pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
ຮຽບຮຽງໂດຍ:Pele
ເຜີຍແຜ່: 8 September, 2025
ໝວດ: ຂ່າວ

ຄະນະຜູ້ແທນສື່ມວນຊົນລາວ ນໍາໂດຍທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ ໃນວັນທີ 8 ກັນຍານີ້ ທີ່ນະຄອນຄຸນໝິງ ແຂວງຢຸນນານ, ໂດຍທ່ານ ເຫີຈູຄຸນ ຫົວໜ້າກຸ່ມໜັງສືພິມລາຍວັນຢູນນານ, ພ້ອມພະນັກງານສໍານັກງານກຸ່ມໜັງສືພິມລາຍວັນຢຸນນານໃຫ້ກຽດຕ້ອນຮັບເປັນຢ່າງດີ.

 

อาจเป็นรูปภาพของ 5 คน และ ข้อความ

 

ໂອກາດນີ້, ທ່ານ ເຫີຈູຄຸນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ພ້ອມລາຍງານໃຫ້ຮູ້ກ່ຽວກັບການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະຜ່ານມາຂອງກຸ່ມໜັງສືພິມລາຍວັນຢຸນນານ ພ້ອມທັງລາຍງານກ່ຽວກັບການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສື່ມວນຊົນ ສປປ ລາວ ກໍຄືໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ແລະ ກຸ່ມໜັງສິມພິມລາຍວັນຢຸນນານ ໃນໄລຍະຜ່ານມາ.

 

อาจเป็นรูปภาพของ 9 คน และ ข้อความ

 

ທ່ານ ຄໍາພັນ ເຜີຍຍະວົງ ກໍໄດ້ສະແດງຄວາມຂອບໃຈທ່ານ ເຫີຈູຄຸນ ພ້ອມດ້ວຍພະນັກງານຂອງກຸ່ມໜັງສືພິມຢຸນນານ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການມາຢ້ຽມຢາມໃນຄັ້ງນີ້ ຊຶ່ງການຢ້ຽມຢາມໃນຄັ້ງນີ້, ແມ່ນມີຄວາມສໍາຄັນຫຼາຍ ພ້ອມຢືນຢັນຈະນໍາເອົາບົດຮຽນຈາກກຸ່ມໜັງສືພິມລາຍວັນຢຸນນານ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໂຄສະນາ ກໍຄືວຽກງານສື່ມວນຊົນລາວ ໂດຍສະເພາະນໍາໃຊ້ເຂົ້າໃນສໍານັກງານຂອງຕົນ ບໍ່ວ່າຈະເປັນສື່ໜັງສືພິມ, ວິທະຍຸ, ໂທລະພາບ ໃຫ້ເກີດປະໂຫຍດສູງສຸດໃນອະນາຄົດ.

 

อาจเป็นรูปภาพของ 8 คน และ ห้องข่าว

 

ທ່ານ ຄໍາພັນ ເຜີຍຍະວົງ ຍັງໄດ້ສະເໜີໃຫ້ກຸ່ມໜັງສືພິມລາຍວັນຢຸນນານສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນສື່ມວນຊົນລາວໃນການແລກປ່ຽນຂໍ້ມູນຂ່າວສານ, ການຈັດຝຶກອົບຮົມນັກຂ່າວ, ດ້ານເຕັກນິກ, ອຸປະກອນ ແລະ ອື່ນໆ ໃນຕໍ່ໜ້າຕື່ມອີກ.

 

ທ່ານ ເຫີຈູຄຸນ ໄດ້ຢືນຢັນຈະສືບຕໍ່ໃຫ້ການພົວພັນຮ່ວມມືໃນວຽກງານຕ່າງໆໂດຍສະເພາະການພັດທະນາວຽກງານສື່ມວນຊົນລາວໃນຕໍ່ໜ້າ.

 

ການຢ້ຽມຢາມໃນຄັ້ງນີ້, ແມ່ນໄດ້ຢ້ຽມຢາມເບິ່ງຫ້ອງເຮັດວຽກຂອງນັກຂ່າວ, ຫ້ອງກວດແກ້-ຈັດໜ້າໜັງສືພິມລາຍວັນຢຸນນານ, ວາລະສານຈໍາປາ, ຫ້ອງຫໍສະໝຸດຈັດວາງສະແດງໜັງສືພິມ, ວາລະສານຈໍາປາ ແລະ ອື່ນໆ.

 

(ຂ່າວ-ພາບ: ວັນເພັງ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
ຢ່າລື່ມກົດຕິດຕາມ