pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 5 September, 2025

ໃນວັນທີ 3 ກັນຍາຜ່ານມາ, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ໂດຍສະເພາະແຕ່ 3 ແຍກຂົວນ້ຳເຫຼືອກ ຫາ ໂຄງການໄຟຟ້າຫົງສາ, ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງ, ໂດຍການເປັນປະທານຂອງທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຈິລະສັກ ທິບບຳລຸງ ຮອງອຳນວຍການໃຫຍ່ບໍລິສັດໄຟຟ້າຫົງສາຈຳກັດ.

 

ຈຸດປະສົງ ກໍເພື່ອປຶກສາຫາລື ຄົ້ນຄວ້າ ຊອກວິທີການໃນການກະກຽມສ້ອມແປງເສັ້ນທາງທີ່ເປັນຂຸມຫຼາຍຈຸດ ເພື່ອໃຫ້ການສັນຈອນໄປມາມີຄວາມສະດວກ, ປອດໄພຕໍ່ກັບຜູ້ຂັບຂີ່. ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳເຫັນເພື່ອຍົກໃຫ້ເຫັນບັນຫາຕົວຈິງ ແລະ ບັນຫາການປັບປຸງພັດທະນາພື້ນຖານໂຄງລ່າງຢູ່ພາຍໃນເມືອງໃຫ້ດີຂຶ້ນ.

 

ອົງການປົກຄອງເມືອງ ແລະ ບໍລິສັດໄຟຟ້າຫົງສາ ພ້ອມດ້ວຍບັນດາບໍລິສັດທີ່ຮັບເໝົາຢູ່ພາຍໃນໂຄງການໄຟຟ້າຫົງສາ ຈະໄດ້ຮ່ວມກັນແກ້ໄຂວຽກງານດັ່ງກ່າວ ເພື່ອເຮັດໃຫ້ມີຄວາມສະດວກຕໍ່ປະຊາຊົນພາຍໃນເມືອງ.

 

(ແຫຼ່ງຂ່າວ: ເມືອງຫົງສາ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ