ້ນດ້ານຫຼັກການ, ການເຄື່ອນເໜັງເຕັກນິກຈັງຫວະຕ່າງໆ ແລະ ຮູ້ສັງເກດແນະນໍາໃນການຈັດຕັ້ງຫັດແອບຢ່າງຖືກຕ້ອງ ແລະ ຄົບຖ້ວນ ທັງເປັນລະບຽບຈົບງາມ.

 

 

ສຳລັບກ້ອນກໍາລັງສວນສະໜາມ ຂອງກະຊວງປ້ອງກັນປະເທດລວມມີ 18 ກ້ອນ, ພິເສດມີກຳລັງປ້ອງກັນຄວາມສະຫງົບເຂົ້າຝຶກອົບຮົມນຳ, ພາຍຫຼັງການຝຶກອົບຮົມຄູຝຶກສຳເລັດແລ້ວ ຈະໄດ້ຈັດຕັ້ງຄູຝຶກເຂົ້າໃນບັນດາ 3 ສູນໃຫຍ່ຄື: ກອງພັນຍິງປືນ 199, ວິທະຍາຄານກົມມະດຳ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະ ຈັດຕັ້ງລົງບັນດາກົມກອງທີ່ໄດ້ອົບຮົມຫັດແອບພາຍໃນກົມກອງຂອງຕົນ.

 

 

ຂ່າວ: ວິທະຍຸກອງທັບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ