site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
ຮຽບຮຽງໂດຍ:kaling
ເຜີຍແຜ່: 12 September, 2025

Microsoft ບໍລິສັດຜະລິດແລະພັດທະນາຊອບແວຂະໜາດໃຫຍ່ຂອງໂລກ ກຽມເຈລະຈາການຊື້ລິຂະສິດເພື່ອນຳໃຊ້ໂມເດວ AI ຂອງ Anthropic ໂດຍລະບຸວ່າ Claude Sonnet 4 ໂດດເດັ່ນກວ່າ

ກຸ່ມທີ່ Microsoft ຈະຊື້ແມ່ນໂມເດວສຳລັບຄຸນສົມບັດໃໝ່ໃນຊຸດແອັບ Office 365 ເຊັ່ນ Word, Excel, Outlook ແລະ PowerPoint ເຊິ່ງນັບເປັນການເຄື່ອນໄຫວທີ່ສຳຄັນຂອງ Microsoft ໃນການພະຍາຍາມກະຈາຍຄວາມສ່ຽງແລະຫຼຸດການພິ່ງພາ OpenAI ພຽງລາຍດຽວ ຫຼັງປະກາດຄວາມຮ່ວມມືໄປເມື່ອປີ 2015 ແລະໄດ້ຮ່ວມງານກັນມາຢ່າງຍາວນານກວ່າ 10 ປີ

Digital Marketing Agency in Laos - Emerging Digital Solutions

ຊ່ວງຫຼັງຫຼາຍຄົນທີ່ຕິດຕາມຂ່າວວົງການ IT ອາດຈະຈັບສັງເກດຄວາມສຳພັນຂອງ Microsoft ແລະ OpenAI ໄດ້ວ່າມີຮອຍແຕກມາເປັນໄລຍະ ແລະເລີ່ມຄຸກລຸ່ນໜັກຂື້ນເມື່ອ Microsoft ເລີ່ມພັດທະນາໂມເດວ MAI ຂອງຕົວເອງຂື້ນມາທົດແທນ ໃນຊ່ວງປາຍເດືອນສິງຫາທີ່ຜ່ານມາ ແຕ່ກໍ່ມີຂ່າວວ່າ MAI ຊ້າເກີນແຜນ ເຮັດໃຫ້ທາງອອກໄປຕົກຢູ່ທີ່ການຊື້ໂມເດວຂອງ Anthropic ມາໃຊ້ແທນ

ເຊິ່ງເລື່ອງນີ້ກໍ່ບໍ່ແມ່ນອັນໃໝ່ເພາະ Microsoft ເຄີຍຮ່ວມງານກັບ Anthropic ຢູ່ກ່ອນແລ້ວ ຈາກການນຳ Claude ໄປໃຫ້ບໍລິການໃນ GitHub Copilot ແຕ່ຍັງບໍ່ເຄີຍນຳໂມເດວຂອງ Anthropic ມາໃຊ້ໃຕ້ບໍລິການແບຣນ Microsoft ໂດຍກົງ

ບົດລາຍງານລະບຸວ່າ ໂມເດວລ້າສຸດຂອງ Anthropic ໂດຍສະເພາະ Claude Sonnet 4 ເຮັດຜົນງານໄດ້ໂດດເດັ່ນກວ່າ OpenAI ໃນບາງດ້ານ ເຊັ່ນ ການສ້າງງານນຳສະເໜີ PowerPoint ທີ່ງາມແລະດູເປັນມືອາຊີບ ຫຼື ການເຮັດວຽກອັດຕະໂນມັດໃນ Excel ດ້ານການເງິນທີ່ສັບຊ້ອນ

ທີ່ຜ່ານມາ Microsoft ຖືເປັນຜູ້ສະໜັບສະໜູນລາຍໃຫຍ່ສຸດຂອງ OpenAI ໂດຍທຸ່ມເງິນລົງທຶນໄປແລ້ວກວ່າ 13,000 ລ້ານໂດລາສະຫະລັດ (ຫຼື ປະມານ 4,000 ລ້ານບາດ) ພ້ອມໃຊ້ໂມເດວຂອງ OpenAI ເປັນຫົວໃຈຫຼັກຂອງບໍລິການ Copilot ແລະແອັບກຸ່ມ Office ແຕ່ຄວາມສຳພັນລະຫວ່າງສອງບໍລິສັດຍັກຍ້າຍເລີ່ມສັບຊ້ອນຂື້ນ ເມື່ອ OpenAI ກ້າວໄປພັດທະນາໂຄງສ້າງພື້ນຖານດ້ວຍຕົວເອງ ລວມທັງກຽມຜະລິດຊິບ AI ຮ່ວມກັບ Broadcom ພາຍໃນປີ 2026 ແລະຍັງເປີດໂຕແພລັດຟອມຫາງານທີ່ຖືກມອງວ່າອາດມາແຂ່ງກັບ LinkedIn ຂອງ Microsoft

ທີ່ໜ້າສົນໃຈແມ່ນ ການເຂົ້າເຖິງໂມເດວ Claude ຂອງ Anthropic Microsoft ຈະຕ້ອງຜ່ານລະບົບ Cloud ຂອງ Amazon Web Services (AWS) ເຊິ່ງຖືເປັນຄູ່ແຂ່ງສຳຄັນຂອງ Azure ແລະຍັງເປັນຜູ້ຖືຮຸ້ນລາຍໃຫຍ່ຂອງ Anthropic ອີກດ້ວຍ

ບົດລາຍງານຄາດວ່າ Microsoft ຈະປະກາດຄວາມຮ່ວມມືກັບ Anthropic ຢ່າງເປັນທາງການໃນອີກບໍ່ກີ່ອາທິດຂ້າງໜ້າ ໂດຍລາຄາຂອງ AI tools ໃນ Office ຈະຍັງຄືເດີມ ບໍ່ປ່ຽນແປງ

ຢ່າງໃດກໍ່ຕາມ ເຖິງແມ່ນຂ່າວນີ້ຈະເຮັດໃຫ້ຄົນເຫັນວ່າ Microsoft ອາດຈະຫາຊ່ອງຕັດຄວາມສຳພັນກັບ OpenAI ຫຼື ບໍ່ ໃນປະເດັນນີ້ ໄມເຄິວ ຄອລລິນສ໌ (Michael Collins) ໂຄສົກຂອງ Microsoft ໃຫ້ສຳພາດຢືນຢັນວ່າ OpenAI ຍັງເປັນພາດເນີຣ໌ທີ່ສຳຄັນຂອງ Microsoft ໃນໄລຍະຍາວເຊັ່ນເດີມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
663.17
674.44
european-union
EUR
23,974
24,454
china
CNY
2,951
3,010
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
jane - 2025-11-04T105445.837
ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
pele - 2025-11-04T104252.156
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.
ຢ່າລື່ມກົດຕິດຕາມ