pele - 2025-09-08T094057.550
ປະທານຄະນະກໍາມະການປກຊ-ປກສ ແຂວງຈຳປາສັກ ຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 522 ແລະ ປະຊາຊົນ ບ້ານຄັນຍາງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 8 September, 2025

ໃນໂອກາດກະກຽມແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ. ໃນວັນທີ 6 ກັນຍາຜ່ານາມາ, ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ພ້ອມດ້ວຍການນຳຂອງແຂວງ ແລະ ເມືອງໂພນທອງ ໄດ້ເຄື່ອນໄຫວຢ້ຽມຢາມອ້າຍນ້ອງກຳລັງທະຫານ ປະຈຳການ ທີ່ປ້ອມຈຸດກວດກາ, ກອງຮ້ອຍທະຫານຊາຍແດນ 522 ແລະ ພົບປະພໍ່ແມ່ປະຊາຊົນ ບ້ານຄັນຍາງ ເມືອງໂພນທອງ ແຂວງຈໍາປາສັກ ແລະ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການຫຼິ້ນກິລາ, ດົນຕຼິພື້ນເມືອງອີກຈຳນວນໜຶ່ງ ລວມມູນຄ່າ 131 ລ້ານກວ່າກີບ ໃຫ້ອ້າຍນ້ອງກຳລັງທະຫານ ແລະ ປະຊາຊົນ ເຂດດັ່ງກ່າວ.

 

อาจเป็นรูปภาพของ 4 คน และ ข้อความ

 

ການລົງເຄື່ອນໄຫວຄັ້ງນີ້, ແມ່ນເປັນການລົງຕິດຕາມກວດກາ, ໃກ້ຊິດຕິດແທດ ກັບອ້າຍນ້ອງກຳລັງທະຫານ ທີ່ປະຈຳການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດຕາມສະພາບ ແລະ ຮັບຮູ້ເຖິງການດຳລົງຊີວິດ, ຈຸດພິເສດ ໃນເຂດດັ່ງກ່າວ, ພ້ອມນັ້ນ ທ່ານປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ໄດ້ເນັ້ນໃຫ້ທຸກຄົນຈົ່ງເພີ່ມທະວີປະຕິບັດໜ້າທີ່ຂອງຕົນ, ຮັກສາຄວາມສາມັກຄີພາຍໃນ, ສ້າງຄວາມຮ່ວມມືອັນແໜ້ນແຟ້ນກັບປະຊາຊົນທ້ອງຖິ່ນ ເພື່ອຮ່ວມກັນປົກປ້ອງຄວາມສະຫງົບ ແລະ ຄວາມໝັ້ນຄົງໃນເຂດຊາຍແດນ ປະຕິບັດໜ້າທີ່ດ້ວຍຄວາມສຳເລັດ ເພື່ອຮັບປະກັນ ໃຫ້ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ ໃຫ້ມີຄວາມສະຫງົບ ຮ້ອຍສ່ວນຮ້ອຍ.

 

อาจเป็นรูปภาพของ 11 คน และ ข้อความ

 

ຈາກນັ້ນ, ກໍໄດ້ພົບປະ ພໍ່ແມ່ປະຊາຊົນບ້ານຄັນຍາງ ເມືອງໂພນທອງ, ຊຶ່ງຈຸດພິເສດບ້ານດັ່ງກ່າວ ເປັນບ້ານທີ່ບໍ່ມີເສັ້ນທາງເຊື່ອມຈອດ ກັບບ້ານໃກ້ຄຽງ, ພາຍໃນບ້ານມີ 110 ຫຼັງຄາເຮືອນ, ມີ100 ຄອບຄົວ, ມີ 499 ຄົນ; ລະດູຝົນແມ່ນໃຊ້ເຮືອເປັນພາຫະນະຕົ້ນຕໍໃນການເດິນທາງໄປມາ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນ ເຮັດນາປູກເຂົ້າ, ຫັດຖະກຳຈັກສານ, ລ້ຽງສັດ-ການປະມົງ, ຊື້ຂາຍ ແລະ ບໍລິການຂົນສົ່ງ.

 

อาจเป็นรูปภาพของ 4 คน

 

(ຂ່າວ: ທັດຊະນະ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ