pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
ຮຽບຮຽງໂດຍ:Pele
ເຜີຍແຜ່: 9 September, 2025
ໝວດ: ຂ່າວ

ວັນທີ 8 ກັນຍາຜ່ານມານີ້, ທິມງານ ອາສາສະໝັກຂອງລັດວິສາຫະກິດສະໜາມບິນ ສາທາລະ ນະລັດ ເກົາຫຼີ (KAC) ຮ່ວມກັບ ນັກສຶກສາຄະນະພາສາສາດ ພາກພາສາເກົາຫຼີ ມະຫາວິທະຍາໄລ ສຸພານຸວົງ ໄດ້ເຄື່ອນໄຫວຈັດກິດຈະກຳ ຮ່ວມກັບ ນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ ແຂວງຫຼວງພະບາງ. ໃນນັ້ນ, ໄດ້ຮັບປະທານອາຫານທ່ຽງຮ່ວມກັບນັກຮຽນ, ທາສີຫ້ອງຮຽນ ແລະ ປະກອບເຄື່ອງຫຼີ້ນ.

 

ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ

 

ທ່ານ ນາງ ລີໂຮ່ວສຸກ ຫົວທີມງານອາສາສະໝັກຂອງ KAC ໄດ້ໃຫ້ສຳພາດວ່າ: ຈຸດປະສົງ ທີ່ມາຊ່ວຍເຫຼືອໂຮງຮຽນເດັກກຳພ້າຫຼວງພະບາງ ຂອງຄະນະອາສາສະໝັກ ຈາກລັດວິສາຫະກິດສະໜາມບິນເກົາຫຼີ ຄັ້ງນີ້ ເພື່ອຊ່ວຍເສີມສ້າງຄວາມໄຝ່ຝັນ ແລະ ຄວາມມຸ່ງຫວັງ ໃຫ້ແກ່ບັນດາເດັກນັກຮຽນໃນໂຮງຮຽນເດັກກຳພ້າຫຼວງພະບາງ ໃຫ້ເບິ່ງເຫັນອະນາຄົດ, ທັງເປັນການຊ່ວຍຊຸກຍູ້ ການແລກປ່ຽນວັດທະນະທຳ ລະຫວ່າງ ສອງປະເທດລາວ ແລະ ສ. ເກົາຫຼີ. ທີມອາສາສະໝັກ ຈຳນວນ 32 ຄົນ ໄດ້ຊ່ວຍທາສີໂຮງຮຽນ ແລະ ຈັດກິດຈະກຳຮ່ວມກັບນັກຮຽນ ຢູ່ໃນໂຮງຮຽນເດັກກຳພ້າ, ທັງໄດ້ຊ່ວຍສ້າງຮາວຕາກເຄື່ອງໃຫ້ນັກຮຽນ ແລະ ຈັດກິດຈະກຳແລກປ່ຽນວັດທະນະທຳ ຮ່ວມກັບບັນດາເດັກນັກຮຽນ.

 

ອາສາສະໝກ ລດວສາຫະກດສະໜາມບນ ເກາຫ ຮວມຈດກດຈະກຳກບນກຮຽນ ໂຮງຮຽນມດທະຍມສມບນເດກກາພາ - image 2

 

ທ່ານ ນາງ ຢູຮ່ອນສຸກ ປະທານສະມາຄົມສິລະປະວັດທະນະທຳ ສ. ເກົາຫຼີ ໃຫ້ສຳພາດວ່າ: ສະມາຄົມສິລະປະວັດທະນະທຳການແບ່ງປັນ ໄດ້ຮັບມອບໝາຍເປັນອົງການປະສານງານ ໃຫ້ແກ່ລັດວິສາຫະກິດສະໜາມບິນ ເກົາຫຼີ ເພື່ອນຳເອົາຄະນະອາສາສະໝັກ ມາຊ່ວຍເຫຼືອໂຮງຮຽນເດັກກຳພ້າຫຼວງພະບາງ ໃນຄັ້ງນີ້, ຍ້ອນເຫັນໄດ້ຄວາມຈຳເປັນ ແລະ ຫຍຸ້ງຍາກຂອງນັກຮຽນ ໂຮງຮຽນເດັກກຳພ້າ ທີ່ຈະຕ້ອງໄດ້ນຳເອົາຄວາມອົບອຸ່ນ ມາຊ່ວຍເຫຼືອເຂົາເຈົ້າ, ຈຶ່ງໄດ້ປະສານສົມທົບກັບ ລັດວິສາຫະກິດສະໜາມບິນເກົາຫຼີ ເພື່ອນຳເອົາວັດຖຸອຸປະກອນ ມາຊ່ວຍເຫຼືອນັກຮຽນ, ຊ່ວຍທາສີໂຮງຮຽນ ແລະ ຫ້ອງຮຽນ, ພາເດັກນັກຮຽນ ໄປທັດສະນະສຶກສາ ຢູ່ສະໜາມບິນສາກົນຫຼວງພະບາງ ແລະ ສະໜອງອາຫານທ່ຽງ ໃຫ້ແກ່ເດັກນັກຮຽນທັງໝົດ ໃນໂຮງຮຽນ. ຫວັງວ່າ ການຊ່ວຍເຫຼືອໃນຄັ້ງນີ້, ຈະຊ່ວຍເສີມສ້າງແຮງບານດານໃຈ ໃຫ້ແກ່ນັກຮຽນທັງຫຼາຍ ເພື່ອໃຫ້ຮຽນໜັງສືເກັ່ງ ແລະ ກ້າວຂຶ້ນເປັນຜູ້ທີ່ມີຄວາມຮູ້ ໃນອະນາຄົດ, ການຊ່ວຍເຫຼືອຂອງພວກເຮົາ ກໍເພື່ອຢາກປູທາງໃຫ້ນັກຮຽນ ເບິ່ງເຫັນອະນາຄົດ ທີ່ກວ້າງໄກ ແລະເອົາໃຈໃສ່ຮຽນໜັງສື ໃຫ້ກ້າວຂຶ້ນເປັນບຸກຄົນທີ່ຍິ່ງໃຫຍ່ ໃນມື້ໜ້າ.

 

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
ຢ່າລື່ມກົດຕິດຕາມ