pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 10 September, 2025
ໝວດ: ຂ່າວ

ເມື່ອບໍ່ດົນຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳແຂວງ ໄດ້ເດີນທາງໄປຮ່ວມ ພິທີໄຂສົກຮຽນໃໝ່ 2025-2026 ພ້ອມທັງມອບຊຸດນັກຮຽນ ແລະ ອຸປະກອນການຮຽນ -ອຸປະກອນກິລາ ໃຫ້ໂຮງຮຽນແຫ່ງຕ່າງໆ ທີ່ນອນໃນເຂດຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບເມືອງ ເຊໂປນ ໂດຍການນຳພາທາງ ຂອງທ່ານ ພົງຄຳຮັກ ບຸດທະວົງ ກຳມະການພັກແຂວງ ເລຂາພັກເມືອງເຊໂປນ ພ້ອມຄະນະ, ມີຫົວໜ້າຈຸດສຸມ, ຄະນະພັດທະນາການສຶກສາຂັ້ນບ້ານ, ອຳນາດການປົກຄອງບ້ານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ລູກຫຼານນັກຮຽນເຂົ້າຮ່ວມຕ້ອນຮັບຢ່າງຫຼວງຫຼາຍ.

 

อาจเป็นรูปภาพของ 9 คน, ผู้คนกำลังอ่านหนังสือ และ ต้นไม้

 

ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຮັບຟັງການລາຍງານສະພາບການຕົວຈິງ ລວມທັງຄຳສະເໜີຂອງໂຮງຮຽນແຕ່ລະແຫ່ງພາຍໃນຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບ. ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະ ກ່ໄດ້ແຈກຢາຍຊຸດນັກຮຽນ (ຍິງ-ຊາຍ) ແລະ ອຸປະກອນການຮຽນໃຫ້ແກ່ລູກຫຼານນັກຮຽນຂອງໂຮງຮຽນປະຖົມ ແລະ ມັດທະຍົມລາດຫໍ້ຈຳນວນທັງໝົດ 223 ຊຸດ, ຍິງ 101 ຊຸດ, ມອບໃຫ້ໂຮງຮຽນປະຖົມກະດໍ ແລະ ມັດທະຍົມຕົ້ນຜາບັງຈຳນວນ 184 ຊຸດ, ຍິງ 101 ຊຸດ ແລະ ມອບໃຫ້ໂຮງຮຽນປະຖົມສົບສະລູ+ຕະລົວະ ແລະ ມັດທະຍົມຕົ້ນຈຽງຕູບຈຳນວນ 129 ຊຸດ, ຍິງ 56 ຊຸດ ພ້ອມທັງໄດ້ມອບງົບປະມານຈໍານວນ 10 ລ້ານກີບ ເພື່ອຊຸກຍູ້ວຽກງານການສຶກສາ ກໍຄືການໄຂສົກຮຽນໃໝ່ 2025-2026 ໃຫ້ແກ່ໂຮງຮຽນຂອງທັງສາມຈຸດສຸມດັ່ງກ່າວ.

 

อาจเป็นรูปภาพของ 6 คน และ ข้อความ

 

ພ້ອມດຽວກັນນີ້, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະ ກໍຍັງໄດ້ລົງຕິດຕາມເບິ່ງສະພາບອາຄານຮຽນ, ຫໍພັກຄູ ແລະ ນັກຮຽນ ລວມເຖິງສິ່ງອຳນວຍຄວາມສະດວກຕ່າງໆພາຍໃນໂຮງຮຽນແຕ່ລະແຫ່ງ ຊຶ່ງເຫັນວ່າໂດຍລວມແລ້ວ, ການກະກຽມຮອບດ້ານແກ່ການໄຂສົກຮຽນໃໝ່ປີນີ້ ແມ່ນປະຕິບັດໄດ້ດີ, ແຕ່ກໍຍັງມີຄວາມຫຍຸ້ງຍາກຫຼາຍດ້ານທີ່ຕ້ອງໄດ້ມີການປັບປຸງຄືນໃໝ່, ໂດຍທ່ານເຈົ້າແຂວງ ກໍໄດ້ໃຫ້ທິດຊີ້ນຳ ແລະ ໃຫ້ການຊ່ວຍເຫຼືອໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆຂອງໂຮງຮຽນແຕ່ລະແຫ່ງ ໂດຍໃຫ້ທາງໂຮງຮຽນ ສະເໜີຂຶ້ນມາຫາແຂວງ ເພື່ອຂຸ້ນຂ້ຽວປັບປຸງແກ້ໄຂໂດຍໄວ.

 

ไม่มีคำอธิบายรูปภาพ

 

ການລົງເຄື່ອນໄຫວແແຕ່ລະຈຸດຄັ້ງນີ້, ທ່ານເຈົ້າແຂວງ ໄດ້ໂອ້ລົມລູກຫຼານນັກຮຽນ ໂດຍທ່ານໄດ້ເນັ້ນສຳຄັນບໍ່ໃຫ້ມີການປະລະການຮຽນເດັດຂາດ, ໃຫ້ພ້ອມກັນຕັ້ງໜ້າໃນການສຶກສາຮ່ຳຮຽນໃຫ້ຈົບຊັ້ນ ມ4 ຫຼື ມ7 ເພື່ອຈະໄດ້ໄປຮຽນຕໍ່ວິຊາຊີບຕ່າງໆ ໂດຍແຂວງພ້ອມໃຫ້ການສະໜັບສະໜູນຢ່າງເຕັມທີ່. ພ້ອມນີ້, ທ່ານເຈົ້າແຂວງ ຍັງໄດ້ເນັ້ນສຳຄັນຕໍ່ພໍ່ແມ່ຜູ້ປົກຄອງ ໃຫ້ເຂົ້າໃຈຄວາມໝາຍສຳຄັນຂອງວຽກງານການສຶກສາ ພ້ອມທັງເອົາໃຈໃສ່ຊຸກຍູ້ລູກຫຼານເຂົ້າໂຮງຮຽນຕາມເກນອາຍຸ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຄວາມສາມາດ, ມີອະນາຄົດທີ່ດີ ເພື່ອມາພັດທະນາຕົນເອງ ແລະ ຄອບຄົວໃຫ້ດີຂຶ້ນກວ່າເກົ່າ.

 

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
ຢ່າລື່ມກົດຕິດຕາມ