
ຄວາມຮຸນແຮງຈາກການປະທ້ວງຕ້ານການສໍ້ລາດບັງຫຼວງໃນເນປານເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍ 51 ສົບ ໃນຂະນະທີ່ສະຖານະການເລີ່ມສະຫງົບລົງຫຼັງຈາກນາຍົກລັດຖະມົນຕີລາອອກ ແລະມີຄວາມເປັນໄປໄດ້ສູງທີ່ຈະມີການແຕ່ງຕັ້ງອະດີດປະທານສານສູງສຸດຜູ້ຍິງເຂົ້າດຳລົງຕຳແໜ່ງນາຍົກລັດຖະມົນຕີຮັກສາການ.
ດ້ານເຈົ້າໜ້າທີ່ຕຳຫຼວດເນປານເປີດເຜີຍຍອດຜູ້ເສຍຊີວິດຫຼ້າສຸດ ຈາກເຫດການຄວາມວຸ້ນວາຍທີ່ນຳໄປສູ່ການໂຄ່ນລ້ົມລັດຖະບານ ໂດຍມີຜູ້ເສຍຊີວິດຢ່າງຫນ້ອຍ 51 ຄົນ ລວມທັງຜູ້ປະທ້ວງ 21 ຄົນ ແລະຕຳຫຼວດ 3 ນາຍ.
ເຫດການນີ້ເລີ່ມຕົ້ນຂຶ້ນຈາກຄຳສັ່ງຫ້າມໃຊ້ໂຊເຊຍລ໌ມີເດຍຂອງລັດຖະບານ ປະກອບກັບຄວາມບໍ່ພໍໃຈຂອງປະຊາຊົນຕໍ່ບັນຫາການສໍ້ລາດບັງຫຼວງ ແລະການບໍລິຫານປະເທດທີ່ບໍ່ມີປະສິດທິຜົນ ໂດຍຜູ້ປະທ້ວງໄດ້ຈຸດໄຟເຜົາລັດສະພາ ສົ່ງຜົນໃຫ້ທ່ານ ເຄ.ພີ. ຊາມາ ໂອລິ ນາຍົກລັດຖະມົນຕີຕ້ອງລາອອກ ແລະກອງທັບຕ້ອງເຂົ້າຄວບຄຸມສະຖານະການໃນນະຄອນຫຼວງກາດມັນດຸ.
ສະຖານະການຫຼ້າສຸດ ນັກໂທດກວ່າ 12,533 ຄົນ ຍັງຄົງຫຼົບໜີຢູ່ ໂດຍບາງສ່ວນພະຍາຍາມຂ້າມຊາຍແດນໄປຍັງອິນເດຍ ແລະຖືກຈັບກຸມ ສ່ວນກອງທັບເນປານສາມາດຍຶດປືນທີ່ຖືກປຸ້ນໄປໄດ້ຫຼາຍກວ່າ 100 ກະບອກ.
ແຫຼ່ງຂ່າວເປີດເຜີຍກັບສຳນັກຂ່າວຣອຍເຕີຣ໌ວ່າ ທ່ານຍິງ ສຸຊິລາ ຄາກີ ອະດີດປະທານສານສູງສຸດເນປານ ມີແນວໂນ້ມສູງທີ່ຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີຮັກສາການ ເນື່ອງຈາກເປັນທີ່ຍອມຮັບຈາກກຸ່ມຜູ້ປະທ້ວງ “Gen Z” ຊຶ່ງເປັນພະລັງຫຼັກໃນການປະທ້ວງຄັ້ງນີ້. ຄາດວ່າການແຕ່ງຕັ້ງທ່ານຍິງຄາກີ ມີແນວໂນ້ມທີ່ຈະເກີດຂຶ້ນຢ່າງເປັນທາງການຫຼັງຈາກການປະຊຸມທີ່ບ້ານພັກປະທານາທິບໍດີ ຣາມ ຈັນທຣາ ພູເດລ ຊຶ່ງກຳໜົດໄວ້ເວລາ 09:00 ນ. ຕາມເວລາທ້ອງຖິ່ນ ຕາມແຫຼ່ງຂ່າວຈາກກຸ່ມ Gen Z ທີ່ກ່ຽວຂ້ອງກັບການເຈລະຈາຄັ້ງນີ້.
ເຖິງແມ່ນວ່າຈະເຜີນກັບຄວາມບໍ່ໝັ້ນຄົງທາງການເມືອງ ແລະເສດຖະກິດມາຫຼາຍປີຕັ້ງແຕ່ຍົກເລີກລະບອບກະສັດໃນປີ 2008 ແຕ່ສັນຍານບົ່ງບອກວ່າສະຖານະການໃນນະຄອນຫຼວງກາດມັນດຸກຳລັງກັບຄືນສູ່ພາວະປົກກະຕິ. ຮ້ານຄ້າຫຼາຍແຫ່ງເລີ່ມເປີດເຮັດການ ແລະເຈົ້າໜ້າທີ່ຕຳຫຼວດກັບຄືນມາໃຊ້ກະບອງແທນປືນ ໃນຂະນະທີ່ທະຫານຍັງຄົງລາດຕະເວນຕາມຖະໜົນຢູ່ບ້າງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














