ດວງ-Tou-Vientianepost (59)
ລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ
ຮຽບຮຽງໂດຍ:Staff
ເຜີຍແຜ່: 26 May, 2023

ພິທີລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຊື້-ຂາຍພະລັງງານໄຟຟ້າ ລະຫວ່າງ ລາວ ແລະ ມາເລເຊຍ ຈັດຂຶ້ນໃນວັນທີ 25 ພຶດສະພາ 2023 ທີ່ນະຄອນຫລວງວຽງຈັນ, ຮ່ວມລົງນາມໂດຍ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ດາໂຕະ ອິນເດຣາ ອິລ ບາຮາຣິນ ດິນ ປະທານສະພາບໍລິຫານ ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ປະເທດມາເລເຊຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ, ທ່ານ ຈັນທະບູນ ສຸກອາລຸນ ໄດ້ໃຫ້ຮູ້ວ່າ: ການຮ່ວມລົງນາມຊື້-ຂາຍໄຟຟ້າ ລະຫວ່າງລາວ ແລະ ມາເລເຊຍ ໃນຄັ້ງນີ້, ໄດ້ກາຍເປັນຄູ່ຮ່ວມຍຸດທະສາດທາງທຸລະກິດດ້ານພະລັງງານ ລະຫວ່າງສອງບໍລິສັດ ໂດຍນໍາໃຊ້ແຫລ່ງພະລັງງານໝູນວຽນທີ່ປະເທດລາວມີທ່າແຮງ, ນອກຈາກ ເປັນຜູ້ສະໜອງພະລັງງານໃຫ້ບັນດາປະເທດໃກ້ຄຽງແລ້ວ, ສປປ ລາວ ຍັງມີວິໄສທັດໃນການຈັດຕັ້ງປະຕິບັດໝໍ້

ໄຟຟ້າແຫ່ງອາຊຽນ ດ້ວຍການຊື້-ຂາຍ ແລະ ແລກ ປ່ຽນໄຟຟ້າພາຍໃນພາກພື້ນອາຊຽນ. ປັດຈຸບັນ, ສປປ ລາວ ຖືເປັນປະເທດພັດທະນາແຫລ່ງພະລັງງານສະອາດ, ເຊິ່ງມີເຂື່ອນໄຟຟ້າຫລາຍກວ່າ 80 ແຫ່ງ ທີ່ກຳລັງດຳເນີນການຜະລິດນຳໃຊ້ຢູ່ພາຍໃນ ແລະ ສົ່ງອອກໄປຂາຍຢູ່ຕ່າງປະເທດ, ການບັນລຸໄດ້ຂໍ້ຕົກລົງໃນຄັ້ງນີ້ ຖືເປັນໂອກາດໃນການພັດທະນາພະລັງງານສະອາດ ແລະ ເປີດໂອກາດໃຫ້ແກ່ການຮ່ວມມືທາງທຸລະກິດອື່ນໆລະຫວ່າງສອງຝ່າຍ.

ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ເປັນບໍລິສັດຊັ້ນນຳຂອງປະເທດມາເລເຊຍ ໃນການລົງທຶນດ້ານພະລັງງານ, ໄດ້ຮ່ວມມືກັບລັດວິສາຫະກິດໄຟຟ້າລາວໃນ ໄລຍະຜ່ານມາ ໃນການຊື້-ຂາຍພະລັງງານໄຟຟ້າ ຂ້າມຊາຍແດນໃນພາກພື້ນອາຊຽນ ເປັນຄັ້ງທໍາອິດ, ພາຍໃຕ້ໂຄງການຮ່ວມມືດ້ານພະລັງງານໄຟຟ້າລະຫວ່າງ 3 ປະເທດ ລາວ-ໄທ ແລະ ມາເລເຊຍ ໃນການສົ່ງອອກໄຟຟ້າໄປຂາຍຢູ່ ສິງກະໂປ ເຊິ່ງຈະເປັນການປະກອບ ສ່ວນເຮັດໃຫ້ປະເທດລາວ ກາຍເປັນໝໍ້ໄຟຟ້າແຫ່ງອາຊຽນ ຢ່າງແທ້ຈິງ.

ຂ່າວ-ພາບ: ກິດຕາ
ທີ່ມາ ຂ່າວສານປະເທດລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ