pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 8 September, 2025
ໝວດ: ຂ່າວ

ບໍລິສັດ ທີ່ປືກສາ ໄຂ່ມຸກຕາເວັນອອກ ຈຳກັດ ລົງທຶນສໍາປະທານເນື້ອທີ່ 500 ກວ່າເຮັກຕາ ໂຄງການພັດທະນາແຫຼ່ງທ່ອງທ່ຽວ ພ້ອມດ້ວຍແຫຼ່ງບໍລິການ ຄົບວົງຈອນ ຢູ່ເຂດບ້ານໂພນສົມບູນ, ບ້ານຫ້ວຍທົນ, ບ້ານໂພນເງິນ (ຫຼັກ 62) ເມືອງໂພນໂຮງ ແຂວງວຽງຈັນ ລວມມູນຄ່າ 700 ລ້ານໂດລາ.

 

 

ແຜນການພັດທະນາ ໂຄງການດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທໍາອິດ ແມ່ນໃນປີ 2025-2035 ແລະ ໄລຍະທີສອງ ແຕ່ປີ 2036-2045, ຊຶ່ງໃນໄລຍະທໍາອິດ ຈະເນັ້ນໃສ່ການສ້າງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ທີ່ສາມາດສ້າງລາຍຮັບໄດ້ໄວເຊັ່ນ: ສະໜາມກ໊ອຟ, ໂຮງແຮມ ແລະ ຮ້ານອາຫານ, ເຂດພັກຜ່ອນ ແລະ ທ່ອງທ່ຽວ; ສ່ວນໄລຍະທີສອງ ແມ່ນຈະສືບຕໍ່ຂະຫຍາຍສາທາລະນຸປະໂພກ, ເຂດທ່ອງທ່ຽວເພີ່ມເຕີມ ແລະ ສິ່ງກໍ່ສ້າງ ອື່ນໆ ເພື່ອໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ສະຖານທີ່ພັກຜ່ອນ ຄົບວົງຈອນ.

 

ພິທີເຊັນສັນຍາ ສໍາປະທານໂຄງການນີ້ ໄດ້ຈັດຂຶ້ນໃນວັນທີ 5 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ທີ່ປຶກສາ ໄຂ່ມຸກຕາເວັນອອກ ຈໍາກັດ, ຕາງໜ້າລັດຖະບານ ຮ່ວມລົງນາມ ໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທ່ານ ຈອງ ແທຈິນ (MR JEONG TAEJIN) ປະທານບໍລິສັດດັ່ງກ່າວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ຂ່າວ: ແສງຈັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 9 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,520
21,797
thailand (1)
THB
661.46
672.70
european-union
EUR
24,203
24,688
china
CNY
2,937
2,995
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-10-09T151621.749
ຈີນປະດິດໄອເດຍທີ່ທັນສະໄໝສຸດ ເບິ່ງໂຄສະນາໃນຫ້ອງນ້ຳແລກເຈ້ຍຢ່າງທິດຊູ!
jane - 2025-10-09T161502.921
ມາຮູ້ຈັກກັບ 4 ພັນໄມ້ປະດັບໃນເຮືອນ ທີ່ຊ່ວຍໄລ່ຍຸງໄດ້ "ແຮງສຸດໆ" ທັງປອດໄພ ທັງສວຍງາມ ແລະ ຫອມສົດຊື່ນ
jane - 2025-10-09T152412.771
ບໍລິຄຳໄຊ ມອບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ
pele - 2025-10-09T150241.546
ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.
jane - 2025-10-09T144955.896
ໂຄງການສ້າງປະຕູໂຂງ ມຊ ແລະ ຄະນະກະເສດສາດມູນຄ່າ 560,000 ໂດລາ ຄາດວ່າຈະສຳເລັດກ່ອນວັນຊາດ
pele - 2025-10-09T134905.929
ພະຍາກອນອາກາດ ປະຈໍາວັນທີ 09 ຕຸລາ 2025, ເວລາ 16 ໂມງ 00
jane - 2025-10-09T133350.831
ເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຮ່ວມມືສົ່ງເສີມພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ
jane - 2025-10-09T110603.865
ຮູບພາບພາຍຸງວງຊ້າງເກີດຂຶ້ນ ໃນປະເທດກຳປູເຈຍ ພາຍຸທີ່ສາມາດເຫັນໄດ້ຢ່າງຊັດເຈນ
pele - 2025-10-09T103551.811
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍລະນາ ຢູ່ນະຄອນຫຼວງພະບາງ
jane - 2025-10-09T095438.019
ເລຂາທິການໃຫຍ່ ພັກ ສປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫລີ
ຢ່າລື່ມກົດຕິດຕາມ