site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
ຮຽບຮຽງໂດຍ:kaling
ເຜີຍແຜ່: 12 September, 2025
ໝວດ: ກິລາ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ກຳນົດເອົາ 18 ປະເພດກິລາ ເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.

ທ່ານ ພັທ ພອນທິບ ພັນທະວົງ ຫົວໜ້າກອງກິລາ-ກາຍະກຳ ໄດ້ກ່າວໃນກອງປະຊຸມປຶກສາຫາລື ເລືອກເຟັ້ນປະເພດກິລາຂອງກະຊວງ ປກສ ເພື່ອເຂົ້າຮ່ວມງານກິລາ ຄັ້ງນີ້ ເມື່ອບໍ່ດົນມານີ້ວ່າ, 18 ປະເພດກິລາ ປະກອບມີ: ກິລາບານເຕະ, ຟຸດຊໍ, ມວຍສາກົນ, ມວຍລາວ, ມວຍປໍ້າ, ປັນຈະສີລັດ, ວູຊູ, ຍິງປືນ, ບານສົ່ງ, ລອຍນໍ້າ, ກະຕໍ້, ແລ່ນ-ລານ, ເທຄວັນໂດ, ເປຕັງ, ກັອບ, ຄາຣາເຕໂດ, ທະນູ ແລະ ໝາກຂ່າງ.

ສໍາລັບ ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອຄົ້ນຄວ້າປຶກສາຫາລື ເລືອກເຟັ້ນນັກກິລາ, ຄູຝຶກ ຜູ້ທີ່ມີເງື່ອນໄຂ, ມາດຖານເປັນຄູຝຶກນັກກິລາແຕ່ລະປະເພດ ແລະ ກຳນົດສະຖານທີ່ພັກເຊົາຂອງນັກກິລາທີ່ຈະເຂົ້າຮ່ວມ, ນອກຈາກ ບັນດາຄະນະຮັບຜິດຊອບ ກໍໄດ້ລາຍງານຄວາມພ້ອມຂອງກິລາແຕ່ລະປະເພດເປັນຕົ້ນ ຈໍານວນນັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນ, ອຸປະກອນການຝຶກຊ້ອມ, ຕາຕະລາງການຝຶກຊ້ອມ ແລະ ເປົ້າໝາຍຫຼຽນຄໍາ.

ສ່ວນ ຜົນງານຂອງກະຊວງ ກປສ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI 2022 ຜ່ານມາ ທີ່ແຂວງຊຽງຂວາງ (ເຈົ້າພາບ), ສາມາດຍາດໄດ້ 23 ຫຼຽນຄໍາ, 17 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 69 ຫຼຽນ ໄດ້ອັນດັບທີ 6 ຈາກ 22 ພາກສ່ວນເຂົ້າຮ່ວມ.

ທີ່ມາ: ສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ