site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
ຮຽບຮຽງໂດຍ:kaling
ເຜີຍແຜ່: 11 September, 2025

ໄດ້ເປີດຕົວຢ່າງເປັນທາງການແລ້ວສຳລັບ iPhone 17 Series ໄລນ໌ອັບສະມາດໂຟນເຮືອທຸງລຸ່ນລ່າສຸດຈາກ Apple ທີ່ເປີດຕົວໃນລາຍການ Awe Dropping ມາພ້ອມການປ່ຽນແປງທີ່ນ້າສົນໃຈຫຼາຍຢ່າງ ໂດຍສະເພາະການເປີດຕົວລຸ່ນ “Air” ທີ່ເນັ້ນຄວາມບາງເບົາເປັນພິເສດ ບົດຄວາມນີ້ BT ຈະພາໄປເຈາະເລິກສະເປັກ ແລະ ຄຸນສົມບັດເດັ່ນຂອງແຕ່ລະລຸ່ນ

iPhone 17

  • ໂຕເຄື່ອງອາລູມິນຽມ
  • ຫນ້າຈໍ Super Retina XDR ຂະໜາດ 6.3 ນິ້ວ ທີ່ມາພ້ອມ ProMotion (ອັດຕາການໂຟ່ເຟສສູງສຸດ 120 Hz) ແລະ Always-On display
  • ຍັງຄົງມີ Dynamic Island ແລະ ປຸ່ມ Action Button ທີ່ປັບແຕ່ງໄດ້

ຊິບປະມວນຜົນ:

  • ໃຊ້ຊິບ A19 (CPU 6-core, GPU 5-core) ພ້ອມ Neural Engine 16-core ຮອງຮັບ Hardware-accelerated ray tracing

ກ້ອງຖ່າຍຮູບ:

  • ກ້ອງຫຼັງຄູ່ 48 MP Dual Fusion Camera System (ເລນ Fusion ແລະ Ultra Wide)
  • ຖ່າຍວິດີໂອ Dolby Vision ສູງສຸດ 4K 60 fps
  • ກ້ອງໜ້າ 18 MP Center Stage ຖ່າຍຮູບ ແລະ ວິດີໂອຄໍລ໌ໄດ້ຄົມຊັດ ແລະ ມີເຕັກນິກຫຼາຍຂຶ້ນ

ແບັດເຕີຣີ່ ແລະ ການເຊື່ອມຕໍ່:

  • ໃຊ້ງານວິດີໂອໄດ້ນານສູງສຸດ 30 ຊົ່ວໂມງ
  • ພອດ USB-C ຮອງຮັບຄວາມໄວມາດຕະຖານ USB 2

ຄວາມຈຸ ແລະ ລາຄາ:

  • 256 GB ລາຄາ 29,900 ບາດ
  • 512 GB ລາຄາ 37,900 ບາດ

iPhone Air

  • ໂດດເດັ່ນກວ່າລຸ່ນອື່ນດ້ວຍກອບໄທເທນຽມພຽງລຸ່ນດຽວໃນຊີຣີ ທີ່ບາງພຽງ 5.64 ມມ. ແລະ ເບົາ 165 ກຣາມ
  • ຫນ້າຈໍ Super Retina XDR ຂະໜາດໃຫຍ່ 6.5 ນິ້ວ ພ້ອມ ProMotion ແລະ Always-On display
  • ມີ Dynamic Island ແລະ Action Button ເຊັ່ນກັນ

ຊິບປະມວນຜົນ:

  • ຂະຫຍັບມາໃຊ້ຊິບ A19 Pro ແຕ່ເປັນເວີຊັນ GPU 5-core (CPU 6-core, GPU 5-core) ພ້ອມ Neural Engine 16-core ຮອງຮັບ Hardware-accelerated ray tracing

ກ້ອງຖ່າຍຮູບ:

  • ກ້ອງຫຼັງດຽວ 48 MP Fusion Camera System
  • ຖ່າຍວິດີໂອ Dolby Vision ສູງສຸດ 4K 60 fps
  • ກ້ອງໜ້າ 18 MP Center Stage

ແບັດເຕີຣີ່ ແລະ ການເຊື່ອມຕໍ່:

  • ໃຊ້ງານວິດີໂອໄດ້ນານສູງສຸດ 27 ຊົ່ວໂມງ
  • ພອດ USB-C ຄວາມໄວ USB 2

ຄວາມຈຸ ແລະ ລາຄາ:

  • 256 GB ລາຄາ 39,900 ບາດ
  • 512 GB ລາຄາ 47,900 ບາດ
  • 1 TB ລາຄາ 55,900 ບາດ

iPhone 17 Pro

  • ໂຕເຄື່ອງອາລູມິນຽມ
  • ຫນ້າຈໍ Super Retina XDR ຂະໜາດ 6.3 ນິ້ວ ພ້ອມ ProMotion ແລະ Always-On display

ຊິບປະມວນຜົນ:

  • ຊິບ A19 Pro (CPU 6-core, GPU 6-core) ພ້ອມ Neural Engine 16-core ຮອງຮັບ Hardware-accelerated ray tracing

ກ້ອງຖ່າຍຮູບ:

  • ລະບົບກ້ອງຫຼັງ 48MP Pro Fusion Camera System ຄົບຊຸດ 3 ເລນ (Fusion, Ultra Wide, Telephoto)
  • ຖ່າຍວິດີໂອ Dolby Vision 4K ໄດ້ສູງສຸດເຖິງ 120 fps
  • ຮອງຮັບການຖ່າຍວິດີໂອລະດັບໂປ ProRes ສູງສຸດ 4K 120 fps
  • ມີ LiDAR Scanner ສຳລັບການໃຊ້ງານ AR ແລະ ການຖ່າຍຮູບໃນທີ່ແສງນ້ອຍ
  • ກ້ອງໜ້າ 18 MP Center Stage ແລະ ຮອງຮັບ ProRes

ແບັດເຕີຣີ່ ແລະ ການເຊື່ອມຕໍ່:

  • ໃຊ້ງານວິດີໂອໄດ້ນານສູງສຸດ 31 ຊົ່ວໂມງ
  • ພອດ USB-C ອັບເກຣດເປັນ USB 3 ຖ່າຍໂອນຂໍ້ມູນໄວກວ່າສູງສຸດ 20 ເທົ່າ (ສູງສຸດ 10Gb/s)

ຄວາມຈຸ ແລະ ລາຄາ:

  • 256 GB ລາຄາ 43,900 ບາດ
  • 512 GB ລາຄາ 51,900 ບາດ
  • 1 TB ລາຄາ 59,900 ບາດ

iPhone 17 Pro Max

  • ໂຕເຄື່ອງອາລູມິນຽມ
  • ຫນ້າຈໍ Super Retina XDR ຂະໜາດໃຫຍ່ພິເສດ 6.9 ນິ້ວ ໃຫ້ປະສົບການການຮັບຊົມທີ່ເຕັມຕາທີ່ສຸດ

ຊິບປະມວນຜົນ:

  • ຊິບ A19 Pro (CPU 6-core, GPU 6-core) ພ້ອມ Neural Engine 16-core ຮອງຮັບ Hardware-accelerated ray tracing

ກ້ອງຖ່າຍຮູບ:

  • ສະເປັກກ້ອງລະດັບໂປເໝືອນກັບ iPhone 17 Pro ທຸກປະການ ດ້ວຍຊຸດເລນ 48 MP Pro Fusion Camera System ແລະ LiDAR Scanner
  • ຮອງຮັບການຖ່າຍວິດີໂອ Dolby Vision 4K 120 fps ແລະ ProRes 4K 120 fps

ແບັດເຕີຣີ່ ແລະ ການເຊື່ອມຕໍ່:

  • ແບັດເຕີຣີ່ທີ່ທົນທານທີ່ສຸດໃນຊີຣີ ໃຊ້ງານວິດີໂອໄດ້ຍາວນານສູງສຸດເຖິງ 37 ຊົ່ວໂມງ
  • ພອດ USB-C ອັບເກຣດເປັນ USB 3 ຖ່າຍໂອນຂໍ້ມູນໄວກວ່າສູງສຸດ 20 ເທົ່າ (ສູງສຸດ 10Gb/s)

ຄວາມຈຸ ແລະ ລາຄາ:

  • 256 GB ລາຄາ 48,900 ບາດ
  • 512 GB ລາຄາ 56,900 ບາດ
  • 1 TB ລາຄາ 64,900 ບາດ
  • 2 TB (ມີແຕ່ໃນລຸ່ນ Pro Max) ລາຄາ 80,900 ບາດ

ຄຸນສົມບັດຮ່ວມທີ່ມີໃນ iPhone 17 ທຸກລຸ່ນ

  • Apple Intelligence: ລະບົບ AI ສ່ວນບຸກຄົນທີ່ເຮັດວຽກຜະສານໃນທຸກສ່ວນຂອງ OS
  • Ceramic Shield 2: ແກ້ວດ້ານໜ້າທີ່ແຂງແຮງຂຶ້ນ ທົນຮອຍຂີດຂ່ວນໄດ້ດີຂຶ້ນ 3 ເທົ່າ
  • Ceramic Shield: ສຳລັບດ້ານຫຼັງສຳລັບ iPhone 17 Air, Pro ແລະ Pro Max ແຕ່ຈະມີແຕ່ iPhone 17 ພຽງລຸ່ນດຽວທີ່ບໍ່ມີ Ceramic Shield
  • ການເຊື່ອມຕໍ່: ຮອງຮັບ Wi-Fi 7, Bluetooth 6 ແລະ 5G
  • ກັນນ້ຳກັນຝຸ່ນ: IP68 ທົນນ້ຳເລິກລະດັບຄວາມເລິກ 6 ແມັດ ບໍ່ເກີນ 30 ນາທີ
  • ຄວາມປອດໄພ: Face ID, Emergency SOS ຜ່ານດາວທຽມ ແລະ Crash Detection

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 15 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
659.81
671.69
european-union
EUR
24,096
24,579
china
CNY
2,936
2,994
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-15T160458.899
ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ
pele - 2025-10-15T155548.983
ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ
pele - 2025-10-15T143523.452
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI
jane - 2025-10-15T135935.113
ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ
jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
pele - 2025-10-15T104912.967
ແຈ້ງການມອດໄຟ ວັນທີ16-17/10/2025
site cover1 - 2025-10-15T105222.121
ຢຸດສະໜັບສະໜູນ Windows 10 ຜູ້ທີ່ຍັງໃຊ້ຢູ່ ມີຄວາມສ່ຽງອາດຈະຖືກແຮັກໄດ້
jane - 2025-10-15T102821.038
ລາຍງານເຫດການແຜ່ນດິນໄຫວໃນຄັັ້ງວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 15 ຕຸລາ 2025
pele - 2025-10-15T101355.053
ຕາດຄູ່ເປັນແຫຼ່ງທ່ອງທ່ຽວ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ
jane - 2025-10-15T100207.217
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ວັນທີ 16 ຕຸລາ 2025ນີ້
ຢ່າລື່ມກົດຕິດຕາມ