
ແຂວງຊຽງຂວາງ ຄອງເຈົ້າຫຼຽນຄຳ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI 2022 ຜ່ານມາ ທີ່ແຂວງຊຽງຂວາງ (ເຈົ້າພາບ), ໄດ້ກຽມພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.
ຕາມການລາຍງານຂອງ ທ່ານ ບຸນຄົງ ດວງພະວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ເມື່ອບໍ່ດົນມານີ້ວ່າ: ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ໄດ້ກໍານົດ 33 ປະເພດກິລາ ຮ່ວມແຂ່ງຂັນ ແຕ່ແຂວງຊຽງຂວາງ ໄດ້ກໍານົດສົ່ງນັກກິລາເຂົ້າຮ່ວມ 16 ປະເພດ: ບານເຕະ, ບານສົ່ງ, ກະຕໍ້, ແລ່ນ-ລານ, ເປຕັງ, ເທຄວັນໂດ, ປັນຈັກຊີລັດ, ຢູໂດ, ວູຊູ, ຍົກນ້ຳໜັກ, ມວຍປ້ຳ, ຣັກບີ້, ຍິງທະນູ, ໜ້າເກັກ, ໝາກຂ່າງ ແລະ ໝາກແລ້ ຊຶ່ງຕັ້ງເປົ້າໄວ້ທີ່ 9 ຫຼຽນຄໍາ ຈັດຢູ່ໃນອັນດັບທີ 12 ຂອງຕາຕະລາງສະຫຼູບຫຼຽນ.
ສໍາລັບ ແຂວງຊຽງຂວາງ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໄດ້ເປັນເຈົ້າຫຼຽນຄໍາ ໂດຍຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ, ສ່ວນ ນະຄອນຫຼວງວຽງຈັນ ໄດ້ອັນດັບທີ 2 ຍາດໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ.
ຂໍ້ມູນ: ນັກຂ່າວຊຽງຂວາງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














